ສະພາປະກອບຄວາມເຫັນ ຣະບົບຄຸ້ມຄອງງົປມານ
2010.12.16
ກົດຟັງສຽງ
ສະມາຊິກ ສະພາແຫ່ງຊາດ ມີຄວາມຄິດ ເປັນເອກພາບ ໃນການປັບປຸງ ກົດໝາຍ ວ່າດ້ວຍສະພາ ເພື່ອໃຫ້ຄວາມ ສໍາຄັນ ຕໍ່ພາຣະ ໜ້າທີ່ ຂອງ ສະພາແຫ່ງຊາດ ແລະ ສອດຄ່ອງກັບ ສະພາບເງືອນໄຂ ໃນປັດຈຸບັນ, ຮວມໄປເຖິງ ການປະກອບ ຄວາມເຫັນ ກ່ຽວກັບ ການປັບປຸງ ຣະບົບ ການຄຸ້ມຄອງ ງົປມານ ເນື່ອງຈາກວ່າ ທີ່ຜ່ານມາ ມີຄວາມ ຫຍຸ້ງຍາກຫລາຍ.
ທ່ານ ອຸ່ນເຮືອນ ພຸດທິຣາດ, ສະມາຊິກ ສະພາແຫ່ງຊາດ ເຂດ 1 ນະຄອນຫລວງ ວຽງຈັນ ໄດ້ກ່າວ ຕໍ່ກອງປະຊຸມ ສມັຍສາມັນ ຄັ້ງທີ 10 ຂອງ ສະພາແຫ່ງຊາດ ຊຸດທີ 6 ໃນມື້ທີ 2 ວ່າ:
“ເວົ້າເຖິງ ງົປມານ ວ່າ ຕ້ອງໃຫ້ຂຶ້ນກັບ ສະພາແຫ່ງຊາດ ຫລາຍຄົນ ກໍເປັນຫ່ວງ ຢູ່ໃນການ ຄຸ້ມຄອງ ຫລືວ່າ ການແຈກຍາຍ ການຊົມໃຊ້ ງົປມານ ໃຫ້ສົມເຫດ ສົມຜົນນີ້ ໃນແຕ່ລະເຂດ ເລືອກຕັ້ງ ຜ່ານມານີ້ ເຮົາມີຄວາມ ຫຍຸ້ງຍາກຫລາຍ ຖ້າເຮົາດັດແປງ ຕົວນີ້ ກໍອາດຈະມີ ຄວາມສະດວກ ຂຶ້ນຕື່ມ.”
ທ່ານ ກ່າວຕື່ມວ່າ: ໃນະລະຍະ ຜ່ານມາ ການຂໍງົປມານ ຂອງແຕ່ລະ ພາກສ່ວນນັ້ນ ຈະຕ້ອງອີງຕາມ ການອະນຸມັດ ຈະເບິ່ງຕາມ ຄວາມເໝາະສົມ ຫລືວ່າ ຕາມຄວາມສາມາດ ຂອງກໍາລັງ ເຈົ້າໜ້າທີ່. ແຕ່ຖ້າ ມາທຽບໃສ່ ຄວາມຕ້ອງການແລ້ວ ຍັງຂາດເຂີນຫລາຍ ເປັນຕົ້ນແມ່ນ ການພົບປະ ປະຊາຊົນ ການລົງໄປ ຢ້ຽມຢາມ ຖາມຂ່າວ ຈະເຫັນໄດ້ວ່າ ມີໜ້ອຍຄັ້ງ ເພາະວ່າ ຄ່າງົປມານ ມີບໍ່ພຽງພໍ ຕໍ່ຄວາມ ຕ້ອງການ ປະຕິບັດ.
ສໍາລັບການ ປະກອບ ຄວາມເຫັນ ໃນການປັບປຸງ ຣະບົບການ ຄຸ້ມຄອງ ງົປມານນີ້ ທາງຄນະ ສະມາຊິກ ສະພາແຫ່ງຊາດ ຈະພິຈາຣະນາ ແລະ ຄົ້ນຄວ້າ ອີກຄັ້ງນຶ່ງ ແລະ ຈະມີການລົງ ຄະແນນສຽງ ໃນຣະຫວ່າງ ການປະຊຸມ ສະພາ ສມັຍສາມັນ ຄັ້ງທີ 10 ວ່າ ຄວນຈະປັບປຸງ ຂໍ້ບົກຜ່ອງ ຫລືຢ່າງໃດ.