ສ້າງເດີ່ນຍົນຂ.ຫົວພັນ ຈະໃຊ້ຄົນງານວຽດ

ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ແຂວງ ຫົວພັນ ຈະໃຊ້ຄົນງານ ວຽດນາມ.
ໂພໄຊສວັດ
2012.03.20
F-vietnamese-in-Laos ຄົນງານ ຊາວວຽດນາມ ເພດຍິງ ຫຼືເພດຊາຍ ເທົ່າທຽມກັນ ໜັກເອົາເບົາສູ້ ຈື່ງເຮັດໃຫ້ ຄົນງານລາວ ມີຄູ່ແຂ່ງ ທີ່ໜ້າເປັນຫ່ວງ ແຕ່ເບີ່ງໄວ້ເພື່ອ ພິຈາຣະນາ ກໍດີ ເພາະໂດຍ ພື້ນຖານ ຄົນລາວ ບໍ່ເຄີຍກຽດຄ້ານ ບໍ່ນ້ອຍໜ້າ ຊົນຊາຕອື່ນ.
talk-Vietnam

ກົດຟັງສຽງ

ຄາດວ່າ ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອຮອງຮັບ ເຂດ ເສຖກິດ ພິເສດ ໜອງຄ້າງ ຈະໃຊ້ຄົນງານ ຊາວວຽດນາມ ເປັນສ່ວນໃຫຍ່ ຍ້ອນວ່າ ບໍຣິສັດ ວຽດນາມ ໄດ້ຮັບ ອະນຸຍາດ ລົງທຶນ ໃນການກໍ່ສ້າງ ດັ່ງນັ້ນ ການຊອກຫາ ຄົນງານ ວຽດນາມ ຈະມີຄວາມ ສະດວກກວ່າ. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແຂວງຫົວພັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຕ້ອງເປັນວຽດ ຫັ້ນແຫລ໋ະ ແຕ່ວ່າເຂົາຍັງ ບໍ່ທັນ ລະອຽດເທື່ອ ເປັນບໍລິສັດ ວຽດ ຢູ່ແລ້ວ ຊິມາເຮັດ ຫັ້ນໜ໋າ ເກັບກູ້ລະເບີດ ຮຽບຮ້ອຍ ຈຶ່ງຄ່ອຍເອົາຄົນ ຫັ້ນເຂົ້າມາ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເຖິງປັດຈຸບັນ ຍັງບໍ່ທັນມີ ຂໍ້ມູນ ລາຍລະອຽດ ກ່ຽວກັບຈໍານວນ ຄົນງານ ວຽດນາມ ວ່າຈະນໍາເອົາ ເຂົ້າມາ ເຮັດວຽກ ໃນໂຄງການ ດັ່ງກ່າວ ໜ້ອຍຫລາຍ ປານໃດ ທັງຍັງບໍ່ຮູ້ວ່າ ຈະມີຄົນງານ ລາວ ເຂົ້າມາຮ່ວມ ເຮັດວຽກ ໃນໂຄງການ ນີ້ຫລືບໍ່.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ເຄີຍໃຫ້ ຂໍ້ມູນວ່າ ບໍ່ວ່າໂຄງການ ກໍ່ສ້າງໃດໆ ກໍຕາມ ໃນລາວ ທາງ ຣັຖບານ ຈະອະນຸຍາດ ໃຫ້ນໍາເອົາ ຄົນງານ ທີ່ມີຝີມື ສະເພາະ ຕ່າງຊາດ ເຂົ້າມາໄດ້ ບໍ່ເກີນ 20 ສ່ວນຮ້ອຍ ຂອງຈໍານວນ ຄົນງານ ທີ່ຕ້ອງການ ທັງໝົດ. ຖ້າຫາກຕ້ອງການ ນໍາຄົນງານ ເຂົ້າມາຫລາຍກວ່າ 20 ສ່ວນຮ້ອຍ ຕ້ອງໄດ້ຂໍໜັງສື ອະນຸຍາດ ຈາກ ຣັຖບານ ເພີ້ມຕື່ມ ສ່ວນແຮງງານ ທີ່ຈໍາເປັນອື່ນໆ ຕ້ອງໄດ້ໃຊ້ ຄົນງານລາວ.

