ຄຣິສຈຽນສວັນນະເຂດ ບໍ່ເຄີຽໄດ້ໂບດຄືນ
2012.04.13
ກົດຟັງສຽງ
ນັບແຕ່ຖືກ ສັ່ງໃຫ້ປິດ ເມື່ອເດືອນ ທັນວາ ປີ 2011 ເປັນຕົ້ນມາ ຍ້ອນເຮັດພິທີ ນະມັສການ ພຣະເຈົ້າ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກອໍານາດ ການປົກຄອງ ເມືອງ ທັ້ງໆທີ່ ຜ່ານມາເຄີຽ ໄດ້ຍື່ນໜັງສື ຂໍອະນຸຍາດ ໄປແລ້ວ ແຕ່ກໍບໍ່ໄດ້ຮັບ ຄໍາຕອບ ໜັງສືຄໍາຮ້ອງ ກໍໄປຄ້າງຢູ່ ໂຮງການເມືອງ. ຕາມທີ່ຊາວ ຄຣິສຈຽນ ບ້ານດົງທົ່ງ ເມືອງໄຊບູຣີ ໄດ້ເວົ້າໃຫ້ຟັງ:
"ມັນແລ່ນ ບໍ່ໄດ້ ຈັ່ງໃດ ກໍບໍ່ໄດ້ ນອກຈາກເຂົາ ສີ່ຄືນເອງ ເທົ່ານັ້ນ ເພິ່ນວ່າເຈົ້າແລ່ນ ໜັງສືກ່ອນ ໄປແລ່ນເຮັດຫຍັງ ໂບດກໍໂບດ ຂອງເຮົາ ຫລາຍປີ ມາແລ້ວ ນະມັສການ ເຮົາກໍແລ່ນຢູ່ ແຕ່ວ່າ ແລ່ນມາ ກໍໄປຄາຢູ່ ນໍາເຈົ້າເມືອງ ຄືເກົ່າ ເອກກະສານ ຂໍໃຊ້ ໃນໂບດຍັງ ກອງຢູ່ຫັ້ນ 3 ເດືອນ ກວ່າແລ້ວ".
ຊາວຄຣິສຈຽນ ທ່ານນີ້ໄດ້ ອະທິບາຍ ຢໍ້າວ່າ ໂບດນາແດງ ເປັນໂບດ ຂອງເຂົາເຈົ້າ ມາໄດ້ຫລາຍ ປີແລ້ວ ແລ່ນໜັງສື ເພື່ອຂໍຄືນ ກໍເຄີຽແລ່ນ ມາແລ້ວ ເພິ່ນກໍບໍ່ ໃຫ້ຄືນ ຄັນສີ່ທໍາພິທີ ນະມັສການ ທາງເມືອງ ກໍວ່າໃຫ້ ເຮັດໜັງສືໄປ ແຕ່ເຮັດ ໄປແລ້ວ ກໍບໍ່ໄດ້ ເມື່ອຊາວ ຄຣິສຈຽນພາກັນ ທໍາພິທີ ນະມັສການ ໃນຍາມສໍາຄັນ ຂອງວັນ ສາສນາ ທາງເມືອງພັດວ່າ ບໍ່ຖືກຕ້ອງ ຕາມຫລັກການ ການກີດກັ້ນ ຊາວຄຣິສຈຽນ ຈື່ງມີຂື້ນເລື້ອຍ.
ໂບດນາແດງ ເປັນໂບດທີ່ ເກົ່າແກ່ ທີ່ຊາວ ຄຣິສຈຽນ ໄດ້ພາກັນ ສ້າງຂື້ນ ໃນປີ 1963 ແຕ່ວ່າຫລັງຈາກ ຣະບອບໃໝ່ ມານີ້ ຣັຖບານລາວ ກີດກັ້ນ ໂບດຂອງຊາວ ຄຣິດສຈຽນ. ທ່ານໄດ້ເລົ່າ ອີກວ່າ:
"ຈາກນາແດງ ເຂົາບໍ່ຮູ້ ກົນອຸບາຍ ຂອງເມືອງ ກົນອຸບາຍ ຂອງເຂົາຄື ບໍ່ໃຫ້ມີ ຄຣິສຈຽນ ກົນອຸບາຍ ຂອງເຂົາຄື ບໍ່ໃຫ້ມີໂບດ ແຕ່ວ່າເຂົາບອກ ໃຫ້ໂຈະກ່ອນ ບໍ່ຕ້ອງໃຊ້ ເວລາໃຫ້ ແລ່ນໜັງສື ໃຫ້ຖືກຕ້ອງ ເລີຽ ຜູ້ນໍາ ຄຣິສ ຈະຫົລງກົນ ອຸບາຍ ຂອງເຂົາ".
ຊາວຄຣິສຈຽນ ໃນເມືອງ ໄຊບູຣີ ວ່າພວກຕົນ ຖືກກີດກັ້ນ ຫລາຍ ຢາກເຮັດພິທີ ທາງສາສນາ ທີ່ຕົນເຊື່ອຖື ກໍບໍ່ໄດ້ ຄວາມສະດວກ ສະບາຍ.