ລູກເຮືອຂ້າທາດແຮງງານ ຖືກຊ່ອຍເຫຼືອ

ໃນຈໍານວນ ລູກເຮືອ 8 ຄົນ ທີ່ໄດ້ຖືກ ຊ່ວຍໃຫ້ພົ້ນ ຈາກ ການບັງຄັບ ໃຫ້ເປັນ ຂ້າທາດ ອອກແຮງງານ ນັ້ນ ມີຄົນລາວ ຜູ້ນື່ງ.
ໂພໄຊສວັດ
2012.04.26

ກົດຟັງສຽງ

ຜູ້ເຄາະຮ້າຍ 8 ຄົນ ທີ່ໄດ້ຖືກ ຊ່ວຍເຫລືອ ໃນແຂວງ ນາຣາທິວາດ ປະເທດໄທ ຈາກການເປັນ ຂ້າທາດ ຖືກບັງຄັບ ໃຫ້ອອກ ແຮງງານ ໃນເຮືອຫາປາ ນັ້ນ ຜູ້ນຶ່ງແມ່ນ ຄົນລາວ ທີ່ໄດ້ກາຍເປັນ ຄົນພິການ ທາງຈິດ ຍ້ອນຖືກ ທໍຣະມານ ມາຕັ້ງຕົ້ນນານ ໃນເຮືອຫາປາ ທາງທະເລ.

ເຈົ້າໜ້າທີ່ ຕໍາຣວດນໍ້າ ໄທ ໄດ້ສະກັດກັ້ນ ເຮືອຫາປາ ສອງລໍາ TRF ແລະ KNF ນອກຊາຍຝັ່ງ ແຂວງ ນາຣາທິວາດ ເມື່ອເຫັນ ລູກເຮືອ ຜູ້ນຶ່ງຮ້ອງຂໍ ຄວາມຊ່ວຍເຫລືອ. ຮ້ອຍຕໍາຣວດໂທ ຝູງ ໃຈນົນນົກ ເຈົ້າໜ້າທີ່ ຕໍາຣວດນໍ້າ ປະຈໍາ ແຂວງ ນາຣາທິວາດ ເວົ້າວ່າ ໄດ້ເຫັນລູກເຮືອ ຜູ້ນຶ່ງຊື່ວ່າ ບຸນທັນ ຂັດຕິຄໍາຕັນ ແກວ່ງເສື້ອ ຍົກມື ຮ້ອງຂໍຄວາມ ຊ່ວຍເຫລືອ ຈາກເຮືອຫາປາ TRF ຈຶ່ງໄດ້ເຂົ້າ ໄປກວດຄົ້ນ ຈື່ງພົບວ່າ ມີລູກເຮືອ ທັງໝົດ 8 ຄົນ ທີ່ຖືກບັງຄັບ ໃຫ້ມາເຮັດວຽກ ໃນເຮືອ ໂດຍທີ່ພວກ ຂະເຈົ້າ ບໍ່ຍິນຍອມ.

ເຈົ້າໜ້າທີ່ ຕໍາຣວດ ບອກວ່າ ສະມາຊິກ ລູກເຮືອອີກ 4 ຄົນ ຈາກເຮືອຫາປາ KNF ແມ່ນລູກຈ້າງ ໃນເຮືອ ທີ່ຖືກຕ້ອງ ຕາມກົດໝາຍ. ຜູ້ເຄາະຮ້າຍ 8 ຄົນ ມີຄົນລາວ ຜູ້ນຶ່ງມີຊື່ ທ້າວສີ ສ່ວນທ້າວ ບຸນທັນ ໃຫ້ການກັບ ຕໍາຣວດວ່າ ຕົນເປັນຄົນ ມາຈາກ ແຂວງລໍາພູນ ທາງພາກເໜືອ ຂອງໄທ ໄດ້ເດີນທາງ ມາກັບທ້າວ ເຮັງ ຄົນແຂວງ ເພັຊບູນ ຂອງໄທ ມາຫາວຽກເຮັດ ຢູ່ບາງກອກ. ເມື່ອມາເຖິງ ສະຖານີ ຣົຖໄຟ ຫົວລຳໂພງ ທີ່ ບາງກອກ ກໍມີຊາຍ ຄົນນຶ່ງ ເຂົ້າມາ ເວົ້າລົມນໍາ ແລະ ຊວນກິນເຫລົ້າ ຈົນພວກຕົນ ເກີດອາການ ມຶນເມົາ ບາດຕື່ນເຊົ້າມາ ກໍຮູ້ວ່າຢູ່ ໃນເຮືອຫາປາ ຢູ່ກາງທະເລ ແລ້ວ.

ທ້າວບຸນທັນ ໃຫ້ການກັບ ຕໍາຣວດ ອີກວ່າ ພວກລູກເຮືອ ຖືກບັງຄັບໃຫ້ ເຮັດການ ຫລາຍເດືອນ ໂດຍບໍ່ມີຄ່າຈ້າງ ແລະ ກັບຕັນເຮືອ ກໍໂຫດຫ້ຽມ ທຸບຕີລູກເຮືອ ເປັນປະຈໍາ ຈົນທ້າວສີ ຄົນລາວຜູ້ນັ້ນ ກາຍເປັນຄົນ ເສັຍສະຕິ ບໍ່ສາມາດ ປາກເວົ້າ ແລະ ຕອບຄໍາຖາມ ຫຍັງໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 29, 2012 09:10 AM

ກໍ່ນັບວ່າໂຊກເຂົ້າຂ້າງພວກ ລູກເຮືອຂ້າທາດແຮງງານ ມີໂອກາດໄດ້ຮັບໃຊ້ຊີວິດທີ່ຍັງເຫລືອ ໃຫ້ກູ້ມຄ່າ ພ້ອມໄດ້ຮັບບົດຮຽນຕໍ່ການດຳລົງຊີວິດ ດ້ວຍຄວາມລະມັດລະວັງຕໍ່ໄປ ໄນອານາຄົດຂ້າງຫນ້າ.