ຊາວໄຮ່ຊາວນາຍັງ ຕໍ່ສູ້ກັບບັນຫາເດີມ

ຊາວກະສິກອນ ທາງພາຄເໜືອ ຂອງລາວ ຍັງມີ ບັນຫາ ຂາດກາຣ ສຶກສາ ແລະ ບ່ອນທຳມາ ຫາກິນ.
ຫວາດ ສີມູນ
2012.03.09

ກົດຟັງສຽງ

ໂຄງກາຣພັທນາ ດ້ານ ກະສິກັມ ຢູ່ທາງ ພາຄເໜືອ ຂອງ ປະເທສລາວ ປະສົບກັບ ບັນຫາ ຫລາຍເພີ່ມຂຶ້ນ ຮວມທັງ ບັນຫາດ້ານ ກາຣສຶກສາ ບັນຫາທີ່ມີ ຊາວຕ່າງຊາຕ ບຸກຣຸກ ຍຶດທີ່ດິນ ຂອງ ປະຊາຊົນ ແລະ ບັນຫາ ກາຣຄວບຄຸມ ທຸຣະກິຈ ໂດຽນັກລົງທຶນ ຕ່າງຊາຕ ຊື່ງທາງກາຣ ລາວ ກໍບໍ່ໃຫ້ ຄວາມສຳຄັນ ໃນກາຣແກ້ໄຂ. ດັ່ງເຈົ້າໜ້າທີ່ ອົງກາຣ ສົ່ງເສີມ ກະສິກັມ ສາກົລ ໄດ້ ກ່າວວ່າ:

"ມີ 3 ບັນຫາ ຫລັກໆ ຫັ້ນແຫລະ 1 ເຣື່ອງຄວາມຮູ້ 2 ເຣື່ອງທີ່ດິນ 3 ເຣື່ອງກາຣ ຄວບຄຸມ ຄຸ້ມຄອງ ພາຄສ່ວນ ທຸຣະກິຈ ນັກລົງທຶນ ຕ່າງຊາຕ ໂດຽສະເພາະ ເຂຕຊາຍແດນ ຊາຍແດນ ທີ່ຕິດກັບ ປະເທສຈີນ".

ພ້ອມດຽວກັນນີ້ ທ່ານກໍວ່າ ຈາກກາຣ ເກັບກຳ ຂໍ້ມູລ ໃນຫລາຍໆ ແຂວງ ເປັນກາຣແສດງ ໃຫ້ເຫັນວ່າ ໃນທົ່ວເຂຕ ພາຄເໜືອ ຂອງລາວ ມີບັນຫາ ໃນລັກສນະ ດຽວກັນ ທີ່ມີຊາວ ກະສິກອນ ຂາດຄວາມຮູ້ ໃນດ້ານ ກາຣ ເພາະປູກ ຊຶ່ງສ່ວນຫລາຍ ພາກັນ ເຮັດໄຮ່ ເຮັດນາ ຕາມມີຕາມເກີດ ໂດຽບໍ່ໍ່ມີ ກາຣວາງແຜນ ຫລືຕຣຽມພ້ອມ ຮັບມືກັບ ພັຍແຫ້ງແລ້ງ ຫລື ນ້ຳຖ້ວມ ແຕ່ຢ່າງໃດ.

ນອກຈາກນັ້ນ ກໍມີບັນຫາ ທີ່ທາງ ຣັຖບາລ ໃຫ້ສັມປະທານ ທີ່ດິນ ແກ່ຊາວຕ່າງຊາຕ ເພີ່ມຂຶ້ນ ເຮັດໃຫ້ ປະຊາຊົນ ຂາດແຄນທີ່ດີ ເພື່ອ ທຳມາຫາກິນ ຈົນເຮັດໃຫ້ ເຂົາເຈົ້າຕ້ອງ ໄດ້ບຸກຣຸກ ພື້ນທີ່ຕາມເຂຕ ປ່າສງວນ ເພື່ອກາຣ ເຮັດໄຮ່ ເລື່ອນລອຍ ທີ່ທາງກາຣ ລາວ ບໍ່ສາມາຖ ແກ້ໄຂໄດ້ ຈັກເທື່ອ ຕລອດຮອດ ບັນຫາ ທີ່ມີຊາວ ຕ່າງຊາຕ ເຂົ້າມາລົງທຶນ ຈັດຕັ້ງ ໂຮງງານ ອຸຕສາຫະກັມ ພ້ອມກັບ ຄວບຄຸມ ດ້ານກາຣຜລິຕ ແລະ ຜູກຂາດ ສິນຄ້າ ເຮັດໃຫ້ ຊາວກະສິກອນ ລາວ ຂນາດນ້ອຍ ບໍ່ສາມາຖ ແຂ່ງຂັນ ດ້ານຣາຄາ ໄດ້ ໂດຽສະເພາະ ໃນແຂວງ ຫລວງນ້ຳທາ ອຸດົມໄຊ ແລະ ຜົ້ງສາລີ ພ້ອມກັບບັນຫາ ອື່ນໆນຳອີກ ທີ່ ທາງກາຣລາວ ຄວນຈະເອົາ ໃຈໃສ່ແກ້ໄຂ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 10, 2012 05:54 AM

ບັນຫາດັ່ງກ່ວານີ້ໄດ້ເກີດຂຶ້ນທຸກຂົງເຂດໄນທົ່ວປະເທດ ຈາກເຫນືອ ກາງ ແລະເຖິງໄຕ້ ຍ້ອນ ປະຊາຊົນລາວເຮົາເອງ ດັ່ງຄຳບູຮານກ່າວໄວ້ວ່າ ຕັດຜົມພິດຄິດຢູ່ ເຈັດວັນ ອັນນີ້ຊ້ຳພັດສ້າງຄອບຄົວພິດ ຕ້ອງຄິດເຖິງຮອດ ມື້ຕາຽ ນັ້ນແລ້ວ ພີ່ນ້ອງເອີຽ!