ການພັທນາສ້າງບັນຫາ ໃຫ້ປະຊາຊົນ

ການຂັດແຍ່ງ ເຣື່ອງ ທີ່ດິນ ໃນລາວ ທາງພາກໃຕ້ ນັບມື້ ມີເພີ້ມຂຶ້ນ.
ສິດນີ
2012.02.29
F-Rubber-plantation-Attapeu ພື້ນທີ່ ປູກຢາງພາຣາ ຂອງ ບໍຣິສັດ ຕ່າງປະເທດ ທີ່ແຂວງ ອັດຕະປື
blogspot

ກົດຟັງສຽງ

ປະຊາຊົນ ລາວ ໃນແຂວງ ພາກໃຕ້ ຫລາຍໆແຫ່ງ ປະສົບ ບັນຫາຂັດແຍ່ງ ເຣື່ອງທີ່ດິນ ບ່ອນປູກຝັງ ທໍາມາຫາກິນ ມາຕລອດ ຍ້ອນສາເຫດ ທີ່ຣັຖບານ ໄດ້ອະນຸມັດ ໃຫ້ ບໍລິສັດ ຕ່າງຊາດ ເຂົ້າມາພັທນາ ໂຄງການ ຕ່າງໆ ເຊັ່ນ: ໂຄງການປູກ ຢາງພາຣາ.

ບັນຫາ ຂັດແຍ່ງ ເກີດຂຶ້ນໄດ້ ກໍເພາະວ່າ ກ່ອນທີ່ ທາງການແຂວງ ຫຼືເຖີງຂັ້ນ ຣັຖບານ ຈະອະນຸມັດ ໃຫ້ ສໍາປະທານ ພື້ນທີ່ດິນນັ້ນ ບໍ່ໄດ້ສໍາຣວດ ກວດກາ ໃຫ້ລະອຽດ ຄັກແນ່ ເສັຍກ່ອນ ເຂດສັມປະທານ ຈື່ງໄປກວມ ເອົາ ພື້ນທີ່ດິນ ຂອງຊາວບ້ານ. ດັ່ງຊາວລາວ ຜູ້ນຶ່ງ ທີ່ມີບັນຫາ ໄດ້ເວົ້າວ່າ ດັ່ງນີ້:

"ກະຊິມີເພີ້ມ ສາເຫດ ຂອງມັນ ກໍເວົ້າຜູ້ມີ ຜູ້ບໍມີ ທີ່ທໍາກິນ ຫລືວ່າບັນຫາ ເກີດຂຶ້ນຈາກ ການແພ່ຂຍາຍ ຂອງການກໍ່ສ້າງ ເປັນຕົ້ນ ອຸດສາຫະກັມ ຫລືອື່ນໆ ເປັນຕົ້ນແມ່ນ ການພັທນາ ການປູກຕົ້ນໄມ້ ອຸດສາຫະກັມ ຕ່າງໆ ຫລາຍແນວ ຕົວຈິງ ກໍເປັນແນວນັ້ນ".

ຊາວບ້ານ ຜູ້ນີ້ ເວົ້າອີກວ່າ ປັດຈຸບັນ ໃນຫລາຍແຂວງ ພາກໃຕ້ ການອະນຸມັດ ໃຫ້ປູກພືດ ອຸດສາຫະກັມ ບາງໂຄງການ ກໍຈະມີ ປະຊາຊົນ ຊາວບ້ານຮ່ວມນໍາ ໃນໂຄງການ ແຕ່ບັນຫາ ສ່ວນໃຫຍ່ ຈະເກີດກັບ ບໍລິສັດ ທີ່ມີ ນັກລົງທຶນ ເປັນເຈົ້າຂອງ ພຽງຝ່າຍດຽວ ຊຶ່ງຫລາຍ ກໍຣະນີ ພື້ນທີ່ ທີ່ໄດ້ຮັບ ສໍາປະທານ ໄປກວມເອົາ ເຂດທີ່ດິນ ຂອງຊາວບ້ານ ແລະ ກໍເກີດເຣື່ອງ ຜິດຖຽງກັນ ແຕ່ທາງການ ກໍບໍ່ໄດ້ ຊ່ວຍແກ້ໄຂ ໃຫ້ຄວາມ ຍຸຕິທັມ ແກ່ ປະຊາຊົນ ຊາວບ້ານເລີຍ. ເຈົ້າໜ້າທີ່ ສະພາ ແຫ່ງຊາດ ຍອມຮັບວ່າ ປະຊາຊົນ ໄດ້ຮ້ອງຮຽນມາ ກ່ຽວກັບ ບັນຫາດັ່ງກ່າວ ມີຈໍານວນ ຫລາຍຂຶ້ນກວ່າ ແຕ່ກ່ອນ. ເຈົ້າໜ້າທີ່ ເວົ້າວ່າ:

