ການສ້າງເຂື່ອນໄຟຟ້າ ເຮັດໃຫ້ສັງຄົມປ່ຽນແປງ
2012.01.26

ກົດຟັງສຽງ
ນັ້ນຄືບົດ ວິເຄາະ ຂອງນັກ ໜັງສືພິມ straight times ສິງຄະໂປ.
ບົດຄວາມ ໄດ້ເວົ້າເຖິງ ໂຄງການ ສ້າງເຂື່ອນ ນໍ້າເທີນ 2 ຫລັງຈາກໄດ້ ໄປສັງເກດການ ແລະ ສໍາພາດ ນາງຫອມ ອາຍຸ 54 ປີ ນື່ງໃນຈໍານວນ ປະຊາຊົນ 1,600 ຄົນ ທີ່ອາໄສ ຢູ່ໃນບ້ານໃໝ່ ທີ່ບໍຣິສັດ ນໍ້າເທີນ-2 ໄດ້ສ້າງໃຫ້ ພ້ອມທັງ ສ້າງຖນົນ ຫົນທາງ ເຂົ້າບ້ານ ສ້າງໂຮງຮຽນ ສ້າງໂຮງໝໍ ສ້າງນໍ້າ ບາດານ ໃຫ້ທີ່ດິນ ປູກຝັງ ຊື່ງເປັນສ່ວນນື່ງ ຂອງໂຄງການ ຕັ້ງຖິ່ນຖານໃໝ່.
ນັກຂ່າວຖາມວ່າ ຊີວິດໄດ້ ປ່ຽນແປງໄປ ແນວໃດແດ່ ຫລັງຈາກ ໄດ້ຍ້າຍມາ ຢູ່ບ້ານໃໝ່ນີ້. ນາງຫອມ ຕອບວ່າ ບາງອັນກໍດີ ບາງອັນກໍບໍ່ດີ. ລາວວ່າ ຢູ່ບ້ານເກົ່າ ໃນແຕ່ລະປີ ມີພັຍນໍ້າຖ້ວມ ບໍ່ມີ ໄຟຟ້າໃຊ້ ຢູ່ຕາມ ທັມມະຊາດ ເມື່ອຕ້ອງການ ອາຫານ ກໍເຂົ້າໄປຫາ ຢູ່ໃນປ່າ. ດຽວນີ້ ຄັນສີ່ເວົ້າ ຈັ່ງນື່ງ ມີຄວາມ ສະດວກ ສະບາຍຫລາຍ ແຕ່ວ່າດຽວນີ້ ຕ້ອງການເງິນ ເພື່ອຊື້ ອາຫານກິນ.
ໂຄງການ ນໍ້າເທີນ-2 ເປັນໂຄງການ ອະເນກປະສົງ ຊື່ງ ທາງການລາວ ຫວັງຢ່າງຍິ່ງ ວ່າຈະແກ້ໄຂ ຄວາມທຸກຍາກ ຂອງ ປະຊາຊົນ ຢູ່ໃນທ້ອງຖິ່ນ ຣັຖບານລາວ ຈະມີລາຍໄດ້ ຈາກໂຄງການ ນີ້ $80 ລ້ານ ໃນແຕ່ລະປີ ໃນລະຍະ 24 ປີ ຂ້າງໜ້າ ໂຄງການນີ້ ໄດ້ເປີດໃຊ້ ຢ່າງເປັນທາງການ ເລີ້ມແຕ່ປີ 2010 ເປັນຕົ້ນມາ.
ນັກສ້ຽວຊານ ທະນາຄານ ພັທນາເອເຊັຽ ເວົ້າວ່າ ຖ້າຣັຖບານລາວ ຢາກໃຫ້ ໂຄງການນີ້ ເປັນໂຄງການ ໂຕຢ່າງທີ່ມີ ຄວາມສໍາເຣັດຜົນ ແທ້ໆນັ້ນ ຣັຖບານຕ້ອງ ຄຸ້ມຄອງ ການປ່ຽນແປງ ຕ່າງໆ ທີ່ໂຄງການ ນີ້ນໍາມາ ຍ້ອນວ່າ ການສ້າງເຂື່ອນ ເປັນແຫ່ລງ ພລັງງານ ທີ່ຍືນຍົງ ແຕ່ວ່າມັນ ເຮັດໃຫ້ ພູມີປະເທດ ອຸທົກວິທຍາ ລະບົບນິເວດ ປ່ຽນແປງໄປ ຕຣອດຮອດການ ໂຍກຍ້າຍຊາວບ້ານ ໂຕຢ່າງ ທີ່ກໍາລັງ ເປັນຢູ່ນີ້ ລໍານໍ້າເທີນ ກໍຕື້ນລົງ ເຊບັ້ງໄຟ ພັດຍື່ງຂື້ນ ຊີວິດການ ເປັນຢູ່ຂອງ ປະຊາຊົນ ຢູ່ຕາມລ່ອງ ເຊບັ້ງໄຟ ໄດ້ຮັບຄວາມ ຫຍຸ້ງຍາກ ໃນລະຍະຍາວ ນັ້ນອາດຈະ ຮ້າຍແຮງກ່ວານີ້ ກໍເປັນໄດ້ ຖ້າຫາກວ່າ ບໍ່ເອົາໃຈໃສ່ ຕໍ່ບັນຫາ ທີ່ ເກີດຂື້ນ.