ຈີນຈະຈ້າງ ຄົນງານລາວຫຼາຍຂື້ນ

ທາງການ ແຂວງຄໍາມ່ວນ ຂໍໃຫ້ພວກ ບໍຣິສັດ ຂອງຈີນ ຈ້າງຄົນງານ ລາວ ຫຼາຍຂື້ນ.
ໂພໄຊສວັດ
2012.02.29

ກົດຟັງສຽງ

ກົມແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ຫວັງວ່າ ຈະສາມາດ ຫລຸດຜ່ອນ ຈໍານວນ ຄົນງານລາວ ທີ່ໄປຂາຍ ແຮງງານ ໃນ ຕ່າງປະເທດ ລົງໄດ້ ຍ້ອນວ່າ ປັດຈຸບັນ ບໍລິສັດ ຂອງຈີນ ໃນແຂວງ ໄດ້ປະກາດ ຮັບສມັກ ຄົນງານລາວ ເພື່ອເຂົ້າ ເຮັດວຽກ ໃນໂຮງງານ ແລະ ໂຄງການຕ່າງໆ ຂອງຈີນ ຫລາຍເພີ້ມຂຶ້ນ. ດັ່ງທ່ານ ບຸນສຽງ ສາພັກດີ ຫົວໜ້າຜແນກ ແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ເວົ້າວ່າ:

"ພວກເຮົາ ກໍາລັງຕິດຕໍ່ ອອກແຈ້ງການ ເພາະວ່າມີ ຕໍາແຫນ່ງ ຈາກບໍລິສັດ ໄຄຢວນ ຂອງຈີນ ມີຫລາຍຕໍາແຫນ່ງ ສອງສີ່ຫ້າຮ້ອຍ ຕໍາແຫນ່ງ ດຽວນີ້ພວກເຮົາ ກໍຈະຫລຸດຜ່ອນ ການທໍາງານ ຢູ່ຕ່າງປະເທດ ຫລາຍເດ໋".

ທ່ານເວົ້າຕໍ່ໄປ ອີກວ່າ ເຖິງແມ່ນວ່າ ບໍລິສັດຈີນ ຈະນໍາຄົນງານ ຂອງຕົນ ເຂົ້າມາ ເຮັດວຽກຫລາຍ ພໍສົມຄວນ ແຕ່ຄົນງານລາວ ກໍມີໂອກາດ ຫລາຍຂຶ້ນ ຍ້ອນບໍລິສັດ ຈີນ ມີຫລາຍໂຮງງານ ແລະ ຫລາຍ ໂຄງການ ພາຍໃນ ແຂວງຄໍາມ່ວນ. ສໍາລັບ ຄົນງານລາວ ທີ່ເຂົາຕ້ອງການ ນັ້ນກໍມີ ນັບຕັ້ງແຕ່ ຂັ້ນຕໍ່າ ໄປຮອດຂັ້ນກາງ ແລະ ເຫັນວ່າມີ ສວັດດີການ ດີພໍສົມຄວນ ຊຶ່ງທາງການ ຫວັງວ່າ ຈະສາມາດ ຫລຸດຜ່ອນ ແຮງງານລາວ ທີ່ລັກລອບ ໄປເຮັດການ ໃນປະເທດ ເພື່ອນບ້ານ ໄດ້ສ່ວນນຶ່ງ.

ຄົນງານລາວ ທີ່ສົນໃຈ ຢາກເຮັດວຽກ ນໍາບໍຣິສັດ ແລະ ໂຄງການຕ່າງໆ ຂອງຈີນ ກໍໃຫ້ໄປ ຈົດຊື່ ຕາມຈຸດ ບໍຣິການ ແຮງງານ ໃນແຕ່ລະເຂດ ຢູ່ ແຂວງຄໍາມ່ວນ ເລີ້ມແຕ່ເດືອນ ມີນາ 2012 ນີ້ເປັນຕົ້ນໄປ. ທາງກົມ ແຮງງານ ແລະ ສວັດດີການ ແຂວງຄໍາມ່ວນ ຄາດວ່າ ບໍຣິສັດຈີນ ຈະນໍາຄົນງານ ຈໍານວນນຶ່ງ ໄປເຮັດວຽກ ໃນການພັທນາ ເຂດ ເສຖກິດ ສະເພາະ ພູຂຽວ ຊຶ່ງວຽກຕ່າງໆ ກໍຈະມີ ເຊັ່ນ ຊ່າງກໍ່ ຊ່າງສະເພາະ ອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 29, 2012 06:21 AM

ເປັນການດີແລ້ວ ຖ້າອ້າຍໄຫ່ຽຊ່ວຍເຫລືອລາວເຮົາຄວນບຸກບືນຕາມຄວາມສາມາດ ເພື່ອຊ່ວຍຕົວເອງ ຄອບຄົວ ແລະສັງຄົມລາວໃຫ້ມີຄວາມຈະເລີນຮຸ່ງເຮືອງ ໃນທາງຖືກຕ້ອງເມາະສົມ ທຸກວຽກງານ ບໍ່ວ່າໃຊ້ມັນສະໝອງນັ່ງຕັ່ງ ຂີດຂຽນຫລືອອກແຮງງານສາມັນ ທຳມະດາ ຖ້າເຮັດວຽກຫລ້ອນຫນ້າທີ່ ແມ່ນມີກຽດເທົ່າທຽມກັນໝົດ ຜູ້ໄດໃຊ້ແຕ່ທິດສະດີ ຊີ້ຕີນຊີ້ມືໄດ້ແຕ່ສັ່ງ ບໍ່ເຮັດຫຽັງໝົດ ແມ່ນບໍ່ມີກຽດ ໄດ້ແຕ່ບຽດແລະສຽດສີຄົນຈິງເພື່ອສ້າງຄວາມໄດ້ປຽບ ພວກດັ່ງກ່າວນີ້ ແມ່ນພວກຄົນພານ ໂຈນສ້າງຄວາມເດືອດຮ້ອນແກ່ສັງຄົມ ໃຜຜວ່າຈະເປັນຄົນດີໄດ້.