ການຮັບເອົາເດັກນ້ອຍ ມາລ້ຽງຈະຢາກຂື້ນ

ກະຊວງ ຍຸຕິທັມ ຈະປ່ຽນແປງ ກົດເກນ ການຮັບ ເດັກນ້ອຍ ມາເປັນ ລູກລ້ຽງ ໃຫ້ເຄັ່ງຄັດ ແລະ ຣະອຽດ ກວ່າເກົ່າ.
ໂພໄຊສວັດ
2012.02.07

ກົດຟັງສຽງ

ຫລັງຈາກທີ່ເຮົາ ໄດ້ສເນີຂ່າວ ກ່ຽວກັບ ການສືບສວນ ແລະ ສອບສວນ ຂອງເຈົ້າໜ້າທີ່ ຕໍາຣວດ ແລະ ສເນີຂໍໃຫ້ ທາງ ກະຊວງ ຍຸຕິທັມ ຍຸຕິການ ອອກໜັງສື ຂໍເດັກນ້ອຍ ມາເປັນລູກລ້ຽງ ເພື່ອສກັດກັ້ນ ຜູ້ທີ່ຮັບ ເດັກນ້ອຍ ມາເປັນລູກລ້ຽງ ແລ້ວຂາຍໃຫ້ ຊາວຕ່າງຊາດ ນັ້ນ ຫລ້າສຸດ ທາງເຈົ້າໜ້າທີ່ ກະຊວງ ຍຸຕິທັມ ເປີດເຜີຍວ່າ ປັດຈຸບັນ ທາງກະຊວງ ໄດ້ກະຕຽມ ດໍາຣັດ ທີ່ ແຈ່ມແຈ້ງຂຶ້ນ. ເຈົ້າໜ້າທີ່ ກະຊວງ ຍຸຕິທັມ ເວົ້າ ກ່ຽວກັບ ເຣື່ອງນີ້ວ່າ:

"ຜ່ານມາ ການຮັບລູກ ໄປເປັນລູກລ້ຽງ ລູກບຸນທັມ ນີ້ນ໋ະ ມັນມີແຕ່ ເປັນບົດ ແນະນໍາຊື່ໆ ແຕ່ບາດນີ້ ເຂົາຊິຍົກ ບົດແນະນໍາ ໃຫ້ເປັນ ດໍາຣັດ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເມື່ອບໍ່ນານ ມານີ້ ທາງການ ກ່ຽວຂ້ອງໄດ້ ໂຈະ ບໍ່ໃຫ້ມີການ ຮັບເດັກນ້ອຍ ໄປລ້ຽງເປັນລູກ ໄວ້ກ່ອນ ເພື່ອລໍຖ້າ ດໍາຣັດ ອອກມາ ເສັຍກ່ອນ. ແຕ່ການທີ່ ທາງເຈົ້າໜ້າທີ່ ຕໍາຣວດ ໄດ້ສເນີ ຂໍໃຫ້ທາງ ກະຊວງ ຍຸຕິທັມ ຍຸຕິ ການອອກໜັງສື ຂໍເດັກນ້ອຍ ມາເປັນລູກລ້ຽງ ແບບຖາວອນນັ້ນ ຄົງເປັນໄປ ບໍ່ໄດ້ ເພາະຈະ ກະທົບ ກະເທືອນ ຕໍ່ການ ຮັບອຸປຖັມ ເດັກນ້ອຍ ເປັນລູກ ແລະ ຢູ່ໃນລາວ ກໍຍັງມີ ຜູ້ໃຈບຸນ ຢາກຮັບ ເດັກນ້ອຍກໍາພ້າ ໄປລ້ຽງ.

ເຈົ້າໜ້າທີ່ ເວົ້າສລຸບວ່າ ຕາມລະບຽບ ໃນການ ອະນຸຍາດ ຮັບເດັກນ້ອຍ ມາເປັນລູກລ້ຽງ ນັ້ນ ທາງການ ຈະພິຈາຣະນາ ກ່ອນວ່າ ຜູ້ທີ່ຢາກມີ ລູກລ້ຽງນັ້ນ ມີປະຫວັດ ທີ່ດີຫລືບໍ່ ແລະຕໍ່ມາ ກໍແມ່ນ ຄວາມສາມາດ ທີ່ ຈະເບິ່ງແຍງ ລ້ຽງດູເດັກນ້ອຍ.

ເຖິງຢ່າງໃດ ກໍຕາມ ຫາກມີ ດໍາຣັດ ທີ່ບົ່ງບອກ ຢ່າງແຈ່ມແຈ້ງແລ້ວ ທາງການ ກໍຈະປັບປຸງ ລະບຽບການ ໃຫ້ເຂັ້ມງວດ ຂຶ້ນກວ່າເກົ່າ ເພື່ອປ້ອງກັນ ສິທທິມະນຸດ ຂອງເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.