ລາວຍັງຕ້ອງໃຊ້ ນັກວິຊາການຕ່າງດ້າວ
2012.03.20

ກົດຟັງສຽງ
ກາຣທີ່ ນັກທຸຣະກິຈ ກາຣຄ້າ ຕ່າງປະເທສ ເຂົ້າມາລົງທຶນ ຢ່າງຫລວງຫລາຍ ຢູ່ເມືອງລາວ ໃນປັຈຈຸບັນ ນີ້ນັ້ນ ຈະຕ້ອງໄດ້ ນຳເອົາ ເທັຄໂນໂລຈີ ຕ່າງໆ ແລະ ນັກວິຊາກາຣ ຊາວຕ່າງປະເທສ ເຂົ້າມານຳ ເຊັ່ນກັນ ທີ່ຍີ່ງເຮັດໃຫ້ ນັກວິຊາກາຣ ໃນລາວ ບໍ່ມີໂອກາດ ທີ່ຈະໄດ້ໃຊ້ ຄວາມຮູ້ ຄວາມສາມາຖ ຂອງພວກຕົນ ໃຫ້ເປັນ ຜົລປໂຍຊນ໌ ເທົ່າທີ່ຄວນ ຍ້ອນວ່າ ນັກລົງທຶນ ເຫລົ່ານັ້ນ ບໍ່ມີຄວາມ ເຊື່ອໝັ້ນ ໃນຄວາມສາມາຖ ແລະ ສີມື ຂອງ ນັກວິຊາກາຣ ລາວ ແຕ່ຢ່າງໃດ. ດັ່ງຊາວ ນະຄອນຫລວງ ວຽງຈັນ ຜູ້ໜຶ່ງ ໃຫ້ຄວາມເຫັນວ່າ:
"ຄັນສິວ່າ ຕົວນີ້ ກໍແມ່ນ ກາຣລົງທຶນ ຂອງຕ່າງປະເທສ ໂດຽຕຣົງ ສ່ວນຫລາຍ ຂະເຈົ້າ ກໍຈະເອົາ ນັກວິຊາກາຣ ມາຈາກ ຕ່າງປະເທສ ເພາະວ່າຄົນລາວ ຄວາມຮູ້ ມັນບໍ່ມີ ສ່ວນຫລາຍ ນັກວິຊາກາຣ ຈະແມ່ນ ຕ່າງ ປະເທສ ກາຣລົງທຶນ ທຸກຢ່າງ ກໍແມ່ນ ຕ່າງປະເທສ ເປັນຜູ້ຄຸມ ເງິນສ່ວນຫລາຍ ກໍຈະບໍ່ເຂົ້າ ລາວ ໂດຽຕຣົງ".
ຊາວລາວ ດັ່ງກ່າວ ໄດ້ເນັ້ນວ່າ ເຖີງແມ່ນກາຣ ເຂົ້າມາ ບໍຣິຫາຣ ຂອງ ນັກວິຊາກາຣ ຕ່າງປະເທສ ຈະເຮັດໃຫ້ ລາວ ໄດ້ຮັບ ເທັຄໂນໂລຈີ ທີ່ທັນສມັຍ ກໍຕາມ ແຕ່ຖ້າຫາກ ຣັຖບາລ ບໍ່ມີ ກາຣຄຸ້ມຄອງ ແບບທີ່ມີ ປະສິທທິພາບ ຫລືບໍ່ມີ ຄວາມພ້ອມ ເທື່ອນັ້ນ ກໍຈະເປັນ ກາຣສ້າງ ຜົລກະທົບ ຕໍ່ສີ່ງແວດລ້ອມ ຕ່າງໆ ຕລອດຮອດ ທາງດ້ານ ສັງຄົມ ແລະ ວັທນາທັມ ຂອງລາວ.