ຂ.ຄໍາມ່ວນເຕືອນ ຣະວັງນໍ້າຖ້ວມ

ເຈົ້າໜ້າທີ່ ແຂວງຄໍາມ່ວນ ປ່າວເຕືອນ ຊາວບ້ານ ໃຫ້ຣະວັງ ພັຍນໍ້າຖ້ວມ.

ເຈົ້າໜ້າທີ່ ທາງການ ແຂວງຄໍາມ່ວນ ໄດ້ເລີ້ມແຈ້ງເຕືອນ ປະຊາຊົນ ຊາວບ້ານ ທີ່ອາສັຍຢູ່ ແຄມແມ່ນໍ້າ ເຊບັ້ງໄຟ ໃຫ້ລະມັດ ລະວັງພັຍ ນໍ້າຖ້ວມ ຫລັງຈາກ ກົມອຸຕຸນິຍົມ ວິທະຍາ ແລະ ອຸທົກກະສາດ ໄດ້ພະຍາກອນ ກ່ຽວກັບ ສະພາບ ດິນຟ້າອາກາດ ແລະ ສັງເກດ ລະດັບນໍ້າ ໃນແມ່ນໍ້າ ເຊບັ້ງໄຟ ທີ່ໄດ້ ເພີ້ມສູງຂຶ້ນ ເລື້ອຍໆ ຍ້ອນນໍ້າໄຫລ ບໍ່ທັນ ເມື່ອຝົນໄດ້ ຕົກໜັກ ແຕ່ຄັ້ງກ່ອນ ເຈົ້າໜ້າທີ່ ຫ້ອງການ ແຂວງຄໍາມ່ວນ ເວົ້າວ່າ:

"ຂະເຈົ້າ ກໍມີແຕ່ເຕືອນ ໃຫ້ກະຕຽມ ນັ້ນແຫລ໋ະ ເຫັນວ່າ ນໍ້າໄຫລຫລາກ ໄຫລລົ້ນ ໄປບໍ່ທັນຫັ້ນໜາ ມັນກໍລົ້ນ ຕາມແຄມຝັ່ງ ນັ້ນແຫລ໋ະ ແຕ່ບໍ່ເປັນ ອັນຕະລາຍຫຍັງ ທັມມະດາ ຄືທັມມະຊາດເນ໋າະ ຝົນກໍບໍ່ຕົກເຊົາແລ້ວ"

ທ່ານເວົ້າ ຕໍ່ໄປວ່າ ຊາວບ້ານ ທີ່ອາສັຍຢູ່ ຕາມແຄມ ສອງຝັ່ງແມ່ນໍ້າ ເຊບັ້ງໄຟ ຕ້ອງໄດ້ ລະມັດລະວັງ ເພາະລະດັບນໍ້າ ໃນປັດຈຸບັນ ໄດ້ຂຶ້ນເກີນ ລະດັບນໍ້າ ປົກກະຕິແລ້ວ ຫາກຍັງ ມີຝົນຕົກຕື່ມອີກ ກໍອາດ ຈະກໍ່ໃຫ້ ເກີດອັນຕະລາຍໄດ້ ສິ່ງທີ່ຮີບດ່ວນ ກໍແມ່ນ ການກະຕຽມ ໂຍກຍ້າຍສັດລ້ຽງ ແລະ ສິ່ງຂອງຈໍາເປັນ ໄປຢູ່ເຂດ ທີ່ປອດພັຍ ເພື່ອກັນບໍ່ໃຫ້ ເກີດຄວາມເສັຍຫາຍ.

ເຖິງຢ່າງໃດກໍຕາມ ບາງພື້ນທີ່ ໃນບາງເມືອງ ໄດ້ຖືກນໍ້າໄຫລ ເຂົ້າຖ້ວມແລ້ວ ໂດຍສະເພາະ ຖນົນຫົນທາງ ແລະ ບ້ານເຮືອນ ທີ່ຕັ້ງຢູ່ ແຄມຝັ່ງແມ່ນໍ້າ ເຈົ້າໜ້າທີ່ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ເມືອງມະຫາໄຊ ເມືອງໜອງບົກ ກັບເມືອງ ເຊບັ້ງໄຟ ກໍຖ້ວມຢູ່ ໄຫລບໍ່ທັນ ແຄມຝັ່ງນໍ້າລົ້ນ ລຸ່ມນໍ້າຄອງ ຫັ້ນໜ໋າ ຖ້ວມເສັ້ນທາງ ໄຫລບໍ່ທັນເດ໋"

ເຈົ້າໜ້າທີ່ ເວົ້າສລຸບວ່າ ຫາກບໍ່ມີ ຝົນຕົກໜັກ ຕໍ່ເນື່ອງອີກ ກໍຄົງຈ ະບໍ່ມີບັນຫາຫຍັງ ຫາກມີ ຝົນຕົກມາອີກ ກໍອາດ ກໍ່ໃຫ້ເກີດ ອັນຕະລາຍໄດ້ ເພາະລະດັບນໍ້າ ປັດຈຸບັນ ກໍຂຶ້ນກາຍ ລະດັບ ປົກກະຕິ ຢູ່ແລ້ວ ແລະ ໄດ້ມີຜົນ ກະທົບຕໍ່ ພື້ນທີ່ການ ກະເສຕໄປແລ້ວ ປະມານ 200 ໄຮ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org