"ຫລາຍ ແລ້ວດຽວນີ້ ຫລາຍ ປະມານ ຫລາຍເຕີບແລ້ວ ດຽວນີ້ ສ່ວນຫລາຍ ຢູ່ທາງແຂວງ ພາກໃຕ້ຫລາຍ ເພາະດຽວນີ້ມັນ ກໍຫລາຍຢູ່ ບັນຫາມັນ ກໍຫລາຍຢູ່".

ກ່ຽວກັບ ບັນຫາຂັດແຍ່ງ ເຣື່ອງທີ່ດິນ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີລາວ ເຄີຍໄດ້ຖແລງ ຍອມຮັບ ໃນສະພາ ວ່າເປັນບັນຫາ ທີ່ປະຊາຊົນ ຮ້ອງຮຽນມາຍັງ ສະພາ ແຫ່ງຊາດ ຈໍານວນຫລາຍ ເພື່ອໃຫ້ ຣັຖບານແກ້ໄຂ ຢ່າງຮີບດ່ວນ ຍ້ອນວ່າ ປະຊາຊົນ ຍັງຂາດ ພື້ນທີ່ດິນ ເພື່ອການປູກຝັງ ທໍາມາຫາກິນ ສ່ວນຜູ້ທີ່ມີ ຊໍ້າພັດຖືກ ສໍາປະທານ ໃຫ້ ບໍລິສັດ ຂຍາຍໂຄງການ ກວມທັບ ເອົາໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 29, 2012 04:34 AM

ຢູ່ລາວໃຫ້ຂໍ້ມຸນບໍລະອຽດ ຫລາຍ ຫລາຍ ຈັກເທົ່າບໍຮຸ້ເລີຍ

Anonymous
Feb 29, 2012 07:38 AM

ຍອມຮັບວ່າ ການສ້າງສາພັດທະນາຕ່າງໆຢູ່ລາວເຮົາ ໄດ້ສ້າງບັນຫາໃຫ້ ປະຊາຊົນຫລາຍພໍສົມຄວນ ເຖິງແນວໄດປະຊາຊົນ ກໍ່ຕ້ອງອົດໄດ້ ທົນໄດ້ ເພາະເປັນເຈົ້າຂອງຢູ່ແລ້ວ ດຽວນີ້ ພັກ ແລະ ລັດກຳລັງຊອກລູກກູນແຈ ທິດສະດີ ບໍ່ຮູ້ ບໍ່ເຫັນ ບໍ່ຈັກ.ເມື່ອໄດ້ລູກກຸນແຈແລ້ວ ເພິ່ນຈະແກ້ໄຂ ແບບສະລາດສ່ອງໃສໃຫ້ ເດີ!

Anonymous
Mar 01, 2012 12:53 AM

ຢາກໃຫ້ມີພະແນກຂ່າວສານກ່ຽວກັບຄວາມເຫັນຂອງປະຊົນທີ່ມີຕໍ່ລັດຖະບານ, ຖ້າເປັນໄປໄດ້ແມ່ນຢາກໃຫ້ມີການວິໄຈ ແລະ ກະຈາຍຂ່າວສານກ່ຽວຄວາມເພິ່ງພໍໃຈຂອງປະຊາຊົນທີ່ມີຕໍ່ລັດຖະບານລາວ ວ່າມີຈັກ%? ທີ່ພໍໃຈກັບການບໍລິຫານຂອງລັດຖະບານລາວໃນແຕ່ລະປີ.

Anonymous
Feb 29, 2012 11:22 AM

ບໍ່ວ່າຍຸດທະສາດ ກໍຄືນະໂຍບາຍຂອງ ສປປ ລາວຍາມໄດກໍພະຍາຍາມເລັງໃສ່ແກ້ໄຂຄວາມທຸກຍາກ ແຕ່ພັດກົງກັນຂ້າມແມ່ນເພີ້ມທະວີຄວາມທຸກຍາກໃຫ້ພໍ່ແມ່ປະຊາຊົນ ເພາະວ່າການບໍ່ມີເນື້ອທີ່ທຳມາຫາກິນ