ລາວ-ວຽດນາມຈະຫາລື ບັນຫາມົລພິດນໍ້າມາ
2012.02.14
ກົດຟັງສຽງ
ຜແນກ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ແຂວງຫົວພັນ ມີແຜນການ ຈະຈັດ ກອງປະຊຸມ ປຶກສາຫາລື ກັບທາງການ ວຽດນາມ ກ່ຽວກັບ ບັນຫາ ມົລພິດ ໃນແມ່ນໍ້າມາ ຫລັງຈາກທີ່ ມີຂ່າວວ່າ ຊາວກະສິກອນ ໃນ ວຽດນາມ ໄດ້ຖິ້ມສິ່ງ ເສດເຫລືອ ເປິເປື້ອນ ຮວມທັງ ສາຣເຄມີ ທີ່ໃຊ້ໃນ ການກະເສຕ ເຊັ່ນຢາຂ້າ ສັດຕຣູພືດ ແລະ ຢາຂ້າຫຍ້າ ທັງຊາກສົບ ຂອງສັດ ທີ່ຕາຍ ຍ້ອນພຍາດ ກໍຖີ້ມລົງໃສ່ ແມ່ນໍ້າມາ ດັ່ງກ່າວນັ້ນ. ຫົວໜ້າ ຫ້ອງການຜແນກ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ແຂວງຫົວພັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:
"ກໍາລັງມີ ແຜນການ ຊິເຊີນເພິ່ນມາ ປຶກສາ ຫາລືກັນ ຢູ່ ກະຊິເປັນ ບັນຫາ ສິ່ງແວດລ້ອມ ລະຫວ່າງ ປະເທດ ຮູ້ຂ່າວ ໃນພາຍນອກ ປະຊາຊົນ ຢູ່ໃນເມືອງ ແລະຕາມ ຊົນນະບົດ ຂອງເພິ່ນ ກໍໃຊ້ຢາ ປາບສັດຕຣູພືດ ບໍ່ ໃນຈໍານວນນຶ່ງ ນີ້ກໍເຣື່ອງ ຢາຂ້າຫຍ້າບໍ່".
ທ່ານເວົ້າ ຕໍ່ໄປວ່າ ໃນຫລາຍໆປີ ຜ່ານມາ ສັດນໍ້າ ເປັນຕົ້ນ ແມ່ນປາ ໃນແມ່ນໍ້າມາ ຢູ່ເຂດ ເມືອງແອດ ເມືອງຊຽງຄໍາ ແລະ ເມືອງສົບເບົາ ໄດ້ຕາຍ ຢ່າງຫລວງຫລາຍ ໂດຍທີ່ ທາງການ ບໍ່ຮູ້ສາເຫດ ທີ່ແທ້ຈິງ ມີແຕ່ ສັນນິຖານວ່າ ແມ່ນໍ້າມາ ມີມົລພິດ ເປິເປື້ອນ ທີ່ຊາວວຽດນາມ ໄດ້ປ່ອຍໃຫ້ ໄຫລລົງສູ່ ແມ່ນໍ້າ. ແຕ່ທີ່ຜ່ານມາ ກໍບໍ່ເຄີຍ ມີການປະຊຸມ ປຶກສາ ຫາລືກັນກັບ ຝ່າຍວຽດນາມ ຈັກເທື່ອ.
ທ່ານເວົ້າ ຕໍ່ໄປວ່າ ເຖິງວ່າທີ່ ຜ່ານມາ ຈະບໍ່ມີ ອັນຕະລາຍ ຮ້າຍແຮງ ເຖິງກັບຊີວິດ ແຕ່ຫວ່າງ ມໍ່ໆຜ່ານມາ ຊາວບ້ານ ທີ່ໃຊ້ນໍ້າ ກໍເກີດອາການ ເປັນຕຸ່ມຄັນຄາຍ ຕາມຮ່າງກາຍ ແລະຫາກ ຊາວວຽດນາມ ບໍ່ເຊົາປ່ອຍ ສີ່ງໂສໂຄກ ຫຼືມົລພິດ ລົງໃສ່ ແມ່ນໍ້າມາ ທີ່ວ່ານີ້ ອັນຕະລາຍ ຮຸນແຮງ ອາດຈະເກີດ ຂຶ້ນໄດ້ ແລະອາດຈະ ກໍ່ໃຫ້ເກີດ ບັນຫາ ລະຫວ່າງ ປະເທດໄດ້.