ເດັກນ້ອຍຢູ່ນໍ້າເທີນ 2 ຂາດສາຣອາຫານ

ເດັກນ້ອຍ ອາຍຸ ຕໍ່າກ່ວາ 5 ປີ ຢູ່ໃນເຂດ ນໍ້າເທີນ 2 ຍັງຂາດອາຫານ ທີ່ບໍາຣຸງ ກໍາລັງ.
ສົມເນ
2010.12.16

ກົດຟັງສຽງ

ນາຍແພດ ຊ່ຽວຊານ ທີ່ເຮັດວຽກ ຢູ່ໃນ ໂຄງການຮັກສາ ແລະ ປັບປຸງ ສຸຂພາບ ຂອງ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ເຂື່ອນນໍ້າເທີນ 2 ເວົ້າວ່າ ເດັກນ້ອຍອາຍຸ ຕໍ່າກ່ວາ 5 ປີ ສ່ວນມາກ ຍັງຂາດສານ ອາຫານບໍາຣຸງ ຮ່າງກາຍ. ທ່ານ ດຣ. Surinder Kaul ນາຍແພດ ທີ່ເຮັດວຽກ ໃນໂຄງການ ຮັກສາ ແລະ ປັບປຸງ ສຸຂພາບ ຂອງ ປະຊາຊົນ ໃນເຂດ ນໍ້າເທີນ 2 ອະທິບາຍວ່າ ເດັກນ້ອຍຂາດ ສານອາຫານ ບໍາຣຸງ ຮ່າງກາຍນີ້ ມັນບໍ່ແມ່ນ ວ່າຂາດເຂີນ ເຂົ້າກິນ ມັນແມ່ນຂາດ ສານອາຫານ ບໍາຣຸງຮ່າງກາຍ ປະເພດອື່ນໆ: ທ່ານວ່າ ບັນຫາ ພື້ນຖານ ດຽວນີ້ ແມ່ນວ່າ ເດັກນ້ອຍອາຍຸ ຕໍ່າກ່ວາ 6 ເດືອນ ທີ່ກິນນົມແມ່ ມີສຸຂພາບ ຮ່າງກາຍ ປົກກະຕິ ແຕ່ວ່າ ຫລັງຈາກ 6 ເດືອນ ໄປແລ້ວ ໃນເວລາທີ່ ເຂົາຕ້ອງການ ອາຫານເພີ້ມ ນໍ້າໜັກ ຂອງເດັກນ້ອຍ ເລີ້ມຫລຸດລົງຫລາຍ ນັ້ນແມ່ນ ບັນຫາ ຂາດສານອາຫານ ບໍາຣຸງຣ່າງກາຍ ແລະວ່າ ໂຄງການ ຢູ່ນໍ້າເທີນ 2 ໄດ້ສຸມໃສ່ ເພື່ອແກ້ໄຂ ບັນຫານີ້.

ວິທີແກ້ໄຂ ນັ້ນ ທ່ານວ່າ ທາງໂຄງການ ໄດ້ຈັດໃຫ້ມີ ການສືກສາ ຜູ້ເປັນແມ່ ເພາະວ່າ ຜູ້ເປັນແມ່ ບໍ່ຮູ້ວ່າ ຈະເອົາອາຫານ ປະເພດໃດ ໃຫ້ລູກກິນ. ໃນເວລາ ຄອດລູກອອກ ມານັ້ນ ແມ່ຍິງຢູ່ ໃນເຂດ ນໍ້າເທີນນີ້ ເຂົາກໍຢູ່ໄຟ ແລະ ກິນແຕ່ນໍ້າຮ້ອນ ກັບນໍ້າຮາກໄມ້ ຢ່າງດຽວ ບໍ່ໄດ້ກິນ ອາຫານທີ່ມີ ສານບໍາຣຸງ ຮ່າງກາຍ. ເມື່ອຜູ້ເປັນແມ່ ບໍ່ໄດ້ກິນ ອາຫານ ທີ່ບໍາຣຸງ ຮ່າງກາຍແລ້ວ ເດັກນ້ອຍ ຈະຕ້ອງໄດ້ ຮັບຄວາມເຈັບປວດ ຂາດສານອາຫານ ບໍາຣຸງ.

ທ່ານວ່າ ອັນນີ້ມັນແມ່ນ ຄວາມທຸກຍາກ ດ້ານສານອາຫານ ບໍາຣຸງຮ່າງກາຍ ຕັ້ງແຕ່ເກີດ ອອກມາແຕ່ ທ້ອງແມ່. ທັງໝົດນີ້ ແມ່ນຍ້ອນ ຜູ້ເປັນແມ່ ຂາດຄວາມຮູ້ ຄວາມເຂົ້າໃຈ ໃນການເອົາ ອາຫານທີ່ມີ ສານບໍາຣຸງ ໃຫ້ຜູ້ເປັນລູກກິນ. ທ່ານວ່າ ວຽກງານ ຂອງພວກທ່ານ ແມ່ນສຸມໃສ່ ແກ້ໄຂ ບັນຫານີ້ ໂດຍຈັດຕັ້ງ ໂຄງການ ບໍາຣຸງອາຫານ ປະຈໍາເດືອນ ແກ່ເດັກນ້ອຍ ຕໍ່າກ່ວາ 5 ປີ. ແຕ່ລະເດືອນ ມີການຕິດຕາມ ສຸຂພາບ ຂອງເດັກນ້ອຍ ໃນ 93 ບ້ານ, ປັບປຸງ ການສັກຢາ ປ້ອງກັນເຊື້ອໂຣກ ໃຫ້ ຫລຸດຜ່ອນ ບໍ່ໃຫ້ເດັກນ້ອຍ ມີພຍາດ ແມ່ທ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.