ຜູ້ນໍາລາວວ່າງານສລອງ ໄດ້ຮັບຜົນສໍາເຣັດ

ຄນະຜູ້ນໍາ ສປປລາວ ປະກາດ ວ່າ ການສເສີມ ສລອງ ວັນ ສະຖາປະນາ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ແລະ ການ ສລອງ ວັນຊາດ ສປປລາວ ຄົບຮອບ 35 ປີ ນີ້ ເປັນການສລອງ ທີ່ມີຄວາມ ໝາຍສໍາຄັນ ຢ່າງຍີ່ງ ຂອງພັກ.
ຫວາດ ສີມູນ
2010.11.24
F-merchant ແມ່ຄ້າຂາຍຂອງ ຕາມແຄມທາງ ໃນນະຄອນຫລວງ ວຽງຈັນ ພໍມີລາຍໄດ້ ເລັກນ້ອຍ
YS/RFA

ກົດຟັງສຽງ

ຄນະຜູ້ນຳ ສປປລາວ ປະກາດວ່າ ການສລອງ ສະແດງເຖິງ ຜົນສຳເຣັດ ອັນໃຫຍ່ໂຕ ຂອງການນຳພາ ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ການເອົາໃຈໃສ່ ໃນການ ສ້າງສາພັທນາ ຂອງຣັຖບານ ສປປລາວ ດັ່ງເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ສປປລາວ ທ່ານນຶ່ງ ເວົ້າວ່າ:

“ເພື່ອສລອງ ວັນ ດັ່ງກ່າວ ຫລາຍໂຄງການ ກໍໄດ້ຮັບຜົນ ສຳເຣັດແລ້ວ ແລະ ຫລາຍໂຄງການ ກໍຈະມີການ ດຳເນີນຕໍ່ໆໄປ; ການສລອງ ອັນນີ້ ເປັນພື້ນຖານ ແລະ ເປັນສິ່ງຊຸກຍູ້ ອັນນຶ່ງທີ່ ໃຫ້ພວກເຮົາ ສ້າງສາພັທນາ ເສຖກິດ ສັງຄົມ ຂອງປະເທດ ໃນຕອນໜ້າ.”

ແຕ່ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຍ ແລະ ອົງການ ຊ່ວຍເຫລືອ ຕ່າງປະເທດ ອື່ນໆເຫັນວ່າ ເຖິງວ່າ ພັກ ແລະ ຣັຖບານ ສປປລາວ ປົກຄອງ ແລະ ພຍາຍາມ ສ້າງສາພັທນາ ປະເທດມາເປັນ ເວລາ 35 ປີ ແລ້ວກໍຕາມ ແຕ່ປະເທດ ແລະ ປະຊາຊົນ ລາວ ສ່ວນຫລາຍ ຍັງທຸກຍາກ ຂາດເຂີນຢູ່. ປະຊາຊົນລາວ ເກືອບ 80 ສ່ວນຮ້ອຍ ຍັງເປັນ ຊາວໄຮ່ຊາວນາ ຊາວລາວເຖິງ 36 ສ່ວນຮ້ອຍ ຍັງຕົກຢູ່ໃຕ້ ເສັ້ນຄວາມທຸກຍາກ ຜູ້ນຶ່ງມີ ຣາຍໄດ້ພຽງ ແຕ່ປະມານ ນຶ່ງດອນລ່າ ສະຫະຣັຖ ຕໍ່ມື້.

ອັດຕຣາການ ເສັຍຊີວິດ ຂອງ ແມ່ຍັງສູງ ເຖິງ 600 ຄົນ ໃນຈຳນວນ ນຶ່ງແສນຄົນ; ເຊັ່ນດຽວກັນ ອັດຕຣາການ ເສັຍຊີວິດ ຂອງເດັກນ້ອຍ ກໍຍັງສູງເຖິງ 80 ຄົນ ຕໍ່ ເດັກນ້ອຍ ນຶ່ງພັນຄົນ; ເດັກນ້ອຍລາວ ເຖິງ 40 ສ່ວນຮ້ອຍ ຂາດເຂີນອາຫານ ທັງທາງດ້ານ ປະຣິມານ ແລະ ຄຸນນະພາບ. ການສຶກສາ ການຮັກສາ ສຸຂພາບ ແລະ ຖນົນຫົນທາງ ຍັງບໍ່ທົ່ວເຖິງ ປະຊາຊົນ ລາວ ຫລາຍຄົນ ໃນເຂດສອກຫລີກ ຫ່າງໄກ ບໍ່ໄດ້ຮຽນ ໜັງສື ບໍ່ໄດ້ຮັບ ການສຸຂພາບ ແລະ ໄກຈາກ ຄວາມຈະເຣີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.