ແຮງງານຕ່າງດ້າວໃນລາວ ອາຈເພີ້ມຂື້ນ

ນັກລົງທືນ ໃນລາວ ຈະມີສິດ ນໍາເອົາ ແຮງງານ ຕ່າງຊາດ ເຂົ້າມາໄດ້ ໃນ ກໍຣະນີ ທີ່ ບໍ່ສາມາດ ຈະຊອກຫາ ແຮງງານ ທີ່ ຕ້ອງການໄດ້ ພາຍໃນ ທ້ອງຖິ່ນ.
ສົມເນ
2012.02.14
F-Building-construction-Vientiane ການກໍ່ສ້າງ ອາຄານ ໃນໂຄງການ ສັມປະທານ ຂອງຣັຖ ມັກຈະມີ ແຮງງານ ຕ່າງດ້າວ ເຂົ້າມາພ້ອມກັບ ຜູ້ມາລົງທຶນ
RFA

ກົດຟັງສຽງ

ນັກລົງທຶນ ຕ່າງປະເທດ ໃນລາວ ທີ່ໄດ້ຮັບ ສັມປະທານ ໂຄງການຕ່າງໆ ໃນລາວ ຈະສາມາດ ນໍາເອົາ ແຮງງານ ຕ່າງຊາຕ ເພື່ອເຂົ້າມາ ເຮັດວຽກ ຢູ່ໃນລາວໄດ້ ຫລາຍເພີ້ມຂື້ນ ເນື່ອງຈາກວ່າ ທາງການລາວ ອາຈ ພິຈາຣະນາ ອະນຸຍາດ ໃຫ້ນາຍຈ້າງ ຮັບຄົນງານ ຈາກພາຍນອກ ເຂົ້າມາໄດ້ ຫາກບໍ່ສາມາດ ຫາຄົນງານ ທີ່ຕ້ອງການ ພາຍໃນລາວ ມາເຮັດວຽກ ນັ້ນໄດ້. ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດີການ ເວົ້າວ່າ:

"ກໍໄດ້ລົມກັນ ຢູ່ເບື້ຶອງຕົ້ນວ່າ ຂ້ອນຂ້າງວ່າ ແນ່ນອນ ເຂົ້າໃຈວ່າ ບັນດາ ຕ່າງຊາຕ ທີ່ມາລົງທືນ ຢູ່ໃນ ສປປ ລາວ ຫັ້ນນະ ຖ້າຫາກວ່າ ມີຄວາມຈໍາເປັນ ຢາກເອົາ ນໍາໃຊ້ ແຮງງານ ທີ່ມີຝີມື ມາຈາກ ເປັນຕົ້ນວ່າ ປະເທດ ໄທ ປະເທດຈີນ ຫັ້ນນະ ກໍໄດ້ເຮັດ ໃບສະເໜີມາ".

ກົດໝາຍລາວ ໃນ ປັດຈຸບັນ ອະນຸຍາດ ໃຫ້ນໍາເຂົ້າ ແຮງງານ ຈາກຕ່າງ ປະເທດ ບໍ່ເກີນ 10% ຂອງຄົນງານ ຢູ່ໃນແຕ່ລະ ໂຄງການ ລົງທືນ ແຕ່ແທ້ຈິງ ແລ້ວນັ້ນ ນັກລົງທືນ ໄດ້ນໍາເອົາ ຄົນງານຈາກ ປະເທດ ຂອງ ຕົນເຂົ້າມາ ເກືອບຈະວ່າ 80-90%.

ເຈົ້າໜ້າທີ່ລາວ ວ່າດຽວນີ້ ກໍາລັງ ຈະປັບປຸງ ກົດໝາຍ ອະນຸຍາດ ໃຫ້ເອົາ ແຮງງານ ມີຝີມື ທີ່ໂຄງການ ມີຄວາມຕ້ອງການ ເພີ້ມຂື້ນຕື່ມ ຍ້ອນເຫັນວ່າ ຄົນງານຝີມື ໃນລາວ ມັນຫາຍາກ ຈື່ງຢາກເຮັດ ໃຫ້ການນໍາເອົາ ຄົນງານ ເຂົ້າປະເທດ ທີ່ຂັດກັບ ກົດໝາຍ ສະບັບ ປັດຈຸບັນ ມີຄວາມ ຖືກຕ້ອງຕາມ ສະພາບຄວາມຈິງ.

ໃນເວລານີ້ ທາງການລາວ ກໍວ່າໄດ້ ພຍາຍາມສ້າງ ແຮງງານໃນລາວ ໃຫ້ມີຝີມື ແລະຄຸນນະພາບ ຫລາຍຂື້ນ ເພື່ອຕອບສນອງ ຄວາມຕ້ອງການ ຂອງນັກລົງທືນ ໃນ ໂຄງການຕ່າງໆ. ເຖິງຢ່າງໃດ ກໍດີ ບໍຣິສັດ ທີ່ເຂົ້າມາ ລົງທືນ ໃນລາວ ກໍຍັງນິຍົມໃຊ້ ຄົນງານ ຈາກປະເທດ ຂອງຕົນ ຫລາຍກວ່າຈະໃຊ້ ຄົນງານ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 14, 2012 01:27 PM

ເປັນການສວຍໂອກາດ ໃຊ້ຊ່ອງວ່າງ, ເຂົ້າມາແລ້ວກໍ່ບໍ່ມີກັບ ມີແຕ່ມາຕື່ມເລື້ອຍໆ ໂດຍສະເພາະ ແມ່ນຈີນ ແລະ ວຽດນາມ

Anonymous
Feb 15, 2012 01:41 AM

ໃນເມື່ອຣັຖບານລາວຮູ້ວ່າຄົນລາວສ່ວນຫລາຍບໍ່ມີຝີມືໃນການທຳງານແລ້ວຄືບໍ່ຕັ້ງໂຮງຮຽນສອນອາຊິບແຕ່ລະໝູ່ບ້ານຫລືເຂດຕາແສງນຶ່ງໆໃຫ້ມີໄວ້ເພືອ່ຕອບສນອງຄວາມຕ້ອງການຂອງບໍຣິສັດຮັບເໝົາທົ່ວໄປ.ເມື່ອຄົນງານຳເຂົ້າພວກຣັຖເກັບພາສີລາຍໄດ້ປີລະຈັກເປີເຊ່ນ%ສົມຄວນໃຫ້ເຂົາຈ່າຍໃນອັດຕາທີ່ສູງກວ່າຄົນງານໃນປະເທດເພື່ອ ປ້ອງກັນເພີ້ມການນຳເຂົ້າມາໃນລາວອີກ....