ຄົນງານລາວ 35 ຄົນຖືກຈັບ

ຄົນງານລາວ 35 ຄົນ ທີ່ລັກລອບ ເຂົ້າໄປ ເຮັດວຽກໃນໄທ ຖືກຈັບ ຢູ່ແຂວງ ນະຄອນນາຍົກ ເມື່ອວັນທີ 7 ພຶສພາ 2012 ໃນຣະຫວ່າງ ເດີນທາງກັບ ຄືນບ້ານ.
ມະນີຈັນ
2012.05.08
F-35-Lao-workers ຄົນງານລາວ 35 ຄົນ ທີ່ຖືກຈັບ ໃນແຂວງ ນະຄອນນາຍົກ ຂອງໄທ ໃນວັນທີ 7 ພຶສພາ 2012.
tpbs

ກົດຟັງສຽງ

ຊາວລາວ 35 ຄົນນັ້ນ ມີຜູ້ຊາຍ 15 ຄົນ ແລະຍິງ 20 ຄົນ ຖືກຈັບພ້ອມ ຄົນໄທຜູ້ນຶ່ງ ທີ່ສົງໃສວ່າ ມີສ່ວນຮ່ວມ ກັບວົງການ ຄ້າແຮງງານ ຂ່າວທາງ ໂທຣະທັດໄທ ຣາຍງານວ່າ ພົນຕໍາຣວດຕຣີ ສະວະລິດ ສະແຫວງພືດ ຜູ້ບັງຄັບການ ກອງບັງຄັບການ ປາບປາມ ການກະທໍາຄວາມຜິດ ກ່ຽວກັບການ ຄ້າມະນຸດ ເປີດເຜີຍວ່າ ກ່ອນໜ້ານີ້ ສືບຮູ້ວ່າ ຈະມີການຂົນ ແຮງງານ ຕ່າງດ້າວ ຜ່ານຖນົນສາຍຄອງ 15 ຈຶ່ງໄດ້ວາງ ກໍາລັງດັກຈັບ ແລ້ວກໍມີຣົດ ກະບະ 2 ຄັນ ໝາຍເລກທະບຽນ ແລະ ຣະຍອງ ບັນທຸກຄົນ ມາເຕັມຄັນ:

"ເມື່ອຂໍກວດຄົ້ນ ຣົດບັນທຸກທັງ 2 ຄັນ ກັບເລັ່ງຄວາມໄວ ຂັບໜີໄປ ແຕ່ໃນທີ່ສຸດ ຄົນຂັບໄດ້ ຈອດຣົດ ແລ່ນໜີໄປ ເຈົ້າໜ້າທີ່ ສາມາດຈັບໄດ້ ຄົນນຶ່ງ ຄື ທ້າວອຸໄທ ພ້ອມຄົນງານລາວ ທັງໝົດ. ທ້າວອຸໄທ ຮັບ ສາຣະພາບວ່າ ຈະນໍາຄົນງານ ຕ່າງດ້າວເຫລົ່ານັ້ນ ໄປສົ່ງທີ່ທ່າເຮືອ ແມ່ນໍ້າຂອງ ເຂດເມືອງ ເຂັມມະຣາດ ແຂວງອຸບົນ ເພື່ອຂ້າມໄປ ຝັ່ງລາວ ພາຍຫລັງທີ່ ໄດ້ລັກລອບເຂົ້າໄທ. ບາງຄົນເຂົ້າມາ ເຮັດວຽກ ຢູ່ໃນໄທ ໄດ້ 3 ປີ ກວ່າແລ້ວ ສ່ວນໃຫຍ່ ຈະເຮັດວຽກຕາມ ໂຮງງານ ວຽກກໍ່ສ້າງ ແລະ ຮ້ານອາຫານ".

ໃນຂນະດຽວກັນ ທີ່ແຂວງສະແກ້ວ ກໍມີຣາຍງານວ່າ ມີຊາວ ກັມພູຊາ 39 ຄົນ ຖືກຈັບຢູ່ດ່ານ ພອຍເພັດ-ອະຣັນຍາ ປະເທດ ໃນຂໍ້ຫາເຂົ້າ ປະເທດໄທ ແບບຜິດກົດໝາຍ ເພື່ອຫາວຽກເຮັດ. ເຈົ້າໜ້າທີ່ໄທ ວ່າຊາວ ກັມພູຊາ ກຸ່ມນີ້ ຖືໜັງສືເດີນທາງ ເຂົ້າມາທ່ຽວ ຕລາດ RongKluea ຢູ່ໄດ້ນຶ່ງມື້ ແຕ່ 7 ໂມງເຊົ້າ ຫາ 8 ໂມງແລງ ແຕ່ຊື່ແລະຮູບ ໃນໜັງສືເດີນທາງ ບໍ່ກົງກັນ ແລະກໍພົບວ່າ ແຕ່ລະຄົນ ໄດ້ຈ່າຍເງິນ ໃຫ້ນາຍໜ້າ ຄ້າມະນຸສ 300 ບາດ ເປັນຄ່າໜັງສື ເດີນທາງ ເຂົ້າມາໄທ ຢູ່ໄດ້ມື້ນຶ່ງ ເພື່ອເຂົ້າໄປ ຊອກວຽກເຮັດ ຢູ່ບາງກອກ ແລະ ແຂວງຊົນບູຣີ ທີ່ຢູ່ ໃກ້ຄຽງກັນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 11, 2012 10:56 AM

ຟັງຄວາມຄົນຈົນໃຈຕົນ,ເກີດບາບຊ້ຳກັມຕື່ມ, ລາຍໄດ້ບໍ່ເທົ່າກັບການຈ່າຍ,ເມື່ອເຫດເກີດຂຶ້ນ ຄືແນວນີ້ແລ້ວຕ້ອງຫາທາງອອກ ຄື ອົດທົນ,ສ້າງຄວາມຫວັງດ້ວຍໃຈດີ,ໃຊ້ປັນຍາ ຫາທາງລອດ ທຸກບັນຫາມີໄວ້ໃຫ້ແກ້,ເມື່ອຜ່ານພົ້ນແລ້ວ ຈົ່ງໃຊ້ຄະຕິທັມນຳຊີວິດ ຄື ອັຕຕະນາ ໂຈທຍັຕຕານັງ ແປວ່າ ຈົ່ງ ເຕືອນຕົນ ດ້ວຍ ຕົນເອງ.

Anonymous
May 09, 2012 03:29 PM

the best way is to dismiss them all, because stepping thai border is not for theft but for helping and make income for thai people.