ການລັກຂຸດຄໍາໃນ ຂ.ວຽງຈັນ
2010.12.13
ກົດຟັງສຽງ
ບ່ອນທີ່ມີ ການຂຸດຄົ້ນ ຮ້າຍແຮງ ກໍແມ່ນ ຢູ່ເມືອງ ຊະນະຄາມ, ເມືອງ ໄຊສົມບູນ, ເມືອງໜື່ນ, ເມືອງກາສີ. ຕາມຣາຍງານ ຈາກ ນະຄອນຫລວງ ວຽງຈັນ ເມື່ອສັປດາ ຜ່ານມາ. ສະພາບ ຂຸດແຮ່ຄຳ ແບບສະຊາຍ ໂດຍທີ່ ບໍ່ໄດ້ຮັບ ອະນຸຍາດ ຢູ່ແຂວງວຽງຈັນ ຖືກຈັດຢູ່ ໃນອັນດັບ ຕົ້ນໆ ຂອງການລັກຂຸດ ທີ່ມີຢູ່ ໃນປະເທດ ຊຶ່ງໄດ້ເລີ້ມ ຕົ້ນມາແຕ່ ທ້າຍປີ 2007-2008.
ບ່ອນທີ່ມີ ການລັກຂຸດ ຮ້າຍແຮງ ກວ່າໝູ່ ແມ່ນຢູ່ ບໍຣິເວນ ຫ້ວຍສະຕຸກ, ພູສາງ ແລະ ຫ້ວຍສ້າງສີ ທີ່ຢູ່ຫ່າງຈາກ ເມືອງ ຊະນະຄາມ ປະມານ 80 ຫລັກ ກິໂລແມັດ ຊຶ່ງຢູ່ ກົງກັນຂ້າມ ກັບບ້ານ ມ່ວງ, ເມືອງປາກລາຍ ແຂວງ ໄຊຍະບູຣີ. ຢູ່ບໍຣິເວນ ດັ່ງກ່າວ ມີຄົນລັກຂຸດ ພັນກວ່າຄົນ ແລະ ມີຂຸມ ທີ່ຖືກຂຸດ ເຖິງ 400 ກວ່າຂຸມ. ແຕ່ລະຂຸມ ມີຂນາດ ຄວາມເລິກ 10 ແມັດ ແລະກວ້າງ 2 ແມັດ. ມີການໃຊ້ຣົດ ຈົກຂຸດ ເອົາແຮ່ຄຳ ຕາມລຳຫ້ວຍ ອັນເຮັດໃຫ້ ຕາຝັ່ງ ເຈື່ອນ, ຫ້ວຍໂກນ ກະແສນໍ້າໄຫລ ບໍ່ເປັນໄປຕາມ ປົກກະຕິ ເຖິງ 50%, ເຮັດໃຫ້ ຣະບົບນິເວດ ປ່ຽນແປງໄປ.
ພ້ອມກັນນັ້ນ ກໍມີການ ໃຊ້ສານເຄມີ ຄື “ ບາຫລອດ “ ແລະ “ໄຊຢາໃນ” ທີ່ເປັນພິດ ອັນຕະລາຍ ຮ້າຍແຮງຕໍ່ນໍ້າ, ຕໍ່ສິ່ງ ທີ່ມີຊີວິດ ແລະ ຕໍ່ທັມມະຊາດທັງມວນ. ເຈົ້າໜ້າທີ່ ທາງການລາວ ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ເວົ້າວ່າ ຕໍ່ສະພາບການ ດັ່ງກ່າວ ທາງແຂວງ ວຽງຈັນ ໄດ້ເອົາໃຈໃສ່ ແກ້ໄຂ ໂດຍໄດ້ນຳຜູ້ ທີ່ລັກຂຸດຄົ້ນ ແຮ່ຄຳ ນັ້ນ ມາອົບຮົມ ໃຫ້ຢຸດເຊົາ. ໃນກໍຣະນີ ບໍ່ເຂັດຫລາບ ກໍໄດ້ໃຊ້ ມາຕການ ທີ່ເໝາະສົມໃສ່ ໂດຍປັບໃໝ ໃສ່ໂທດ ຕາມຣະບຽບ ກົດໝາຍ ແລະ ເອົາເຈົ້າໜ້າທີ່ ໄປປະຈຳການ ຢູ່ບໍຣິເວນ ດັ່ງກ່າວ. ເທົ່າທີ່ ປະຕິບັດມາ ກໍເຫັນວ່າ ໄດ້ຮັບຜົນ ດີຂຶ້ນ.