ຂ.ຄໍາມ່ວນແລະການໃຊ້ ສາຣເຄມີເພື່ອປູກຝັງ
2010.12.17
ກົດຟັງສຽງ
ໂດຍສະເພາະ ການບໍ່ຮູ້ຈັກ ໃຊ້ໃຫ້ຖືກວິທີ ເພາະວ່າ ສານເຄມີ ກະທົບ ໂດຍກົງຕໍ່ນໍ້າ ແລະ ດິນນາດິນສວນ ຕໍ່ຄົນ ຮວມທັງຕໍ່ ຣະບົບຫາຍໃຈ ຊຶ່ງຢູ່ຫລາຍເມືອງ ຂອງ ແຂວງຄຳມ່ວນ ມີການໃຊ້ ສານເຄມີ ຢ່າງກວ້າງຂວາງ. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງຄຳມ່ວນ ເວົ້າວ່າ:
"ກິໂຮງງານ ນໍ້າຕານ ເນື້ອທີ່ປູກ ໄຮ່ອ້ອຍ ອີ່ສັງຕ່າງໆ ມັນກໍສິມີ ບັນຫາແລ້ວ ແລ້ວຜົລກະທົບ ກໍຈະມີ ແຕ່ບໍ່ ກະທົບຫລາຍ ບາງເທື່ອ ເວລາຝົນຕົກ ກໍລະເຫີຍ ຂອງໄຊຍາໄນ ຫຍັງຕ່າງໆ ບາງເທື່ອກໍແຮງ ມັນກໍ ທໍາໃຫ້ຕາຍເນາະ".
ທ່ານເວົ້າຕໍ່ ໄປວ່າ ມີການນຳໃຊ້ ສານເຄມີ ເພື່ອຂ້າຫຍ້າ ເພື່ອໃຫ້ໄດ້ ຜົນຜລິດຫລາຍ ກຳລັງໄດ້ ຮັບຄວາມນິຍົມ ໃນກຸ່ມ ກະເສຕກອນ ຣາຍໃຫຍ່ ແລະ ຂນາດກາງ ທີ່ຮັບປູກພືດ ຂາຍໃຫ້ ໂຮງງານຕ່າງໆ ອັນເຮັດໃຫ້ ນໍ້າ, ດິນ ແລະ ສະພາບແວດລ້ອມ ປະສົບ ກັບບັນຫາ ຫລາຍຢ່າງ.
ພາກສ່ວນທີ່ ມັກໃຊ້ ສານເຄມີ ຫລາຍ ແມ່ນພາກສ່ວນ ປູກອ້ອຍ ຮວມທັງໂຄງການ ປູກຢາງພາລາ.
ໃນປັດຈຸບັນ ທາງຜແນກ ກະສິກັມ ແຂວງ ກໍໄດ້ໄປ ສຳຣວດ ເພື່ອບໍ່ໃຫ້ມີ ການຖິ້ມວັສດຸ ທີ່ບັນຈຸ ສານເຄມີ ຊະຊາຍ ເພື່ອປ້ອງກັນ ອັນຕະລາຍ ທີ່ຈະເກີດຂຶ້ນ ແລະ ມີການຄວບຄຸມ ບໍ່ໃຫ້ ບໍຣິສັດຕ່າງໆ ໃຊ້ສານເຄມີ ຫລາຍເກີນໄປ ເຊັ່ນບໍ່ໃຫ້ໃຊ້ ເກີນ 5 ລິດ ຕໍ່ເອັກຕາຣ ແຕ່ໃນພາກ ປະຕິບັດ ຕົວຈິງ ບໍ່ຄ່ອຍມີ ຜູ້ໃດໃຫ້ການ ຮ່ວມມື ພໍເທົ່າໃດ ແລະນັ້ນ ກໍເປັນບັນຫາ ທີ່ໜ້າເປັນຫ່ວງ ໃນອະນາຄົດ ຖ້າຫາກມີ ການໃຊ້ ສານເຄມີ ຫລາຍເກີນໄປ ອາດເຮັດໃຫ້ ເກີດຜົລກະທົບ ໜັກໜ່ວງ ຕໍ່ທັງ ປະຊາຊົນ, ສັດສາວາສິ່ງ ແລະ ສິ່ງແວດລ້ອມ ຢ່າງແນ່ນອນ.