ນັກຮຽນຕິດເກມ ຕິດອິນເຕີແນັດ

ການຫລີ້ນ ເກມ ທາງ ອິນເຕີແນັດ ເຮັດໃຫ້ ການຮຽນ ຂອງນັກຮຽນ ຕົກຕໍ່າ ໂດຍສະເພາະ ຕາມ ຫົວເມືອງໃຫຍ່ ໃນລາວ.
ສິດນີ
2012.11.09
F-games ຕົວຢ່າງ ຕູ້ຫຼີ້ນເກມ
games-blogs

ຮ້ານຫຼີ້ນເກມ ທາງ ອິນເຕີແນັດ ເຖິງແມ່ນວ່າ ເພື່ອ ບໍຣິການ ຄວາມບັນເທີງ ໃຫ້ແກ່ ສາທາຣະນະຊົນ ກໍຕາມ ແຕ່ຈິງແລ້ວ ເປົ້າຫມາຍ ແມ່ນແນໃສ່ ລູກຄ້າ ກຸ່ມນັກຮຽນ ນັກສຶກສາ ເພາະຮ້ານ ຫຼີ້ນເກມ ສ່ວນຫຼາຍ ຈະຕັ້ງໃກ້ ໂຮງຮຽນ ຕາມ ຫົວເມືອງໃຫຍ່ ເຊັ່ນ ນະຄອນຫລວງ ວຽງຈັນ ເປັນຕົ້ນ.

ການຕິດຫລີ້ນເກມ ທາງ ອິນເຕີແນັດ ພາໃຫ້ ນັກຮຽນ ສອບເສັງ ບໍ່ຜ່ານ ຊັ້ນຮຽນ ຫລືຖືກ ຄ້າງຫ້ອງ ເປັນຈຳນວນ ຫລວງຫລາຍ ເພາະຂາດ ໂຮງຮຽນ ໄປຫລີ້ນເກມ ໂດຍທີ່ ພໍ່ແມ່ ບໍ່ຮູ້ນໍາ. ຊາວວຽງຈັນ ຄົນນື່ງ ເວົ້າວ່າ:

"ນັກຮຽນ ນັກສຶກສາ ຈຳນວນນື່ງ ສວຍໂອກາດ ບໍ່ໄປ ໂຮງຮຽນ ຕິດເກມ ໃຊ້ເວລາຮຽນ ໄປຫລີ້ນເກມ ກໍມີ ເຮັດໃຫ້ ການສຶກສາ ບໍ່ໄດ້ຮັບ ຜົລດີ ປານໃດ".

ບັນຫາ ດັ່ງກ່າວ ກຳລັງ ຄຸກຄາມ ຕໍ່ການສຶກສາ ຂອງນັກຮຽນ ຕາມຫົວ ເມືອງຕ່າງໆ ໃນລາວ ປັດຈຸບັນນີ້ ເຊັ່ນ ນະຄອນຫລວງ ວຽງຈັນ ສວັນນະເຂດ ແລະ ຈຳປາສັກ ເພາະມີຮ້ານ ອິນເຕີແນັດ ຫຼີ້ນເກມ ຕັ້ງຢູ່ໃກ້ ໂຮງຮຽນ ແລະ ໃນແຕ່ລະມື້ ຈະມີ ນັກຮຽນ ໄປຫຼີ້ນເກມ ຈົນບໍ່ສົນໃຈ ນຳການຮຽນ. ບາງຄົນ ເມື່ອບໍ່ມີ ເງີນ ກໍລັກເລັກ ຂະໂມຍນ້ອຍ ເພື່ອຫາເງີນ ມາຫລີ້ນອີກ ຈື່ງເກີດ ປະກົດການ ຫຍໍ້ທໍ້ ທາງສັງຄົມ ຂື້ນໃນລາວ ຊາວວຽງຈັນ ທ່ານນັ້ນ ເວົ້າອີກວ່າ:

"ເງີນທີ່ ພໍ່ແມ່ໃຫ້ ກໍບໍ່ພຽງພໍ ເພາະໄປ ຫລີ້ນເກມຫມົດ ຈື່ງຫາ ທຸກວິທີທາງ ເພື່ອຈະໄດ້ ເງີນມາ ເຮັດຕາມສີ່ງ ທີ່ຕົນ ຕ້ອງການ ຈື່ງມີການ ຕົວະ ການລັກເລັກ ຂະໂມຍນ້ອຍ ເພື່ອຢາກ ໄດ້ເງີນ ມາຫລີ້ນເກມ".

ອາຈານສອນ ໂຮງຮຽນ ມັທຍົມ ແຫ່ງນື່ງ ທີ່ນະຄອນຫລວງ ວຽງຈັນ ໄດ້ກ່າວຕໍ່ ນັກຂ່າວ ເອເຊັຍເສຣີ ວ່າ ໂຮງຮຽນ ທີ່ລາວສອນ ນັ້ນ ກໍມີຮ້ານ ຫລີ້ນເກມ ທາງ ອິນເຕິດແນັດ ມາເປີດຢູ່ໃກ້ ຫລາຍຮ້ານ ແລະ ກໍບໍ່ສາມາດ ແກ້ໄຂໄດ້. ກ່ອນຫນ້ານີ້ ຫລາຍປີ ມີຫລາຍ ໂຮງຮຽນໄດ້ຮ້ອງຮຽນ ໄປຍັງຫ້ອງການ ການສຶກສາ ເພື່ອໃຫ້ແກ້ໄຂ ແຕ່ເທົ່າເຖິງ ປັດຈຸບັນ ກໍບໍ່ມີ ຫຍັງເກີດຂື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.