ໂຮງໝໍຣະດັບສາກົນ ໃນລາວ

ຈີນ ເປິດສູນ ບໍຣິການ ການແພດ ທີ່ ທັນສມັຍ ຣະດັບ ສາກົນ ແຫ່ງ ທໍາອິດ ໃນລາວ.
ສິດນີ
2011.07.22

ກົດຟັງສຽງ

ເຄືອຂ່າຍ ສູນ ບໍຣິການ ການແພດ ທີ່ ທັນສມັຍ ຣະດັບ ສາກົນ ແຫ່ງ ທຳອິດ ຂອງຈີນ ໄດ້ເປິດຂື້ນ ທີ່ ນະຄອນຫລວງ ວຽງຈັນ ໃນມື້ ວັນ ອັງຄານ ເພື່ອ ປີ່ນປົວ ຄົນໄຂ້ ໃນ ຣະດັບ ສາກົນ.

ພິທີເປິດ ຢ່າງເປັນ ທາງການ ໄດ້ ຈັດຂື້ນ ໂດຍມີ ປະທານ ເຄືອຂ່າຍ ສູນ ບໍຣິການ ການແພດ ສາກົນ ທ່ານ ການໄຊ ກຽດສຣິດ ທານາກອນ ຜູ້ທັງເປັນ ປະທານ ກຸ່ມລົງທືນ ຈີບເຊັງ, ດຣ ປອນເມກ ດາຣາລອຍ ອະດີດ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ, ເອກອັຄຣາຊທູດໄທ ປະຈຳລາວ ທ່ານ ວິດທະວັດ ສຣີວິໂຫກ ແລະ ຕົວແທນ ຈາກອົງການ ທີ່ກ່ຽວຂ້ອງ ຂອງ ຣັຖບານ ລາວ ແລະ ອົງການ ຕ່າງຊາດ ຫລາຍ ອົງການ.

ທ່ານ ການໄຊ ປະທານສູນ ບໍຣິການ ການແພດ ດັ່ງກ່າວ ກ່າວວ່າ ເຄືອຂ່າຍ ສູນ ບໍຣິການ ການແພດ ທີ່ ທັນສມັຍ ແມ່ນນື່ງ ໃນທຸຣະກິດ ຂອງ ກຸ່ມລົງທືນ ຈີບເຊັຽ ໃນລາວ ທີ່ ຣະບຸ ໃວ້ໃນ ໃບອະນຸຍາດ ການລົງທືນ ຈາກຕ່າງ ປະເທດ ກັບ ຣັຖບານລາວ ທີ່ ຈະໃຊ້ເງິນ ລົງທືນ ທັງຫມົດ ປະມານ 3 ລ້ານໂດລາ ໃນນັ້ນ ຮ່ວມດ້ວຍເງິນ ຈົດທະບຽນ 1 ລ້ານ 5 ແສນ ໂດລາ ສະຫະຣັດ.

ທ່ານວ່າ ພວກທ່ານ ໄດ້ລົງທືນ ກວ່າ ນື່ງ ລ້ານ 5 ແສນ ໂດລາ ສ້າງຕຶກອາຄານ ຫ້ອງການ ກວດການແພດ ອຸປກອນ ການແພດ ຮ່ວມທັງການ ຝຶກອົບຮົມ ພນັກງານ ບໍຣິການ ແລະວ່າ ທາງສູນກາງ ມີ ນາຍແພດ ທີ່ມີ ປະສົພການ ສູງ ໄດ້ຮັບ ປຣິນຍາ ການແພດ ຈາກ ສະຖາບັນ ແພດ ພາຍໃນລາວ ແລະ ຕ່າງປະເທດ, ທີມງານ ພວກທ່ານ ສາມາດ ປີ່ນປົວຄົນໄຂ້ ໄດ້ຢ່າງມີ ປະສິດທິພາບ ມາຕຖານ ຣະດັບ ສາກົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 23, 2011 01:47 AM

HONG SAM LAP POU MEE NGEUN, BO MEN SAM LAP POU TOUK YAK

Anonymous
Jul 23, 2011 08:38 AM

ຍັງເຫິງປານໃດ ຣັຖບານລາວຈຶ່ງຊິມີໂຮງພຍາບານລະດັບສາກົນ ຈັກແຫ່ງແດ່ ຄົນລາວເມືອງໃຫຍ່ຢູ່ຕາມຮິມ
ຂອງ ລັ່ງໄຫຼກັນໄປປິ່ນປົວແຕ່ປະທເດເຫື່ອນບ້ານ ໂດຍສະເພາະໄປໄທຍ໌.ມີເງິນຂາຍໄມ້ ໄດ້ຈາກໄຟຟ້າ
ຄຳ ທອງ ສົມຄວນເອົາທຶນໄປສ້າງແດ່.