ຈີນແລະວຽດນາມຍຶດ ອາຊີພຊາວລາວ

ວຽກງານ ທີ່ຣັຖບານ ສະຫງວນໄວ້ ໃຫ້ຄົນລາວ ຍັງຖືກ ຊາວຈີນ ຊາວວຽດນາມ ມາຍຶດເອົາໄປ.
ຈໍາປາທອງ
2012.10.08
F-xayaburi-market3 ຕລາດສົດ ຢູ່ເມືອງ ໄຊຍະບູຣີ: ການຄ້າຂາຍ ແບບພໍພຽງ ຂອງຊາວລາວ ທີ່ມີມາແຕ່ ດັ້ງເດີມ ຕົກທອດມາ ຫຼາຍເຊັ່ນຄົນ ອາຈບໍ່ເຫຼືອໄວ້ ອີກຕໍ່ໄປ ເພາະ ຊາວຕ່າງຊາຕ ເຂົ້າມາຫາກິນ ຢູ່ລາວ ໃນທຸກຮູປແບບ
Mekdara

ເພື່ອສົ່ງເສີມ ແຮງງານ ລາວ ຣັຖບານລາວ ໄດ້ອອກດໍາຣັດ ສະຫງວນ ວຽກງານ ບາງຢ່າງ ໄວ້ໃຫ້ສະເພາະ ຄົນລາວ ແຕ່ປັດຈຸບັນ ເຫັນວ່າມີ ຄົນຕ່າງຊາຕ ເປັນຕົ້ນ ຄົນຈີນ ແລະ ຄົນວຽດນາມ ທີ່ລັກ ເຂົ້າມາຫລາຍ ມາຍາດແຍ່ງເອົາ ເຮັດໃຫ້ຄົນລາວ ບໍ່ມີວຽກເຮັດ. ເຈົ້າໜ້າທີ່ ກະຊວງແຮງງານ ແລະສະຫວັດດີການ ສັງຄົມ ຂອງລາວ ເວົ້າວ່າ:

"ຢູ່ໃນດໍາຣັດ ຫລືວ່າກົດໝາຍ ຂອງລາວ ມີບາງອາຊີບ ທີ່ວ່າສະຫງວນ ໄວ້ໃຫ້ຄົນລາວ ແຕ່ວ່າຂະເຈົ້າ ລັກເຮັດ ຂະເຈົ້າລັກມາ ມັນກໍມີອັນນີ້ ແຕ່ວ່າ ເຈົ້າໜ້າທີ່ ເຮົາກວດພົບ ເຮົາກໍໃສ່ຕາມ ຣະບຽບ ກົດໝາຍ ແຮງງານ ຂອງລາວອິຫຍັງ ຫັ້ນແຫລະ".

ທ່ານເວົ້າຕື່ມ ອີກວ່າ ວຽກງານ ທີ່ຣັຖບານ ສະຫງວນໃວ້ໃຫ້ ຄົນລາວ ແມ່ນວຽກທີ່ຄົນລາວ ສາມາດເຮັດໄດ້ ເປັນຕົ້ນ ຄ້າຂາຍ ກັມມະກອນ ຊ່າງຕັດຜົມ ຊ່າງເສີມສວຍ ວຽກ ຫັຖກັມ ບາງຢ່າງ.

ວຽກງານທີ່ຄົນ ຕ່າງປະເທດ ເຂົ້າມາ ຍາດແຍ່ງນັ້ນ ມັກຢູ່ຕາມ ແຂວງພາກ ເໜືອ ແລະພາກໃຕ້ ທີ່ມີຊາຍແດນ ຕິດກັບ ປະເທດຈີນ ແລະ ວຽດນາມ. ມາຮອດດຽວນີ້ ທາງການລາວ ກໍຍັງບໍ່ສາມາດ ຮູ້ໄດ້ວ່າ ຄົນຕ່າງປະເທດ ທີ່ເຂົ້າມາຍາດແຍ່ງ ວຽກງານຄົນລາວ ເຮັດນັ້ນ ມີຈໍານວນ ເທົ່າໃດກັນແທ້.

ກ່ອນໜ້ານີ້ ເຈົ້າໜ້າທີ່ ແຂວງພາກເໜືອ ເວົ້າວ່າ ພົບເຫັນຊາວຈີນ ຍັງລັກເຂົ້າມາ ເຮັດວຽກຢູ່ໃນລາວ ຢ່າງຕໍ່ເນື່ອງ ຮວມທັງແບບ ມາຕອນເຊົ້າ ກັບເມືອຕອນແລງ ຊຶ່ງເຈົ້າໜ້າທີ່ ບໍ່ສາມາດ ກວດກາໄດ້. ເວລາມີ ຜູ້ຖືກຈັບໄດ້ ກໍມີແຕ່ ຕັກເຕືອນເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.