ທ.ຮູຈິນຕາວຍິນດີ ກັບທ່ານຈູມມະລີ

ປະທານປະເທດ ສປຈີນ ສະແດງຄວາມ ຍິນດີຕໍ່ ທ່ານ ຈູມມະລີ ໄຊຍະສອນ ທີ່ໄດ້ຖືກ ຄັດເລືອກ ໃຫ້ເປັນຜູ້ນໍາພັກ ອີກຕໍ່ໄປ.
ໂພໄຊສວັດ
2011.03.22
F-Hu-Choummaly ທ.ຈູມມະລີໄຊຍະສອນ(ຊ້າຍ)ໄປຢ້ຽມຢາມສປຈີນຢ່າງເປັນທາງການ ທ.ຮູຈິນຕາວປະທານປະເທດກໍາລັງໃຫ້ການຕ້ອນຮັບເມື່ອປີ 2010
AFP

ກົດຟັງສຽງ

ປະທານ ປະເທດຈີນ ທ່ານ Hu Jintao ສtແດງຄວາມຍິນດີ ໃນມື້ວັນຈັນ ທີ 21 ມີນາ 2011, ທີ່ທ່ານ ຈູມມະລີ ໄຊຍະສອນ ໄດ້ຖືກຄັດເລືອກ ເປັນເລຂາທິການໃຫຍ່ ຂອງຄນະກັມມະການ ສູນກາງ ພັກປະຊາຊົນ ປະຕິວັດລາວ ອີກຕໍ່ໄປ.

ທ່ານ Hu ໄດ້ໃຫ້ຂໍ້ສັງເກດວ່າ ພາຍໃຕ້ການນຳພາ ຂອງຄນະກັມມະການ ສູນກາງ ພັກປະຊາຊົນ ປະຕິວັດລາວ, ສປປລາວ ໄດ້ກ້າວໜ້າໄປ ຢ່າງສມໍ່າສເມີ ພາຍໃຕ້ ລະບອບ ສັງຄົມນິຍົມ ແລະ ການປະຕິຮູບ, ໂດຍມີສັງຄົມ ທີ່ຖືກຕ້ອງ ປອງດອງກັນ ແລະ ມີສະເຖັຍຣະພາບ, ພ້ອມທັງເສຖກິດ ທີ່ພັທນາ ຢ່າງວ່ອງໄວ, ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ມີສະພາບ ດີຂຶ້ນ ແລະ ສະພາວະຂອງປະເທດ ໃນເວທີສາກົນ ມີຄວາມເຂັ້ມແຂງ ຂຶ້ນເລື້ອຍໆ.

ໃນຂໍ້ຄວາມທີ່ ສະແດງ ຄວາມຍິນດີນັ້ນ, ທ່ານ Hu ມີຄວາມດີໃຈ ທີ່ໄດ້ເຫັນ ສປປລາວ ມີຄວາມສຳເຣັດ ຢ່າງໃຫຍ່ຫລວງ. ພ້ອມດຽວກັນນັ້ນ ທ່ານຍັງ ມີຄວາມເຊື່ອໝັ້ນວ່າ ພັກປະຊາຊົນ ປະຕິວັດລາວ ແລະ ຣັຖບານລາວ ຈະນຳພາ ປະຊາຊົນລາວ ໃຫ້ກ້າວໄປສູ່ ຄວາມສຳເຣັດ ຕໍ່ໄປເລື້ອຍໆ.

ຂໍ້ຄວາມຂອງ ທ່ານ Hu ສລຸບວ່າ ພັກຄອມມິວນິສຈີນ ແລະຣັຖບານຈີນ ໃຫ້ຄວາມສຳຄັນ ຕໍ່ຄວາມສຳພັນ ກັບພັກປະຊາຊົນ ປະຕິວັດລາວ ແລະ ຣັຖບານລາວ ໂດຍແນໃສ່ ຄວາມເຫັນທີ່ສອດຄ່ອງ ອັນຍາວໄກຮ່ວມກັນ. ນອກເໜືອຈາກນັ້ນ ສປຈີນຍັງຈະຍຶດຖື ຫລັກການກ່ຽວພັນ ດ້ານຄວາມໝັ້ນຄົງ ແລະ ສະເຖັຍຣະພາບ ທີ່ຍືນຍົງ, ການມີ ເພື່ອນບ້ານທີ່ດີ, ຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື ຊຶ່ງກັນແລະກັນ ເພື່ອເຮັດໃຫ້ ສອງປະເທດ ເປັນຮຸ້ນສ່ວນ ແລະ ມີການພັທນາ ທີ່ຈະເຣີນຮຸ່ງເຮືອງ ຢ່າງຖາວອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.