ເຈົ້າໜ້າທີ່ຢືນຢັນ ເຣື່ອງຮັບລ້ຽງເດັກນ້ອຍ

ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ຢືນຢັນວ່າ ມີພະນັກງານ ບໍານານ ໄດ້ປະກອບ ເອກກະສານ ສໍາລັບ ຂໍຮັບລ້ຽງ ເດັກນ້ອຍ ເກີດໃໝ່ແທ້ ແຕ່ບໍ່ຮູ້ວ່າ ຂາຍຕໍ່ໃຫ້ ຊາວ ຕ່າງປະເທດ ແຕ່ຢ່າງໃດ.
ສົມເນ
2012.02.03

ກົດຟັງສຽງ

ໃນກໍຣະນີ ທີ່ຕໍາຣວດ ສືບສວນ ພົບວ່າມີ ພະນັກງານ ອອກກິນບໍານານ ຈາກກະຊວງ ຍຸຕິທັມ ໄດ້ຮັບເອົາ ເດັກນ້ອຍ ຢູ່ຕາມໂຮງໝໍ ຫລື ຈາກຊົນນະບົດ ມາເປັນລູກລ້ຽງ ແລ້ວຂາຍຕໍ່ໃຫ້ ຊາວຕ່າງ ປະເທດ ນັ້ນ ມີຂ່າວວ່າ ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ຢືນຢັນວ່າມີ ພະນັກກງານ ກິນບໍານານ ເຄີຽມາແລ່ນ ໜັງສື ການຮັບເອົາ ເດັກນ້ອຍ ມາເປັນລູກລ້ຽງ ບໍ່ຮູ້ວ່າ ເຂົາເຈົ້າ ຂາຍລູກລ້ຽງ ໃຫ້ຄົນຕ່າງ ປະເທດ ແທ້ຫລືບໍ່ ແຕ່ຄິດວ່າ ຄົງເປັນໄປ ໄດ້ຍາກ ດັ່ງເຈົ້າໜ້າທີ່ ກະຊວງ ຍຸຕິທັມ ໄດ້ກ່າວ:

"ເຮົາເຄີຽເຫັນ ເພິ່ນມາແລ່ນ ເອກກະສານ ກ່ຽວກັບ ລູກລ້ຽງ ຢູ່ກະຊວງນີ້ ພວກເຮົາຮູ້ຈັກ ອັນນີ້ນະ ແຕ່ວ່າ ຜູ້ທີ່ໄປເອົາລູກ ເຂົາມາລ້ຽງ ແລ້ວເອົາໄປຂາຍ ຄືສີ່ເປັນໄປ ໄດ້ຍາກຢູ່".

ທາງການລາວວ່າ ການຮັບ ເອົາລູກມາລ້ຽງ ແລ້ວຂາຍຕໍ່ ເປັນທຸຣະກິດ ນັ້ນ ຖືວ່າຜິດ ຕໍ່ກົດໝາຍ ອາດຍາ ຢ່າງແນ່ນອນ ເພາະວ່າ ການກະທໍາ ດັ່ງກ່າວ ເປັນການ ຄ້າມະນຸດ ແລະເປັນການ ລະເມີດ ສິດທິເດັກ ຂັ້ນ ຮຸນແຮງ. ດັ່ງເຈົ້າໜ້າທີ່ ຄົນດຽວ ກັນນີ້ ໄດ້ເວົ້າຕື່ມວ່າ:

"ຖ້າວ່າໄປຮັບ ເອົາລູກເຂົາມາ ແລ້ວມາລ້ຽງ ໄດ້ປີນື່ງ ຫລື ສອງປີ ແລ້ວຂາຍໃຫ້ ຕ່າງປະເທດ ເອົາໄປລ້ຽງ ຄັນຢູ່ ໃນກໍຣະນີ ແບບນີ້ ມັນຈະຕົກ ຢູ່ໃນ ກໍຣະນີ ອາສຍາກັມ ຈະຕົກຢູ່ ໃນກໍຣະນີ ຄ້າມະນຸດ".

ທ່ານເວົ້າຕື່ມວ່າ ທີ່ຜ່ານມາ ມີຫລາຍຄົນ ທີ່ມາແລ່ນ ເອກກະສານ ຮັບເອົາ ເດັກນ້ອຍ ມາລ້ຽງ ໂດຍໃຫ້ເຫດຜົນ ຕ່າງໆກັນ ບາງຄົນ ກໍເວົ້າວ່າ ສົງສານ ເດັກນ້ອຍ ບໍ່ມີ ພໍ່ແມ່ລ້ຽງ ບາງຄົນກໍວ່າ ແຕ່ງງານມາ ຫລາຍປີ ແລ້ວ ບໍ່ມີລູກ ກໍຢາກເອົາ ເດັກນ້ອຍ ມາລ້ຽງເປັນລູກ ແຕ່ທາງການ ບໍ່ເຄີຽມີ ຫນ່ວຍງານ ຕິດຕາມ ເບິ່ງວ່າ ຮັບເອົາ ເດັກນ້ອຍໄປ ລ້ຽງແລ້ວ ມີຜົນຄືບໜ້າ ແນວໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.