ທາງການລາວຂາດຫຼັກຖານ ລົງໂທດພວກຄ້າຢາ

ທາງການລາວ ຍັງບໍ່ ສາມາດ ຫາຫລັກຖານ ຢ່າງພຽງພໍ ເພື່ອຈັບກຸມ ຄົນຄ້າ ຢາເສບຕິດ ໄດ້.
ໂພໄຊສວັດ
2012.03.26

ກົດຟັງສຽງ

ບັນຫາ ຢາເສພຕິດ ທີ່ກ່ຽວພັນ ກັບນັກ ທ່ອງທ່ຽວ ຕ່າງຊາດ ໃນໂຕເມືອງໃຫຍ່ ສ່ວນຫລາຍ ຈະແມ່ນ ກຸ່ມຄົນຂັບຣົຖ ຈໍາໂບ້ ເປັນຜູ້ຫາ ມາໃຫ້ ແລະໃນ ປັດຈຸບັນ ທາງການ ຍັງບໍ່ສາມາດ ຫາຫລັກຖານ ບໍ່ໄດ້. ເຈົ້າໜ້າທີ່ ຮັກສາ ຄວາມສງົບ ນະຄອນຫລວງ ວຽງຈັນ ເປີດເຜີຍວ່າ:

"ຖ້າວ່າເຮົາມີ ຂໍ້ມູນ ເຮົາກໍຈັບ ກຸມໄດ້ ແຕ່ທີ່ຜ່ານມາ ນີ້ກໍບໍ່ທັນມີ ຫລາຍປານໃດ ຕົວນີ້ມັນ ກໍບໍ່ແນ່ ມັນກໍມີ ພວກຈໍາໂບ້ ພວກນີ້ມັນ ພວກລັກເຮັດ ພວກອື່ນໆ ກໍຊິມີເຊັ່ນ ດຽວກັນ ແຕ່ວ່າພວກເຮົາ ຈະຮູ້ເຂົາ ຫລືບໍ່ ເທົ່ານັ້ນ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການລັກຂາຍ ຢາເສພຕິດໃຫ້ນັກ ທ່ອງທ່ຽວນີ້ ສ່ວນຫລາຍ ຈະແມ່ນ ຄົນຂັບຣົຖ ພະນັກງານ ຍາມບ້ານພັກ ຄົນເສີບອາຫານ ແລະ ຄົນທໍາຄວາມ ສະອາດ ຕາມໂຮງແຮມ ບ້ານພັກ ທີ່ສາມາດ ພົວພັນ ກັບນັກ ທ່ອງທ່ຽວ ໄດ້ງ່າຍ. ປັດຈຸບັນ ຢູ່ລາວ ຄ່າຄອງຊີພສູງ ແຕ່ລາຍຮັບ ຂອງຄົນງານ ຂັ້ນຕໍ່າ ບໍ່ສົມດູນ ກັບຄ່າ ຄອງຊີພ ກໍເລີຍສ່ຽງ ຫາເງິນແບບ ຜິດກົດໝາຍ ໄປນໍາ ແລະ ທາງການ ກໍບໍ່ສາມາດ ປາບປາມໄດ້.

ອິງຕາມ ລາຍງານ ຂອງອົງການ ອາສຍາກັມ ແລະ ຢາເສພຕິດ ສະຫະປະຊາຊາດ UNODC ຈາກ ນະຄອນຫລວງ ວຽງຈັນ ການແພ່ລະບາດ ຂອງ ຢາເສພຕິດ ໃນລາວ ໂດຍສະເພາະ ນະຄອນຫລວງ ວຽງຈັນ ມີຄວາມຮຸນແຮງ ເພີ້ມຂຶ້ນ ທັງຈໍານວນ ຢາເສພຕິດ ຂະບວນການຄ້າ ແລະ ຜູ້ເສພ. UNODC ກ່າວວ່າ ຂະບວນການຄ້າ ຢາເສພຕິດ ໃນລາວ ແມ່ນຂນາດນ້ອຍ ຫາ ຂນາດກາງ ຊຶ່ງທາງການ ລາວ ຕ້ອງໄດ້ ພຍາຍາມ ຫາທາງແກ້ໄຂ ປາບປາມ ບັນຫາ ດ້ວຍຕົນເອງ ແລະ ບໍ່ຄວນອາສັຍ ແຕ່ການ ຊ່ວຍເຫລືອ ຈາກນາໆຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 27, 2012 05:27 AM

ທາງການລາວ ມີແຕ່ຫລັກຖານສຸກຍູ້ໃຫ້ ຄ້າແລະພະລິດຢາບ້າ ຕື່ມຂຶ້ນເລື້ອຽໆ ເພື່ອໄດ້ເງິນໃຊ້ຈ່າຍ ຕາມຄວາມ ສລາດສ່ອງໄສ ເທົ່ານັ້ນແລ້ວ,ຖ້າຢາກຮູ້ລາຽ ລະອຽດ ໃຫ້ໄປຖາມ ທ່ານ ສຸບັນ ເດີ!