ວຽກງານຮັບຈ້າງ ໄປບໍ່ເຖິງຊົນນະບົດ

ຂໍ້ມູລ ຂ່າວສານ ກ່ຽວກັບ ການຮັບ ສມັກ ຈ້າງ ຄົນງານ ໃນລາວ ຍັງໄປ ບໍ່ເຖິງ ເຂດ ຊົນນະບົດ.
ໂພໄຊສວັດ
2011.06.01
F-nak ການກໍ່ສ້າງໃນຕົວເມືອງ ມີຢູ່ຕລອດ ເພາະເມືອງລາວ ກໍາລັງຂຍາຍໂຕ ໃນທຸກດ້ານ ຫາກທາງການ ມີການຄວບຄຸມ ແຮງງານຕ່າງດ້າວ ຢ່າງເຄັ່ງຄັດ ບັນຫາກໍ່ຈະແກ້ໄຂ ໄດ້ງ່າຍຂື້ນ
KM/RFA

ກົດຟັງສຽງ

ໃນລາວ ຂໍ້ມູນ ຂ່າວສານ ກ່ຽວກັບ ການຮັບ ສມັກຈ້າງ ຄົນງານ ເພື່ອວຽກການ ໃນໂຄງການ ລົງທຶນ ຫລາຍຢ່າງ ຂອງ ບໍລິສັດ ຕ່າງປະເທດ ຍັງໄປ ບໍ່ເຖິງເຂດ ຊົນນະບົດ, ຈຶ່ງເປີດ ໂອກາດ ໃຫ້ ນັກຄ້າມະນຸດ ທ້ອງຖິ່ນ ແລະ ຈາກ ພາຍນອກ ສາມາດ ຮັບເອົາ ຄົນງານ ຊາວໜຸ່ມລາວ ໄປເຮັດວຽກ ໃນປະເທດ ເພື່ອນບ້ານ ໄດ້ ໂດຍສະເພາະ ແມ່ນ ປະເທດໄທ. ເຈົ້າໜ້າທີ່ ຈາກອົງການ ສາກົນ ຊ່ວຍເຫລືອ ຄົນງານ ອະທິບາຍ ວ່າ:

"ຄືຢູ່ ວຽງຈັນນີ້ ຂແນງການ ຍັງຂາດຢູ່ ຍັງຖື ວ່າຂາດ ຫລາຍຢູ່ ແຕ່ວ່າ ສ່ວນຫລາຍ ຈະເປັນຍ້ອນ ຂໍ້ມູນຕ່າງໆ ຂໍ້ມູນ ຂ່າວສານ ທີ່ເວົ້າເຖິງ ວຽກຕ່າງໆ ທີ່ຢູ່ ວຽງຈັນ ນີ້ມັນໄປ ບໍ່ເຖິງ ເພາະວ່າ ສ່ວນຫລາຍມັນ ຢູ່ບ່ອນ ຫ່າງໄກ ສອກຫລີກ ເນ໋າະ ບາດນີ້ຄົນ ທີ່ເຂົາເຂົ້າ ເຖິງກວ່າ ກໍຄືຄົນ ທີ່ເປັນ ນາຍໜ້າ ຫລາຍກວ່າ ທີ່ເຂົາເຂົ້າ ເຖິງ ກຸ່ມເປົ້າໝາຍ ໄວກວ່າ ຊັ້ນລ໋ະ".

ນາງເວົ້າ ຕໍ່ໄປວ່າ ປັດຈຸບັນ ໃນແຂວງ ໃຫຍ່ໆ ໃນລາວ ເຊັ່ນ ນະຄອນຫລວງ ວຽງຈັນ ແລະ ສວັນນະເຂດ ຍັງຕ້ອງການ ຄົນງານ ຈໍານວນ ຫລວງຫລາຍ ແຕ່ເພາະ ການປະກາດ ຮັບສມັກ ຄົນງານ ບໍ່ທົ່ວເຖິງ ເຮັດ ໃຫ້ ຄົນງານ ສ່ວນຫລາຍ ຄິດວ່າ ບໍ່ມີ ວຽກເຮັດ ແລະ ເມື່ອນາຍໜ້າ ຄ້າແຮງງານ ມາສເນີ ວຽກໃຫ້ໃນ ຕ່າງປະເທດ ຈຶ່ງຕັດສິນ ໃຈຮັບ ໂດຍໄວ ໂດຍທີ່ບໍ່ໄດ້ ຄິດເຖິງ ຄວາມສ່ຽງ ຫລືວ່າ ອັນຕະລາຍ ຫລື ຈະຖືກ ເອົາລັດ ເອົາປຽບ ໃດໆ ແລະ ອີກເຫດຜົນນຶ່ງ ທີ່ເຮັດໃຫ້ ຄົນງານລາວ ໄປເຮັດການ ໃນຕ່າງ ປະເທດ ກໍເພາະ ວຽກງານ ໃນແຂວງໃຫຍ່ໆ ສ່ວນຫລາຍ ຕ້ອງການ ຄົນງານ ທີ່ມີຄວາມ ຊໍານານ, ມີຝີມື. ນາງເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:

"ຖ້າເວົ້າ ເຖິງວຽກ ຢູ່ປະເທດ ລາວ ມັນກໍມີ ຫລາຍຄືກັນ ແຕ່ວ່າ ບາງວຽກ ມັນກໍເປັນ ວຽກ ທີ່ຕ້ອງການ ຝີມືເນ໋າະ ຢ່າງ ສົມມຸດວ່າ ໂຄງການ ກໍ່ສ້າງຕ່າງໆ ທີ່ມັນ ເກີດຂຶ້ນ ມັນກໍບໍ່ແມ່ນ ມັນນ້ອຍເນ໋າະ ມັນກໍຫລາຍ ແຕ່ວ່າຄັນ ອີງໃສ່ ຄວາມສາມາດ ທີ່ຈະສມັກ ໄດ້ນີ້ນະ ມັນກໍຂ້ອນຂ້າງ ທີ່ຈະສູງ ໜ້ອຍນຶ່ງ ມັນຈຶ່ງ ເຮັດໃຫ້ ມີເງື່ອນໄຂ ໂຕນີ້ ກໍຖືວ່າ ຍັງຍາກຢູ່ ສໍາລັບ ຊາວໜຸ່ມຫັ້ນ".

 
ນາງເວົ້າ ສລຸບວ່າ ອົງການ Village International Focus ທີ່ນາງ ສັງກັດຢູ່ ໄດ້ໃຫ້ ການຊ່ວຍເຫລືອ ໂດຍການ ຝຶກວິຊາຊີບ ທີ່ຈໍາເປັນ ໃຫ້ຄົນງານ ລາວ ສາມາດໄປ ສມັກເຮັດວຽກ ໃນປະເທດ ລາວ ໄດ້. ທາງອົງການ ເຫັນວ່າ ທາງການ ລາວ ຄວນພັທນາ ໂຮງຮຽນ ຝຶກວິຊາຊີບ ໃຫ້ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.