ສັມພາວຸດທະຫານ ຖືກກໍ່ວິນາສກັມ

ມີຄົນຮ້າຍ ທີ່ບໍ່ຮູ້ ວ່າ ມາຈາກ ກຸ່ມໃດ ໄດ້ລັກລອບ ເຜົາ ສາງອາວຸດ ຂອງ ທະຫານ ທີ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.
ສົມເນ
2011.08.19
F-Houayxay-bokeo ທ່າດ່ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
RFA

ກົດຟັງສຽງ

ເມື່ອອາທິດ ທີ່ຜ່ານ ມານີ້ ມີຄົນຮ້າຍ ທີ່ບໍ່ຮູ້ ວ່າ ມາຈາກ ກຸ່ມໃດ ໄດ້ລັກລອບ ເຂົ້າໄປ ທໍາລາຍ ສາງອາວຸດ ຂອງ ທະຫານ ຢູ່ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໂດຍເອົາ ໄຟຈູດ ຈົນເສັຽຫາຍ ໝົດກ້ຽງ ແລ້ວກໍ ໜີໄປ.

ທາງການລາວ ກໍບໍ່ໄດ້ ເປີດເຜີຽ ເຣື້ອງນີ້ ແຕ່ຢ່າງໃດ, ກະແສ ຂ່າວ ໄດ້ຮັບ ການຢືນຢັນ ຈາກ ຊາວລາວ ໃນທ້ອງຖິ່ນ ທີ່ບໍ່ ປະສົງ ອອກຊື່. ຫລາຍຄົນ ກໍບໍ່ຮູ້ວ່າ ຄົນຮ້າຍ ກຸ່ມນີ້ ມາຈາກໃສ. ຫລັງຈາກ ເກີດເຫດ ແລ້ວ ຝ່າຍທະຫານ ຕໍາຣວດ ແລະ ກອງຫລອນ ໃນແຂວງ ໄດ້ຈັດ ເວນຍາມ ທັງເວັນ ທັງຄືນ.

ເຫດການ ປະທະກັນ ຢູ່ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ ລະຫ່ວາງ ກຸ່ມ ປະກອບ ອາວຸດ ຊາວມົ້ງ ກັບ ກອງທະຫານ ລາວ ເທື່ອລ້າສຸດ ແມ່ນ ໃນປີ 2009, ໄດ້ເຮັດ ໃຫ້ມີຜູ້ ເສັຽຊີວິດ ຈໍານວນນື່ງ ຊື່ງຕໍ່ມາ ທາງການ ລາວ ກໍຍອມຮັບ ວ່າມີການ ຕໍ່ສູ້ ທາງອາວຸດ ລະຫ່ວາງ ກຸ່ມຄົນຮ້າຍ ທີ່ຄ້າ ຢາເສບຕິດ ດ້ວຍກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 24, 2011 04:07 AM

Wow! how could that heppend? how far from vientiane? XOM XEI! XOM XEI! XOM XEI!Xai xa na pa xa xon lao!!! Munh Gnune!!!

Anonymous
Aug 22, 2011 04:36 PM

Very good to hear that, I want they destroy all weapon of all part of Lao soldier if they can.