ລາວຢາກໃຫ້ນາໆຊາດ ສນັບສນູນດ້ານອາຫານ

ສູນອາສາສະມັກ ນາໆຊາດ ຍີ່ປຸ່ນ ຫລື JIVC ຊຶ່ງເປັນ ອົງການ ບໍ່ຂຶ້ນກັບ ຣັຖບານ ທີ່ໃຫ້ການ ຊ່ວຍເຫລືອ ດ້ານມະນຸສທັມ ແກ່ບັນດາ ປະເທດ ກໍາລັງພັທນາ.
ມະນີຈັນ
2010.12.28

ກົດຟັງສຽງ

ສູນອາສາສະມັກ ດັ່ງກ່າວ ໃຫ້ການຊ່ວຍເຫລືອ ລາວ ໃນການຟື້ນຟູ ປ່າໄມ້, ຊອກຫາແຫລ່ງ ອາຫານ ແລະ ຮຽນຮູ້ກ່ຽວກັບ ການກະສິກັມ ນັບແຕ່ປີ 1989 ເປັນຕົ້ນມາ. ຕາມຣາຍງານຂ່າວ The Japan Times. 

ທ່ານ Masahiro Shimamura ເຈົ້າໜ້າທີ່ ອົງການ JIVC ກ່າວວ່າ ປ່າໄມ້ ໄດ້ມີການ ສູນຫາຍ, ດັ່ງນັ້ນ ຊາວລາວ ຜູ້ທີ່ມີຊີວິດ ການເປັນຢູ່ ໂດຍເພິ່ງພາ ເຄື່ອງປ່າຂອງນາ ແລະ ໝາກໄມ້ຕ່າງໆນັ້ນ ຈະຕ້ອງໄດ້ ຮຽນຮູ້ເລື້ອງ ການປູກຝັງ ຊຶ່ງໂດຍພື້ນຖານ ແລ້ວ ພວກທ່ານ ກໍກໍາລັງ ສິດສອນ ໃຫ້ຊາວລາວ ຢູ່ໃນເວລານີ້. ໃນນັ້ນ JIVC ໄດ້ສົ່ງເຈົ້າໜ້າທີ່ ຂອງຕົນ 2 ຄົນ ເປັນຄົນຍີ່ປຸ່ນ ແລະຄົນ Australia ໄປແຂວງ ສວັນນະເຂດ ເມື່ອເດືອນ ມີຖຸນາ ຜ່ານມານີ້ ເພື່ອຈັດຕັ້ງ ທະນາຄານເຂົ້າ ຊຶ່ງເປັນພາກ ສ່ວນນຶ່ງ ຂອງການຟື້ນຟູ ປ່າໄມ້ ແລະ ການພັທນາ ດ້ານການ ກະສິກັມ ຂອງ JIVC ໃນການສນອງ ພັນເຂົ້າ ໃຫ້ປະຊາຊົນ ທີ່ທຸກຍາກ ຂາດເຂົ້າກິນຕລອດ ໃນຊ່ວງເດືອນ ມີຖຸນາ ແລະ ຈໍາຕ້ອງໄດ້ຢືມ ເຂົ້ານັ້ນຈາກທາງ ທະນາຄານເຂົ້າ ດັ່ງກ່າວ ທີ່ຈະໃຫ້ກູ້ຢືມ ໂດຍຄິດຄ່າ ດອກເບັ້ຽຕໍ່າ ສໍາລັບ ພວກເຂົາເຈົ້າ. 

ທ່ານ Shimamura ວ່າ ປະຊາຊົນ ເຫລົ່ານີ້ ປົກກະຕິແລ້ວ ຈະຕ້ອງຄອງຖ້າ ຈົນເຖິງຣະດູ ເກັບກ່ຽວເຂົ້າ ໃນເດືອນ ພຶສຈິກາ ຈຶ່ງແທນຄືນໄດ້ ເວລາດຽວກັນ ກໍອາສັຍ ໝາກໄມ້ໝາກຕອກ ທີ່ເກັບໄດ້ຈາກປ່າ ມາກິນເປັນອາຫານ. ແລະຍ້ອນວ່າ ປ່າໄມ້ກໍາລັງ ຈະສູນຫາຍໄປ ຍ້ອນການບຸກເບີກ ພັທນາຕ່າງໆ ອາຫານທີ່ຫາໄດ້ ໃນຊ່ວງເດືອນ ມິຖຸນາ ຫາເດືອນ ພຶສຈິກາ ກໍກໍາລັງຫລຸດ ໜ້ອຍຖອຍລົງ ຄືກັນຊຶ່ງ ເວລານີ້ ກໍເຖິງຍາມທີ່ທາງ ທະນາຄານເຂົ້າ ຈະເກັບກູ້ເຂົ້າຄືນ ຈາກປະຊາຊົນ ທີ່ໄດ້ຢືມນັ້ນ. ທ່ານ Shimmamura ເວົ້າວ່າພວກທ່ານ ກໍາລັງສອນໃຫ້ ຊາວບ້ານຮູ້ເລື້ອງ ການແທນຄືນ ເພື່ອຮັບປະກັນ ໃຫ້ທະນາຄານເຂົ້າ ດໍາເນີນງານໄປໄດ້ ຢ່າງຍືດຍາວ.  

ການທໍາລາຍ ປ່າໄມ້ ໃນລາວ ເປັນໄປ ຢ່າງວ່ອງໄວ ໃນຫລາຍປີ ຫລັງໆມານີ້. ລາວ ມີປ່າໄມ້ 68 ເປີເຊັນ ໃນຊຸມປີ 1960 ແຕ່ຫລຸດລົງມາມີ 47 ເປີເຊັນ ໃນປີ 1992 ແລະຍັງເຫລືອ 41.5 ເປີເຊັນ ໃນປີ 1997 ຕາມຂໍ້ມູນ ຂອງອົງການ JIVC ທີ່ອິງໃສ່ ການສຶກສາ ຂອງ ຣັຖບານລາວ. ມາເຖິງ ປັຈຈຸບັນນີ້ ກໍຍັງບໍ່ຮູ້ວ່າ ຍັງເຫລືອຈັກ ເປີເຊັນ ກັນແທ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.