ສູບຝິ່ນປູກຝິ່ນຢູ່ແຂວງ ຫົວພັນເພີ້ມຂື້ນ

ແຂວງຫົວພັນ ມີຜູ້ຕິດຝີ່ນ ຫລາຍຂຶ້ນ ແລະ ຜູ້ລັກປູກ ກໍເພີ່ມຂຶ້ນ 2 ເທົ່າ.
ມະນີຈັນ
2011.03.23

ກົດຟັງສຽງ

ແຂວງຫົວພັນ ເປັນນຶ່ງ ໃນຫລາຍແຂວງ ຂອງລາວ ທີ່ມີການລັກປູກຝີ່ນ. ໃນປີ 2010-2011 ແຂວງຫົວພັນ ມີເນື້ອທີ່ປູກຝີ່ນ ທັງໝົດ 285 ເຮັກຕາຣ ທຽບໃສ່ ປີຜ່ານມາ ເພີ້ມຂຶ້ນ 214 ເປີເຊັນກວ່າ ໂດຍສະເພາະ ຢູ່ເຂດ ເມືອງຊໍາໃຕ້ ມີ 180 ເຮັກຕາຣ. ຕາມຣາຍງານ ຂອງເຈົ້າແຂວງຫົວພັນ ຕໍ່ປະທານ ຄນະກັມມະການ ແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມ ຢາເສບຕິດ ເມື່ອບໍ່ນານມານີ້. 

ທ່ານວ່າຜ່ານມາ ແຂວງຂອງທ່ານ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ຂອງແຂວງ ລົງກວດກາ ແລະສຶກສາ ອົບຮົມໃຫ້ ປະຊາຊົນ ທີ່ປູກຝີ່ນ ໄດ້ຮູ້ຜົລຮ້າຍ ຂອງການປູກຝີ່ນ ແລະຕື່ນຕົວ ລໍາຣາຍໄຮ່ຝີ່ນ ຂອງຕົນເອງ. ແຕ່ຜົລທີ່ໄດ້ຮັບ ຄື ຈໍານວນ ຜູ້ລັກປູກຝີ່ນ ຍັງບໍ່ລຸດໜ້ອຍ ຖອຍລົງເລີຍ. 

ໃນປັຈຈຸບັນ ທົ່ວແຂວງຫົວພັນ ມີຜູ້ຕິດຝີ່ນ 2 ພັນ ກວ່າຄົນ ໃນຈໍານວນ ຜູ້ເສບຢາເສບຕິດ ຊນິດຕ່າງໆທັງໝົດ ປະມານ 4 ພັນກວ່າຄົນ. ນັກວິຊາການ ທ່ານນຶ່ງ ເວົ້າວ່າ ເຖິງແມ່ນວ່າ ທາງອໍານາດ ການປົກຄອງ ຈະໄດ້ເອົາໃຈໃສ່ ສະກັດກັ້ນ ແລະແກ້ໄຂບັນຫາ ດັ່ງກ່າວ ຢ່າງຈິງຈັງ ແຕ່ບໍ່ໄດ້ຮັບຜົລ ເທົ່າທີ່ຄວນ ຍ້ອນຂາດ ງົບປະມານ, ປະຊາຊົນ ຍັງທຸກຍາກ ແລະເຄີຍໃຊ້ຝີ່ນ ເປັນຢາປົວພຍາດ ແລະອື່ນໆ. ເຖິງຢ່າງໃດກໍດີ ໃນປີ 2011-2012 ນີ້ ແຂວງຫົວພັນ ໄດ້ວາງມາຕການ ແກ້ໄຂບັນຫາ ການລັກປູກຝີ່ນ ຮວມທັງຢາເສບຕິດ ອື່ນໆໃຫ້ໄດ້ ຢ່າງສິ້ນເຊີງ ໂດຍຈະສຸມໃສ່ ແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ສ້າງເສັ້ນ ທາງຄົມນາຄົມ ໂຮງຮຽນ ສຸຂສາລາ ນໍ້າສະອາດ ແລະສູນບໍາບັດ ຜູ້ຕິດຝີ່ນ ຈັດສັນໃຫ້ເຂົາເຈົ້າ ມີອາຊີບທີ່ ໝັ້ນຄົງ ເພື່ອທົບແທນ ການຖາງປ່າ-ເຮັດໄຮ່ ຢ່າງຊະຊາຍ ແລະເຊົາປູກຝີ່ນ ຢ່າງສິ້ນເຊີງ.

ແຂວງຫົວພັນ ເປັນແຂວງ ທີ່ທຸກຍາກ ເປັນເຂດພູດອຍເຖິງ 83 ເປີເຊັນ ຂອງເນື້ອທີ່ ທັງໝົດ, ມີເນື້ອທີ່ການຜລິດ 65 ພັນເຮັກຕາຣ. ໃນ 5 ປີ ຂ້າງໜ້າ ທາງແຂວງ ຈະສ້າງບ້ານປອດ ຢາເສບຕິດ ໃຫ້ໄດ້ 70 ເປີເຊັນ ຂອງບ້ານທັງໝົດ ໃນແຕ່ລະເມືອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.