ຍີ່ປຸ່ນຊ່ວຍທຶນ ສ້າງໂຮງຮຽນ

ຣັຖບານ ຍີ່ປຸ່ນ ໄດ້ໃຫ້ເງີນ ຊ່ອຍເຫລືອ ສ້າງໂຮງຮຽນ ໃນ 3 ແຂວງ ຂອງລາວ.
ສິດນີ
2012.03.22

ກົດຟັງສຽງ

ຣັຖບານ ຍີ່ປຸ່ນ ໄດ້ ອະນຸມັດ ເງີນຊ່ອຍເຫລືອລ້າ ແກ່ ສປປລາວ ກວ່າ 3 ແສນ 7 ຫມື່ນ ໂດລາ ເພື່ອສ້າງໂຮງຮຽນ 5 ຫລັງ ແລະ ຫໍພັກນັກຮຽນ 6 ຫລັງ ສຳລັບ ໂຮງຮຽນ ມັທຍົມຊັ້ນຕົ້ນ 8 ແຫ່ງ ທີ່ແຂວງ ຜົ້ງສາລີ ຫົວພັນ ແລະ ອຸດົມໄຊ.

ເງີນຊ່ອຍເຫລືອ ດັ່ງກ່າວ ແມ່ນຢູ່ໃນ ໂຄງການ ການຊ່ອຍເຫລືອ ປະຊາຊົນ ຮາກຫຍ້າ ໃນປະເທດ ດ້ອຍພັທນາ ຂອງ ຣັຖບານ ຍີ່ປຸ່ນ. ໄດ້ມີການ ລົງນາມກັນ ທີ່ ກະຊວງ ສຶກສາທິການ ແລະ ກິລາລາວ ໃນມື້ວັນທີ 21 ມິນາ ໂດຍຊ້ອງຫນ້າ ຣັຖມົນຕຣີ ກະຊວງ ສຶກສາທິການ ທ່ານ ພັນຄຳ ວິພາວັນ ແລະ ເຈົ້າຫນ້າທີ່ ອີກຫລາຍທ່ານ.

ຜູ້ລົງນາມ ຝ່າຍຍີ່ປຸ່ນ ກໍແມ່ນ ເອກອັຄຣາຊທູດ ຍີ່ປຸ່ນ ປະຈຳລາວ ຍານາງ ໂຈໂກະ ໂຢກະຕະ ກັບ ຫົວຫນ້າຫ້ອງການ ສຶກສາ ທີ່ແຂວງ ຜົ້ງສາລີ ທ່ານ ສານວັນໄຊ ແສງມະນີ ຫົວຫນ້າຫ້ອງການ ສຶກສາ ເຂດຊຳໃຕ້ ທ່ານ ກວນແກ້ວ ວົງວິດາ ຫົວຫນ້າຫ້ອງການ ສຶກສາ ເມືອງຊຳເຫນືອ ທ່ານ ຢັງມີນູ ວັງຢຽວວາ ຫົວຫນ້າຫ້ອງການ ສຶກສາ ແຂວງ ອຸດົມໄຊ ທ່ານ ອຸແກ້ວ ສຸວັນນະໄສ ແລະ ຫົວຫນ້າ ຫ້ອງການ ສຶກສາ ເຂດເມືອງ ໂພນຫົ່ມ ແຂວງ ອຸດົມໄຊ ທ່ານ ສົມແພງ ຈັນພອນຕາ.

ໃນປັດຈຸບັນ ການສຶກສາ ໃນ 3 ແຂວງ ດັ່ງກ່າວຖືວ່າ ຍັງຢູ່ໃນ ຂັ້ນຕ່ຳຢູ່ ດ່ັງນັ້ນ ທາງການລາວ ຈື່ງຢາກ ຍົກຣະດັບ ໃຫ້ດີຂື້ນ ດ້ວຍການ ຮ່ວມມືຂອງ ຣັຖບານ ຍີ່ປຸ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 23, 2012 02:19 PM

การช่วยเหรือนั้น บ่อมีฟรีดอก ต่างฝ่ายต่างได้รับผนปะโหยด ส่วนยี่ปุ่นกะใช้หนี้สงคาม เขากะเว้าให้เกียดยี่ปุ่นเท่านั้นเอง บ่อมีฟรีในโลก หายาก

Anonymous
Mar 22, 2012 07:42 AM

ເປັນການຊ່ວຍເຫລືອທີ່ຖືກຕ້ອງກັບຄວາມເປັນຈິງ ຂໍຂອບໃຈລັດຖະບານ ປະເທດຍິປຸ່ນທີ່ໄດ້ ເບິ່ງໂລກໄນແງ່ດີຕລອດມາ,ສຳລັບລາວເຮົາແລ້ວ ກໍ່ຮີບຮ້ອນ ສ້າງ ຊັບພະຍາກອນມະນຸດໃຫ້ໄດ້ຕາມຄາດໝາຍ ອັນປະກອບດ້ວຍ ປະລິມານ ແລະ ຄຸນນະພາບ ເພື່ອປະກອບສ່ວນ ເຂົ້າຮັບໄຊ້ໃນທຸກວຽກງານ ຕາມຄວາມຕ້ອງການ.

Anonymous
Mar 26, 2012 02:57 AM

ຍ້ອນການຊີ້ນໍາໆພາອັນສະຫລາດສ່ອງໃສຂອງພັກລັດພວກເຮົາເພີ່ນໄດ້
ໃຊ້ຄວາມພະຍາຍາມມາ37ປີເຕັມໆເພື່ອຢາກໄດ້ໂຮງຮຽນມາໃຫ້ລູກ
ຫລານພວກເຮົາໃນທີ່ສຸດກໍມາປະສົບຜົນສໍາເລັດໃນປີ2012ພາຍຫລັງ
ປົດປ່ອຍຊາດມາແຕ່ປີ1975...ຊົມເຊີຍ..ຊົມເຊີຍ...ຊົມເສືອກ