ດິນສໍາປະທານ ຕັດພື້ນທີ່ລ້ຽງສັດ
2012.01.11

ພື້ນທີ່ໃນ ແຂວງບໍ່ແກ້ວ ມີການກະເສຕ ຂຍາຍຕົວ ຫ
ກົດຟັງສຽງ
ລາຍຂຶ້ນ ແລະມີ ອຸດສາຫະກັມ ກໍ່ສ້າງ ເພີ່ມຂຶ້ນ ເຊັ່ນດຽວກັນ ເຮັດໃຫ້ ປະຊາຊົນ ມີບັນຫາ ບໍ່ມີຫຍ້າ ພຽງພໍ ສໍາລັບລ້ຽງສັດ. ເຈົ້າໜ້າທີ່ ຜແນກລ້ຽງສັດ ແຂວງບໍ່ແກ້ວ ກ່າວວ່າ:
"ການລ້ຽງແບບ ທົ່ງຫຍ້າທັມຊາດ ເພາະວ່າ ເນື້ອທີ່ ທໍາການຜລິດ ຫລືວ່າເນື້ອທີ່ ປູກຫຍ້ານັ້ນ ມັນຫຼຸດລົງ ຂະເຈົ້າຈຶ່ງ ບໍ່ລ້ຽງຫລາຍ ຣາຄາຊີ້ນ ມັນຈະສູງຂຶ້ນ ຫັ້ນນະ".
ການລ້ຽງສັດ ຕ້ອງລົງທຶນ ຣະຍະຍາວ ຫຼາຍປີ ຈຶ່ງຂາຍໄດ້ ແຕ່ເວລານີ້ ປະຊາຊົນ ບໍ່ມີຫຍ້າ ຫຼືເງິນຊື້ອາຫານ ໃຫ້ສັດລ້ຽງ ຖ້າຊື້ຕາມຕລາດ ຣາຄາກໍສູງ. ເຖິງແມ່ນວ່າ ຣາຄາຊີ້ນ ຈະແພງຂຶ້ນ ແຕ່ກໍ ຍັງເຫັນວ່າ ບໍ່ຄຸ້ມຄ່າ ຖ້າຫາກຕ້ອງຊື້ ອາຫານ ລ້ຽງສັດ.
ປັຈຈຸບັນ ປະຊາຊົນ ແຂວງບໍ່ແກ້ວ ປ່ຽນຈາກ ການລ້ຽງສັດ ເປັນຄົນງານ ປູກຝັງ ເພາະຄວາມຕ້ອງການ ຄົນງານ ໃນລາວ ມີຫລາຍຂຶ້ນ.
ສ່ວນທາງການລາວ ກໍພຍາຍາມ ຊ່ວຍເຫລືອ ປະຊາຊົນ ທີ່ຍັງມີອາຊີພ ລ້ຽງສັດຢູ່ ດ້ວຍການໃຫ້ ຄວາມຮູ້ ເຣື່ອງປູກຫຍ້າ ລ້ຽງສັດ ສໍາລັບພື້ນທີ່ ລ້ຽງສັດ ນັ້ນຕ້ອງໄດ້ ຊອກຫາເອົາເອງ ເພາະທາງການ ບໍ່ສາມາດ ຈັດສັນໃຫ້ໄດ້.