ເຈົ້າໜ້າທີ່ສືບສວນ ໃຊ້ສິດເກີນຄວນ

ເຈົ້າໜ້າທີ່ ສືບສວນ ຜູ້ເຮັດຜິດ ກົດໝາຍ ເພື່ອນໍາມາ ດໍາເນີນຄະດີ ໃຊ້ສິດອໍານາດ ເກີນຂອບເຂດ.
ໂພໄຊສວັດ
2011.01.13

ກົດຟັງສຽງ

ທີ່ຜ່ານມາ ວຽກງານກ່ຽວກັບ ການສືບສວນ ແລະ ເອົາຂໍ້ມູນ ຈາກຜູ້ກະທຳຜິດ ເພື່ອດຳເນີນ ຄະດີຕ່າງໆ ນັ້ນປາກົດວ່າ ໄດ້ມີ ພະນັກງານ ທີ່ບໍ່ຣັບຜິດຊອບ ພຽງພໍ ແລະ ມີພະນັກງານ ບາງຄົນທີ່ໃຊ້ ອຳນາດ ເກີນຂອບເຂດ ທີ່ກົດໝາຍ ໄດ້ກຳນົດ ເອົາໄວ້. ດັ່ງເຈົ້າໜ້າທີ່ ຈາກກົມຄົ້ນຄວ້າ ຄຳຮ້ອງ ຂໍຄວາມເປັນທັມ ແລະ ບັນຫາຊາດ ຢູ່ໃນສະພາ ແຫ່ງຊາດ ນະຄອນຫລວງ ວຽງຈັນ ໄດ້ເວົ້າວ່າ:

"ເຈົ້າໜ້າທີ່ ໃນການສືບສວນ ສອບສວນ ເອົາຂໍ້ມູນ ນຳຜູ້ທີ່ມີ ການກະທຳຜິດ ເຫັນວ່າ ໃນລະຍະ ຜ່ານມານີ້ ການເກັບກຳ ການໃຊ້ມາຕການ ຫລືວິທີການ ເອົາຂໍ້ມູນນັ້ນ ເຈົ້າໜ້າທີ່ ບາງພາກສ່ວນ ບາງຈຳນວນ ບາງບຸກຄົນ ໃຊ້ພາລະບົດບາດ ຫລືມາຕການ ເກີນຂອບເຂດ ທີ່ກົດໝາຍ ໄດ້ກຳນົດໄວ້".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ການໃຊ້ອຳນາດ ເກີນຂອບເຂດ ທີ່ກົດໝາຍ ໄດ້ກຳນົດ ເອົາໄວ້ ຂອງເຈົ້າໜ້າທີ່ ຈຳນວນນຶ່ງ ໃນວຽກການ ສືບສວນນັ້ນ ຖືວ່າເປັນການ ລະເມີດສິດຖິ ຂອງພົລເມືອງ ແລະຍັງມີເຣື້ອງ ທີ່ພະນັກງານ ບາງຄົນບໍ່ມີ ຄວາມຮັບຜິດຊອບ ຈຶ່ງບໍ່ໄດ້ ຂໍ້ມູນຄົບຖ້ວນ ແລະເຮັດໃຫ້ ຄະດີຫລ້າຊ້າ. ບັນຫາ ທີ່ກ່າວມານັ້ນ ໄດ້ສົ່ງຜົນກະທົບ ຕໍ່ວຽກການຂອງ ອັຍການ ໃນການດຳເນີນ ຄະດີ ອີກດ້ວຍ.

ບັນຫາ ທີ່ເກີດຂຶ້ນນີ້ ທາງພາກສ່ວນ ກ່ຽວຂ້ອງ ຕ້ອງແກ້ໄຂ, ຍັບຍັ້ງ ແລະຄວນສຶກສາ ເພື່ອກວດກາຄືນ ແລະແກ້ໄຂ ໃນຂັ້ນຕອນຂອງ ກົດໝາຍ ເພື່ອໃຫ້ວຽກການ ສືບສວນ ສອດຄ່ອງກັບ ກົດໝາຍ ໄດ້ກຳນົດ ເອົາໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.