ຂ.ຫົວພັນ ຫ້າມປືນເຖື່ອນ

ທາງກາຣ ແຂວງ ຫົວພັນ ຈະດໍາເນີນ ກາຣກວດຫາ ໃບ ອະນຸຍາຕ ຂອງ ກາຣມີສິທ ໃຊ້ ອາວຸທ ປືນ ທີ່ ປະຊາຊົນ ມີໃນ ຄອບຄອງ.
ຫວາດ ສີມູນ
2011.07.08
F-hunter ຊາວບ້ານ ທີ່ມີອາວຸທ ປືນ ໃນຄອບຄອງ ຕ້ອງມີໃບ ອະນຸຍາດ ຢ່າງຖືກຕ້ອງ
Tyler Chapman

ກົດຟັງສຽງ

ທາງກາຣ ແຂວງ ຫົວພັນ ປະກາສ ໃຫ້ ປະຊາຊົນ ນໍາເອົາ ອາວຸທ ປືນ ທຸກປະເພດ ພ້ອມທັງ ໃບອະນຸຍາດ ທີ່ມີ ໃນຄອບຄອງ ໄປແຈ້ງ ຕໍ່ເຈົ້າໜ້າທີ່ ເພື່ອ ທຳກາຣ ກວດສອບ, ຍ້ອນວ່າ ມີການ ລັກລອບ ລ່າສັຕປ່າ ໃນເຂຕ ປ່າສງວນ ນ້ຳແອດ ພູເລີຽ. ດັ່ງ ຍານາງ ອານິຕາ ບຸຕະ ຜູ້ປະສານງານ ດ້ານກາຣ ສຳຣວຈ ສັຕປ່າ ກ່າວວ່າ:

“ເຮົາສິໄດ້ ກວດ ຖ້າສົມມຸຕວ່າ ຕົວໃດ ທີ່ມັນ ເຖື່ອນ ຫລືວ່າຫຍັງ ເຮົາສິໄດ້ ທຳກາຣເກັບ ເຮົາເຮັດ ໄປແລ້ວ ເທື່ອໜຶ່ງ ດຽວນີ້ ເຮົາສິ ລົງໄປ ກວດສອບ ອີກ ສຳຫລັບ ຄັ້ງນີ້ ທາງເມືອງ ເພິ່ນສິ ພົວພັນ ກັບທາງ ຕຳຣວຈ”.

ພ້ອມດຽວກັນນີ້ ຍານາງ ກໍວ່າ ກາຣກວດສອບ ເທື່ອນີ້ ຈະກວດນຳ ປະຊາຊົນ ທີ່ພໍໃຈ ນຳເອົາ ປືນມາ ໃຫ້ທາງກາຣ ກວດເບິ່ງ ແລະ ຖ້າຫາກພົບ ເຫັນວ່າ ມີປືນ ທີ່ບໍ່ມີ ໃບອະນຸຍາຕ ນັ້ນ ທາງຫ້ອງກາຣ ກ່ຽວຂ້ອງ ກໍຈະຍຶດ ເອົາປືນ ເຖື່ອນນັ້ນໄວ້ ໂດຽທີ່ ບໍ່ມີກາຣ ລົງໂທສ ຜູ້ເປັນ ເຈົ້າຂອງ ປືນ ແຕ່ຢ່າງໃດ ແຕ່ຖ້າຫາກ ວ່າ ປະຊາຊົນ ບໍ່ນຳ ເອົາປືນ ມາໃຫ້ ກວດສອບ ຖ້າຫາກ ຖືກຈັບ ໄດ້ຕາມ ພາຍຫລັງ ກໍຈະຕ້ອງ ໂທສ ແລະ ຖືກດຳເນີນ ຄະດີ ຕາມກົດໝາຍ.

ຍານາງ ໄດ້ແຈ້ງ ອີກວ່າ ເວລາ ປະກາສ ໃຫ້ ປະຊາຊົນ ນຳເອົາ ປືນ ແລະ ໃບອະນຸຍາຕ ມາກວດ ໃນເມື່ອກ່ອນ ນັ້ນ ຜູ້ທີ່ ມີປືນ ໃນຄອບຄອງ ສ່ວນຫລາຍ ກໍບໍ່ ເອົາໄປແຈ້ງ ເພາະຢ້ານ ຈະມີໂທສ. ເຈົ້າໜ້າທີ່ ໄດ້ເນັ້ນວ່າ ບຸຄຄົລ ທີ່ມີສິທ ຖືປືນ ໄດ້ນັ້ນ ຈະຕ້ອງເປັນ ເຈົ້າໜ້າທີ່ ຕຳຣວຈ ທະຫາຣ ຫລື ກອງຫລອນ ປະຈຳ ໝູ່ບ້ານ ເທົ່ານັ້ນ ສ່ວນ ປະຊາຊົນ ທັມດາ ນັ້ນ ບໍ່ມີສິທ ທີ່ຈະມີ ອາວຸທ ປືນ ໃນຄອບຄອງ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.