ໂຄງກາຣ ພັທນາ ເສຖກິຈພິເສດ ຕ່າງໆ ຢູ່ ສປປລາວ ຈະເປັນກາຣສ້າງ ຜົລປະໂຍຊນ໌ ແກ່ປະຊາຊົນ ລາວ ໜ້ອຍຫລາຍ ຊໍ່າໃດນັ້ນ ເປັນພາຣະໜ້າທີ່ ຂອງ ຣັຖບາລເອງ ທີ່ຈະກຳໜົດ ເອົາຜົລ ທີ່ຈະໄດ້ຮັບຈາກ ໂຄງກາຣນັ້ນໆ ຄືນສູ່ສັງຄົມ ໃນຮູບແບບໃດ. ດັ່ງເຈົ້າໜ້າທີ່ ຣະດັບສູງ ດ້ານເສຖກິຈໄທຽ ໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
“ຖ້າເວົ້າກົງໆແລ້ວ ຊາວບ້ານ ຈະບໍ່ໄດ້ຫຍັງເລີຽ ມີແຕ່ທາງຣັຖບາລ ເທົ່ານັ້ນ ທີ່ເປັນຜູ້ໄດ້ ແຕ່ຊາວບ້ານໄດ້ ຄວາມເຈຣີນຈາກ ທີ່ທາງຣັຖສົ່ງໃຫ້ ແຕ່ຜົລປະໂຍຊນ໌ ທີ່ຣັຖໄດ້ ຈາກກາຣ ສັມປະທານ ຊັພຍາກອຣຕ່າງໆ ອອກໄປ ຣັຖກໍໄດ້ເຕັມໆ ຢູ່ແລ້ວ ມັນກໍຄືຢູ່ບ່ອນ ວ່າ ທາງຣັຖບາລ ຈັດສັນ ງົບປະມານ ກັບຄືນມາ ພັທນາ ຕາມເຂຕຊຸມຊົນຕ່າງໆ ຫລາຍຂຶ້ນນັ້ນເອງ”.
ພ້ອມດຽວກັນນີ້ ທ່ານກໍວ່າ ເຖີງແມ່ນ ປະຊາຊົນລາວ ຈະມີຄວາມຫວັງ ຈາກໂຄງກາຣ ສ້າງເສຖກິຈ ເພື່ອໃຫ້ຊາວຕ່າງຊາຕ ໄປລົງທຶນນັ້ນ ວ່າເປັນກາຣຊ່ວຍ ຫລຸດຜ່ອນ ຄວາມທຸກຂ໌ຍາກ ຂອງ ເຂົາເຈົ້ານັ້ນ ກໍຕາມ ແຕ່ຄົງຈະມີແຕ່ ສ່ວນນ້ອຍໆເທົ່ານັ້ນ ແຕ່ຖ້າຫາກວ່າ ທາງຣັຖບາລ ມີກາຣສົ່ງເສີມ ໃຫ້ປະຊາຊົນ ເຂົ້າໄປລົງທຶນຄ້າຂາຍ ຫລື ເຮັດວຽກງານ ຢູ່ໃນພື້ນທີ່ ເສຖກິຈໄດ້ນັ້ນ ກໍຈະເປັນກາຣດີ ສຳຫລັບ ປະຊາຊົນ.
ໃນຂນະດຽວກັນນີ້ ຣາສດອນລາວ ຜູ້ໜຶ່ງກໍວ່າ ໃນຣະຍະຜ່ານມາ ຕົນກໍບໍ່ຄາດຫວັງ ຈະໄດ້ຫຍັງ ທັ້ງສິ້ນ ຍ້ອນຜູ້ທີ່ໄດ້ຮັບ ສັມປະທານ ໃນກາຣລົງທຶນ ນັ້ນ ເປັນຜູ້ມີສິທ ໃນກາຣເປັນເຈົ້າຂອງ ທີ່ດິນ ແລະ ກໍຈະເກັບຄ່າເຊົ່າ ທີ່ດິນ ໃນຣາຄາທີ່ແພງ ແລະເຂົາເຈົ້າ ກໍຈະເອົາແຕ່ຄົນ ຈາກຕ່າງປະເທສ ຂອງເຂົາເອງ ເຂົ້າມາເຮັດວຽກ ຢູ່ໃນພື້ນທີ່ ນັ້ນໆ.
“ໂຕນີ້ມັນກໍອາຈ ເປັນບັນຫາ ເພາະວ່າ ເຂົາເຈົ້າ ອາຈຈະເກັບ ຄ່າເຊົ່າແພງ ຄົນລາວກະບໍ່ມີ ຄວາມສາມາຕ ເຂົ້າໄປເຊົ່າໄດ້ ຄ້າຂາຍຢູ່ຫັ້ນໄດ້ ແນ່ນອນ ແຫລະ ຄົນຂອງເຂົາ ຕ້ອງມາຄ້າຂາຍ (ເອງ) “.
ເຖີງຢ່າງໃດ ກໍຕາມ ຊາວລາວຫລາຍໆຄົນ ກໍໃຫ້ທັສນະ ທີ່ວ່າຄວນຈະໄດ້ ຜົລປະໂຍຊນ໌ ບໍ່ຫລາຍກໍໜ້ອຍ ຈາກເຂຕເສຖກິຈພິເສດ ຕາມພື້ນທີ່ ຕ່າງໆ ໃນເມືອງລາວ ເພາະສ້າງ ຢູ່ໃນດິນລາວ ທີ່ຄົນລາວ ເປັນເຈົ້າຂອງປະເທສ ຊຶ່ງເຂຕເສຖກິຈ ກໍຈະເປັນຕົວ ພັທນາ ໃຫ້ເສຖກິຈ ໃນປະເທສລາວ ມີກາຣຂຍາຍໂຕ.