ປັດຈຸບັນ ຄວາມຄືບໜ້າ ຂອງໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ຍັງຢູ່ໃນ ລະຫວ່າງ ການບຸກເບີກ ເສັ້ນທາງ ແລະ ກວດກາ ຄວາມປອດພັຍ ຈາກລະເບີດ ທີ່ຕົກຄ້າງ ສ່ວນການ ໂຍກຍ້າຍ ຊາວບ້ານ ບ້ານໜອງຄ້າງ 137 ຄອບຄົວ ອອກຈາພື້ນທີ່ ທີ່ຈະກໍ່ສ້າງນັ້ນ ຍັງບໍ່ທັນມີ ການເຄື່ອນໄຫວ ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 21, 2012 04:04 AM

IT IS NORMAL LAO DENG PPL TOO LAZY,THEY NEED ONLY VIET CONG TO WORK AND PROTEC LAO COUNTRY
D'ONT FORGET IT IS NOT VIET WORCKER,THEY ARE VIETCONG SOLDIER

Anonymous
Mar 20, 2012 02:30 PM

ຂ້າພະເຈົ້າເຫັນດີຖ້າຈະສ້າງໂຄງການນີ້ແຕ່ຖ້າແນວໃດກໍ່ຢາກໃຫ້ລັດຖະບານເອົາໃຈໃສ່ລະອຽດກ່ຽວກັບການຍົກຍ້າຍຈັດສັນປະຊາຊົນທີ່ຖືກຜົນກະທົບຈາກໂຄງການ ເພາະຫລັກການຍົກຍ້າຍຈັດສັນແມ່ນຊີວິດການເປັນຢູ່ຂອງປະຊາຊົນຕ້ອງໃຫ້ມີການປັບປຸງດີກວ່າເກົ່າ ຫລືຢ່າງໜ້ອຍຕ້ອງໃບໍ່ໃຫ້ຫລຸດເກົ່າ ແລະ ອີກຢ່າງໜຶ່ງບັນຫາແຮງງານກໍ່ຢຖ້າເນຳເອົາແຮງງານວຽດເຂົ້າມາແທ້ກໍ່ບໍຢາກໃຫ້ສົ່ງເສີມແຮງງານພາຍໃນກ່ອນ ບໍ່ເຫັນດີຖ້າຈະເອົາແຮງງານຈາກວຽດນາມ

Anonymous
Mar 20, 2012 08:13 AM

ມັນກໍ່ແນ່ນອນຢູ່ແລ້ວ ເພາະຄົນວຽດນາມມີຄວາມສຳນານ ຮອບດ້ານຫລາຍກ່ວາລາວຢູ່ແລ້ວ,ອີກປະການນຶ່ງຢູ່ແຂວງ ຫົວພັນຄວາມສ່ຽງກໍ່ມີສູງ,ລະເບີດລູກຫວ່ານອາດຈະຍັງເກັບກູ້ ບໍ່ທັນໄດ້ໝົດເທື່ອ,ໃຫ້ອ້າຽນ້ອງວຽດເຮັດເອງ ສ້າງເອງມັນກໍ່ເປັນການດີ ກ່ວາລາວເຮົາເອົາຊີວິດເຂົ້າໄປສ່ຽງ, ຈົ່ງຢ່າພາກັນນ້ອຍໃຈເດີ!ສຳຄັນພິເສດອາດຈະໄດ້ພົບ ຊາກກະດູກ ພີ່ນ້ອງວຽດນາມມາລົບຢູ່ລາວແຕ່ປາງສົງຄາມກໍ່ເປັນໄດ້. ຂໍໃຫ້ໂຊກດີກໍ່ແລ້ວກັນເນາະ!