ການຢ້ຽມຢາມລາວຂອງ US ທີ່ສ້າງຄວາມຫວັງ
2012.07.13
ຊາວລາວ ຫລາຍຄົນ ເຫັນວ່າ ການມາຢ້ຽມຢາມ ສປປລາວ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ອະເມຣິກາ ເປັນສັນຍານ ທີ່ດີທີ່ອາດ ຈະຊ່ວຍລາວ ໃຫ້ມີການພັທນາ ຫລາຍຂື້ນ. ດັ່ງຊາວລາວ ຜູ້ນຶ່ງເວົ້າວ່າ:
“ກໍເປັນສັນຍານ ທີ່ດີ ໃນການພັທນາ ປະເທດຊາດ ຂື້ນມາ ເພາະວ່າ ອະເມຣິກາ ຍັງເບິ່ງ ເຫັນ ປະເທດລາວ ຢູ່ນະ ທັມມະດາ ເຂົາຈະມອງ ຂ້າມຕລອດ ເພາະວ່າຖ້າ ເພິ່ນມາກໍຈະ ເຫັນ ແລະ ຈະຮູ້ວ່າ ປະເທດລາວ ເປັນຍ່າງໃດ ແລ້ວທີ່ຜ່ານມາ ມັນມີຫຍັງ ສູນເສັຍຫາຍ ບາງສິ່ງ ບາງຢ່າງ ມາປັບປຸງ ຊ່ວຍເຫລືອ ພັທນາ”.
ຊາວລາວ ອີກຜູ້ນຶ່ງ ເວົ້າວ່າ ການມາຢ້ຽມຢາມ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ຂອງ ສະຫະຣັຖ ນັ້ນຈະຊ່ວຍ ເສີມສ້າງ ຄວາມສຳພັນ ຣະຫວ່າງ ສປປລາວ ແລະ ສະຫະຣັຖ ອະເມຣິກາ ໃຫ້ດີຂື້ນ. ດັ່ງຄົນລາວ ຜູ້ນັ້ນເວົ້າວ່າ:
“ມາທຸກປີແດ່ ຖ້າວ່າຂະເຈົ້າ ມີເຣື່ອງພົວພັນ ເພາະວ່າ ທາງບ້ານເຮົາ ດຽວນີ້ ກະເຣື່ອງ ພົວພັນ ການຕ່າງປະເທດ ມັນເລິ້ມຂຍາຍ ໂຕເນາະ".
ມາດາມ Hillary Clinton ເປັນ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ຄົນທຳອິດ ທີ່ໄປຢ້ຽມຢາມ ສປປລາວ ໃນຣະຍະ 57 ປີທີ່ຜ່ານມາ. ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ທີ່ຢ້ຽມຢາມ ລາວ ຄົນອຳອິດ ຄືທ່ານ John Foster Dulles ທີ່ໄປລາວ ໃນປີ 1955.
ໃນໂອກາດ ການຢ້ຽມຢາມ ສປປລາວ ຄັ້ງນີ້ ມາດາມ Clinton ໄດ້ຫາລື ກັບຜູ້ນຳລາວ ກ່ຽວກັບ ການຈະເຂົ້າ ເປັນສະມາຊິກ ຂອງອົງການ ການຄ້າໂລກ ການເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ການຊອກຫາ ຊາກສົບ ຂອງ ທະຫານ ອະເມຣິກັນ ໃນສມັຍ ປາງສົງຄາມ ການ ຮັກສາ ສະພາບແວດລ້ອມ ແລະ ການສົ່ງເສີມ ສັງຄົມ-ພົລເມືອງ ໃຫ້ມີບົດບາດ ຫລາຍຂື້ນ ໃນລາວ.