ຂ.ຫົວພັນ ອາຈຂາດເຂີນເຂົ້າກິນ

ແຂວງຫົວພັນ ອາດຈະຂາດແຄນ ເຂົ້າກິນ ໃນປີນີ້ ໄລ່ສະເລັ່ຽ ປະມານສອງເດືອນ ຍ້ອນ ພັຍແຫ້ງແລ້ງ.
ໂພໄຊສວັດ
2010.11.19

ກົດຟັງສຽງ

ໃນປີນີ້ ໄລ່ສະເລັ່ຍແລ້ວ ປະຊາຊົນ ຢູ່ແຂວງ ຫົວພັນ ຈະຂາດແຄນ ເຂົ້າກິນປະມານ 2 ເດືອນ ຍ້ອນສະພາບ ແຫ້ງແລ້ງ ເຮັດໃຫ້ ການຜລິດເຂົ້າ ບໍ່ໄດ້ຕາມ ຄາດໝາຍ ເຖິງວ່າການ ທົດລອງ ປູກເຂົ້າທີ່ ສາມາດ ເກັບກ່ຽວໄດ້ ຮອດ 5 ຕັນ ຕໍ່ 1 ເຮັກຕາ ກໍຕາມ ແຕ່ການປູກເຂົ້າ ທີ່ໄດ້ຮັບ ຜົນຜລິດສູງ ດັ່ງກ່າວ ມີແຕ່ໃນ 2 ເມືອງ ເທົ່ານັ້ນ. ເຈົ້າໜ້າທີ່ ຂແນງປູກຝັງ ຜແນກກະສິກັມ ແລະ ປ່າໄມ້ ແຂວງຫົວພັນ ໄດ້ເວົ້າວ່າ:

"ປີນີ້ຖ້າ ສະເລັ່ຍ ບໍ່ພໍກິນ ປະມານ 2 ເດືອນເຄິ່ງ ເພາະມັນອາກາດ ມັນແລ້ງ ຊ່ວງເດືອນ 8 ຊ່ວງປັກດຳ ເນື້ອທີ່ນາ ມັນບໍ່ໄດ້ ປັກດຳ ມັນບໍ່ໄດ້ ຜົນປານໃດ".

ສຳລັບການ ຊ່ວຍເຫລືອ ປະຊາຊົນ ທີ່ມີເຂົ້າ ບໍ່ພໍກິນ ເຈົ້າໜ້າທີ່ ເວົ້າວ່າ ຈະມີອົງການ ອາຫານໂລກ ໃຫ້ການຊ່ວຍເຫລືອ ແຕ່ການຂາດແຄນ ກໍມີພຽງ ບາງບ້ານເທົ່ານັ້ນ ເພາະການເກັບກ່ຽວກໍແລ້ວຕາມລະດູການ ເຖິງວ່າການຜລິດຈະບໍ່ໄດ້ຕາມຄວາມຄາດໝາຍກໍຕາມ.

ໃນຂນະດຽວກັນ ເມືອງວຽງໄຊ ແລະ ເມືອງສົບເບົ້າ ການເກັບກ່ຽວ ກໍໄດ້ຮັບຜົນ ສຳເຣັດຈາກ ໂຄງການທົດລອງ ແລະ ມີພື້ນທີ່ ເຮັດນາຫລາຍ, ແຕ່ການທົດລອງ ຍັງບໍ່ທັນໄດ້ ຂຍາຍໄປຫາ ເມືອງອື່ນໆ. ດັ່ງເຈົ້າໜ້າທີ່ ໄດ້ເວົ້າວ່າ:

"ຕົວທີ່ 5 ຕັນ ມັນຍັງບໍ່ທັນ ປູກໃນພື້ນທີ່ຫລາຍ ປູກສ່ວນໜ້ອຍ ເພາະວ່າ ປະຊາຊົນ ຂະເຈົ້າ ກໍຍັງບໍ່ທັນ ໄດ້ຮັບຮູ້ ເພາະວ່າທາງເບື້ອງ ພາກຣັຖ ຍັງບໍ່ທັນໄດ້ ສົ່ງເສີມຫລາຍ ເຖິງວ່າແຕ່ ຜ່ານມາ ໂຄງການທີ່ມາ ທົດລອງ ຈຳນວນນຶ່ງ ສ່ວນຫລາຍທົ່ວໄປ ປະຊາຊົນ ປູກເຂົ້າພັນ ພື້ນເມືອງ ປະມານ 3  ຕັນ".

ສຳລັບ ແຂວງຫົວພັນ ຈະປູກເຂົ້າ 2 ແນວພັນ ຄືແນວພັນ ພື້ນເມືອງຂອງລາວ ແລະແນວພັນ ປັບປຸງ ຈາກວຽດນາມ N87 ແລະ N97 ໂດຍເຂົ້າແນວ ພັນລາວ ຂາຍໄດ້ ກິໂລລະ 3,500 ກີບ ສ່ວນເຂົ້າ ວຽດນາມ ຂາຍໄດ້ ກິໂລລະ 8,000 ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.