ຄ່າທົດແທນທີ່ດິນ ຂອງຊາວນາບໍ່ພຽງພໍ

ຊາວນາລາວ ຜູ້ທີ່ຖືກໂຍກຍ້າຍ ຍ້ອນມີການ ສໍາປະທານ ທີ່ດີນ ໃຫ້ນັກລົງທືນ ຕ່າງຊາດ ໄດ້ຮັບຄ່າທົດແທນ ໜ້ອຍເກີນໄປ ໃນທີ່ດີນ ຂອງພວກຂະເຈົ້າ.
ສິດນີ
2011.03.18

ກົດຟັງສຽງ

ເຈົ້າຫນ້າທີ່ ຈາກອົງການ ຄຸ້ມຄອງທີ່ດິນ ທີ່ນະຄອນຫລວງ ວຽງຈັນ ເວົ້າວ່າ ການຈ່າຍຄ່າ ທົດແທນທີ່ດິນ ຈາກບໍຣິສັດ ສຳປະທານ ໃຫ້ແກ່ປະຊາຊົນ ຜູ້ທີ່ຖືກ ໂຍກຍ້າຍ ສ່ວນຫລາຍແລ້ວ ຈະຫນ້ອຍກວ່າ ສະພາບຄວາມຈີງ. ຊື່ງເຮັດໃຫ້ ປະຊາຊົນ ບໍ່ພໍໃຈ ເນຶ່ອງຈາກວ່າ ພວກຂະເຈົ້າ ໄດ້ສູນເສັຽທີ່ດິນ ເພື່ອທຳມາຫາກີນ ຂອງພວກຕົນ ໃຫ້ແກ່ ກຸ່ມນັກລົງທຶນ. ເຈົ້າໜ້າທີ່ ຜູ້ນີ້ເວົ້າວ່າ:

"ການເວັນຄືນ ຄ່າທີ່ດີນ ໃຫ້ແກ່ ປະຊາຊົນ ກຸ່ມນັກລົງທືນ ກໍ່ຢາກໄດ້ຖືກ ແຕ່ເປັນບ່ອນ ຫາຢູ່ຫາກີນ ຂອງປະຊາຊົນ ມາແຕ່ດຶກດຳບັນ ເຂົາກໍບໍ່ຢາກປະ ແຕ່ເຂົາກໍໄດ້ເສັຽ ສລະສຸດຂີດແລ້ວ ເພາະວ່າດິນ ທຳມາຫາກີນ ຂອງຕົນເອງ ຍົກເອົາໃຫ້ນັກລົງທືນ".

ເຈົ້າໜ້າທີ່ເວົ້າອີກວ່າ ສາເຫດທີ່ ນັກລົງທຶນ ຈ່າຍຄ່າທົດແທນ ຫນ້ອຍກວ່າປົກກະຕິ ໃຫ້ແກ່ ປະຊາຊົນນັ້ນ ກໍ່ຍ້ອນວ່າ ກຸ່ມນັກລົງທຶນ ຕ້ອງໄດ້ເສັຽຄ່າ ບໍຣິການວັດແທກ ພື້ນທີ່ ໃຫ້ຣັຖບານ ນຳອີກດ້ວຍ ໃນດິນຕອນນັ້ນ ຊື່ງຄ່າວັດແທກ ທີ່ດິນ ຂອງຣັຖບານ ກໍ່ສູງພໍສົມຄວນ ນັກລົງທືນ ບາງກຸ່ມ ກໍ່ບໍ່ພໍໃຈ ໃນການເກັບຄ່າ ວັດແທກ ຂອງຣັຖບານ ຈື່ງເຮັດໃຫ້ ພວກຂະເຈົ້າ ຫລຸດຄ່າຊົດເຊີຍ ຕໍ່ປະຊາຊົນ. ຣັຖບານ ກໍ່ພຍາຍາມ ໃຫ້ສອງຝ່າຍສາມາດ ຕົກລົງກັນໄດ້ ໃນຣາຄາ ທີ່ເຫມາະສົມ. ທ່ານເວົ້າເພີ້ມອີກວ່າ:

"ຖ້າວ່າເປັນຂອງ ເອກກະຊົນ ໂດຍທີ່ວ່າ ນັກລົງທືນກັບ ເອກກະຊົນ ຕົກລົງກັນເອງ ແຕ່ຖ້າເປັນໂຄງການ ບຸຣິມະສິດ ຂອງຣັຖບານ ທີ່ລົງທືນ ຈາກບໍຣິສັດ ເອກກະຊົນ ຣັຖບານ ຈະຕ້ອງໄປເບີ່ງວ່າ ບໍຣິສັດຄວນ ຈ່າຍໃຫ້ປະຊາຊົນ ຫລາຍປານໃດ ເພື່ອໃຫ້ທຸກຝ່າຍ ມີຄວາມພໍໃຈ".

ໂຄງການພັທນາຕ່າງໆ ຂອງຣັຖບານ ທີ່ນັກລົງທຶນ ຕ່າງຊາດ ສຳປະທານ ໃນຣະຍະທີ່ ຜ່ານມາ ຈົນເຖິງປັດຈຸບັນ ບາງແຫ່ງກໍ່ຖືກ ດິນປະຊາຊົນ ຣັຖບານລາວ ຈື່ງມີການ ເຂັ້ມງວດກ່ຽວກັບການ ຈ່າຍຄ່າຊົດເຊີຍ ຈາກບໍຣິສັດ ຜູ້ສຳປະທານ ໃຫ້ແກ່ ພວກຂະເຈົ້າ ຢ່າງເຫມາະສົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.