ຂ.ຫົວພັນ ຈະສ້າງເຂື່ອນຢູ່ນ້ຳສິມ
2012.01.24

ກົດຟັງສຽງ
ທີ່ຜ່ານມາ ແຂວງຫົວພັນ ຍັງບໍ່ສາມາດ ຜລິຕໄຟຟ້າ ໄດ້ພຽງພໍ ຕໍ່ຄວາມຕ້ອງການ ຈື່ງຕ້ອງໄດ້ ຊື້ໄຟຟ້າ ຈາກວຽດນາມ ດັ່ງເຈົ້າໜ້າທີ່ ທ່ານນຶ່ງເວົ້າວ່າ:
“ສຳຫລັບປີນີ້ ມີແຕ່ໂຄງການ ນ້ຳສິມ ຢູ່ເມືອງວຽງໄຊ ໄດ້ສຶກສາ ສຳຣວດ ອອກແບບ ຕັ້ງແຕ່ປີ 2004 ຈະແມ່ນການ ລົງທຶນ ຂອງ ບໍຣິສັດ ຄົນ Norway ເຖິງປັດຈຸບັນນີ້ ເຂົາເຈົ້າກໍໄດ້ ລົງມືເຮັດ ຕາຂ່າຍ ປຸກເສົາ ຕາຂ່າຍ ເພື່ອເຊືອມຕໍ່ ກັບ EDL ຫັ້ນ.”
ທ່ານເວົ້າ ຕໍ່ໄປວ່າ ໂຄງການ ເຂື່ອນນ້ຳສິມ ເປັນເຂື່ອນ ຂນາດນ້ອຍ ມີກຳລັງຜລິຕ 8 megawats ຕັ້ງຢູ່ໃນ ເມືອງວຽງໄຊ ໄດ້ເລີ້ມ ເຊັນສັນຍາ ສຳຣວດ ອອກແບບ ຕັງແຕ່ປີ 2004 ແລະ ໄດ້ຕົກລົງ ກໍ່ສ້າງໃນປີ 2012 ຊື່ງເປັນການ ລົງທຶນຂອງ ບໍຣິສັດ Energy Development ຂອງ Norway 75% ແລະທີ່ເຫລືອ ເປັນການລົງທຶນ ຂອງ ຣັຖບານລາວ ຄາດວ່າ ໂຄງການນີ້ ຈະສາມາດ ສ້າງເປັນ ທາງການໄດ້ ໃນຕົ້ນ ປີ 2012 ປັດຈຸບັນ ຢູ່ໃນຂັ້ນຕຣຽມ ການກໍ່ສ້າງ ການວາງສາຍ ສົ່ງໄຟຟ້າ ແລະ ການເກັບກູ້ ຣະເບີດ ອອກຈາກພື້ນທີ່ 3 hectares ຂອງ ການກໍ່ສ້າງ ໂດຍເບື້ອງຕົ້ນ ຄາດວ່າ ບໍ່ຈຳເປັນຕ້ອງ ໂຍກຍ້າຍ ຊາວບ້ານ ອອກຈາກພື້ນທີ່ ເຖິງວ່າຈະມີ ພຽງ 2 ບ້ານ ຢູ່ໃກ້ເຂດ ການກໍ່ສ້າງ ກໍຕາມ.
ຜ່ານມາ ແຂວງຫົວພັນ ຍັງມີບັນຫາ ການຂາດແຄນ ໄຟຟ້າ ເຖິງວ່າ ປັດຈຸບັນ ມີການຕົກລົງ ເຊັນສັນ ຍາຊື້ ໄຟຟ້າ 2 megawats ຈາກປະເທດ ວຽດນາມ ແຕ່ກໍຖືວ່າ ຍັງບໍ່ພຽງພໍ ຍ້ອນວ່າ ໄຟຟ້າ ທີ່ຊື້ມານັ້ນ ສາມາດ ຈ່າຍໄດ້ພຽງ 5 ເມືອງ ໃນຈຳນວນ 8 ເມືອງ ໃນແຂວງ.
ທ່ານກ່າວ ມ້ວນທ້າຍວ່າ ຕາມການ ວາງແຜນ ຄາດວ່າ ເຂື່ືອນນ້ຳສິມ ຈະສ້າງແລ້ວ ພາຍໃນປີ 2014 ແລະ ໃນອະນາຄົດ ແຂວງຫົວພັນ ອາດໄດ້ຮັບ ອະນຸມັດ ໂຄງການ ສ້າງເຂື່ອນ ຂນາດໃຫຍ່ ເພື່ອແກ້ບັນຫາ ການຂາດແຄນ ໄຟຟ້າ ໃນແຂວງ ອີກທັງເປັນ ການຫລຸດ ການຊື້ໄຟຟ້າ ຈາກວຽດນາມ ນຳອີກດ້ວຍ.