ຄລີນິກເອົາລູກອອກ ຂ.ຊຽງຂວາງ
2012.01.19
ກົດຟັງສຽງ
ເຖິງແມ່ນວ່າ ທາງການ ຈະຫ້າມປາມ ກໍຕາມ ແຕ່ກໍຍັງມີ ການໃຫ້ສີນບົນ ແກ່ເຈົ້າຫນ້າທີ່ ໃນຣະດັບສູງ ແລະ ກຸ່ມຜູ້ຍີງ ທີ່ຖືພາ ໂດຍບໍ່ຕັ້ງໃຈ ກໍພາກັນ ມາເອົາລູກອອກ ຢູ່ຕາມເຄີຍ. ດັ່ງເຈົ້າຫນ້າທີ່ ສາທາຣະນະສຸຂ ທີ່ແຂວງຊຽງຂວາງ ເວົ້າວ່າ:
"ມີຢູ່ຮ້ານ ເອກຊົນ ຮ້ານຂອງຈີນ ຂະເຈົ້າມາ ຕັ້ງແຕ່ວ່າ ພວກເຮົາ ກໍພຍາຍາມຫ້າມ ເພາະວ່າ ກົດຫມາຍລາວ ບໍ່ອະນຸຍາດ ແຕ່ວ່າຂະເຈົ້າ ກໍລະເມີດຢູ່ ບາງເທື່ອຫັ້ນ ເຂົາກໍຈ່າຍເງີນ ກັນເດ".
ທ່ານກ່າວ ຕໍ່ໄປວ່າ ຄລີນິກຂອງຈີນ ດັ່ງກ່າວ ໄດ້ເປິດ ກິຈການ ມາໄດ້ ຫລາຍປີແລ້ວ ບໍ່ໄດ້ລັກເປີດ ເປັນການເປີດ ບໍຣິການ ແບບຈະແຈ້ງ ເຫມືອນຮ້ານຄ້າ ທົ່ວໄປ ໂດຍນາຍແພດ ແລະ ພນັກງານ ແພດ ໃນຄລິນິກ ນັ້ນ ທັງຫມົດ ເປັນຄົນຈີນ.
ວິທຍຸເອເຊັຽ ເສຣິ ກໍໄດ້ຕິດຕໍ່ ໄປຍັງ ເມືອງແປກ ເພື່ອສອບຖາມ ກ່ຽວກັບ ເລື້ອງນີ້ ແຕ່ເຈົ້າຫນ້າທີ່ ບໍ່ສາມາດ ໃຫ້ຄຳຕອບ ແຕ່ຢ່າງໃດ ເຈົ້າຫນ້າທີ່ ອີກຜູ້ນື່ງ ເວົ້າວ່າ:
"ຮ້ານເອົາລູກ ອອກ ຈັ່ງວ່າເດີ ຈະໄດ້ຖາມໂຕ ເກັບກຳ ເຂົາເກັບກຳ ສະຖິຕິຫຍັງແດ່".
ໃນຣະຍະ 3 ປີ ທີ່ຜ່ານມາ ຄລີນິກ ເອົາລູກອອກ ຂອງຈີນແຫ່ງນີ້ ເຮັດໃຫ້ ຜູ້ຍີງຖືພາ ຜູ້ທີ່ມາ ເອົາລູກອອກ ເສັຽຊິວິດ ແລ້ວ 3 ຄົນ ຍ້ອນເກີດ ໂຣຄແຊກຊ້ອນ ຫລັງຈາກເອົາ ລູກອອກ ເຈົ້າຫນ້າທີ່ ສາທາຣະນະສຸຂ ໃຫ້ຄຳເຫັນວ່າ ສາເຫດ ຂອງການ ເກິດໂຣຄ ແຊກຊ້ອນ ເປັນຍ້ອນ ວ່າຄລິນິກ ດັ່ງກ່າວ ໃຊ້ເຄື່ອງມື ບໍ່ສະອາດ.