ດິນໃກ້ຂົວເມືອງທ່າແຂກ ໃຫ້ເຊົ່າໝົດແລ້ວ

ພື້ນທີ່ດິນ ທັງໝົດ ຢູ່ ອ້ອມແອ້ມ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ທາງ ຝັ່ງລາວ ໄດ້ຖືກ ອະນຸມັດ ໃຫ້ເຊົ່າ ສັມປະທານ.
ໂພໄຊສວັດ
2011.11.22
F-third-bridge-land ດິນເຂດຫົວຂົວ ມິຕພາບ ແຫ່ງທີ 3 ຟາກເມືອງ ທ່າແຂກ ໃຫ້ເຊົ່າ ໝົດແລ້ວ
RFA/Chareunsouk

ກົດຟັງສຽງ

ນັກລົງທຶນ ຈາກລາວ, ໄທ ແລະ ວຽດນາມ ໄດ້ພາກັນ ຈັບຈອງ ພື້ນທີ່ດິນ ທີ່ຈະສ້າງ ເປັນເຂດ ເສຖກິດ ພິເສດ ພູຂຽວ ເມືອງທ່າແຂກ ແຂວງຄໍາມ່ວນ ໃກ້ກັບ ຂົວແຫ່ງໃໝ່, ຫລັງຈາກ ທີ່ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ ນະຄອນພະນົມ ໄດ້ເປີດໃຊ້ ຢ່າງເປັນ ທາງການ ນັບຕັ້ງແຕ່ ວັນທີ 11 ເດືອນ 11 ປີ 2011 ເປັນຕົ້ນມາ. ເຈົ້າໜ້າທີ່ ຮັບຜິດຊອບ ກ່ຽວກັບ ການເຊົ່າ ພື້ນທີ່ດິນ ເວົ້າກ່ຽວກັບ ເຣື້ອງນີ້ວ່າ:

"ດຽວນີ້ ເນື້ອທີ່ 1,000 ກວ່າເຮັກຕາ ເຂດ ຫົວຂົວ ຖືວ່າມີຜູ້ ຈັບຈອງ ທັງໝົດແລ້ວ ເລີ້ມລົງມື ກໍ່ສ້າງແລ້ວ ຂະເຈົ້າ ກ໋ະເລີ້ມລົງມື ວາງສີລາເລີກ ວາງຫຍັງແລ້ວ".

ທ່ານເວົ້າຕໍ່ ໄປວ່າ ໂຄງການ ສ້າງເສຖກິດ ພິເສດ ພູຂຽວ ແບ່ງອອກ ເປັນ 2 ເຂດ. ເຂດທີ 1 ຕັ້ງຢູ່ ໃກ້ກັບຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ມີ ພື້ນທີ່ 1,023 ເຮັກຕາ, ປັດຈຸບັນ ນັກລົງທຶນ ຈອງພື້ນທີ່ ໝົດແລ້ວ ແລະ ບາງບ່ອນ ກໍໄດ້ເລີ້ມ ກໍ່ສ້າງແລ້ວ, ແຕ່ຍັງ ບໍ່ທັນຫລາຍ. ສ່ວນເຂດ ທີ 2 ຕັ້ງຢູ່ທາງໃຕ້ ຂອງເມືອງ ທ່າແຂກ ມີພື້ນທີ່ 4,850 ເຮັກຕາ, ແຕ່ຮອດ ປັດຈຸບັນ ຍັງບໍທັນມີ ນັກລົງທຶນ ໄປຈອງເທື່ອ.

ເຖິງຢ່າງໃດ ກໍຕາມ ຍັງບໍ່ທັນ ມີຂໍ້ມູນ ທີ່ແຈ່ມແຈ້ງ ວ່າ ນັກລົງທຶນ ທີ່ມາຈອງ ພຶ້ນທີ່ ເຂດ ເສຖກິດ ພູຂຽວ ຈະພັທນາ ເອງ ຫລື ຈັບຈອງ ເພື່ອໄວ້ຂາຍ ໃຫ້ທາງ ບໍຣິສັດ ໃຫຍ່ໆ ຕ່າງໆ. ເຂດ ເສຖກິດ ພິເສດ ດັ່ງກ່າວ ຈະຖືກ ພັທນາ ໃຫ້ເປັນຫ້າງ ຊັພສິນຄ້າ, ສວນນໍ້າ, ສວນ ສາທາຣະນະ, ໂຮງແຮມ ຣີສອດ ແລະ ໃນເຂດທີ 2 ຈະຈັດໃຫ້ ເປັນນິຄົມ ອຸດສາຫະກັມ ເພື່ອຮອງຮັບ ການຂຍາຍໂຕ ທາງການຄ້າ ແລະ ການລົງທຶນ ໃນ ພູມີພາກ ໃນ ອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.