ສາຣະວັນອົບເອົ້າ ຍ້ອນບຸກປ່າຕັດໄມ້

ປະຊາຊົນ ໃນແຂວງ ສາຣະວັນ ເວົ້າວ່າ ອາກາດຮ້ອນເອົ້າ ຜິດປົກກະຕິ ໃນປີນີ້ ເປັນຍ້ອນການ ຕັດໄມ້ ຢ່າງຫລວງຫລາຍ ໃນແຂວງ.
ສິດນີ
2012.05.04

ກົດຟັງສຽງ

ຊາວສາຣະວັນ ຫລາຍຄົນ ເປີດເຜີຍວ່າ ການລັກຕັດໄມ້ ທຳລາຍປ່າ ຍັງສືບຕໍ່ ຢ່າງຫລວງຫລາຍ ໃນແຂວງ ຈື່ງເຮັດໃຫ້ ເກີດອາກາດ ຮ້ອນອົບເອົ້າ ຜິດປົກກະຕິ ໃນປີນີ້. ກຸ່ມທີ່ຕັດໄມ້ ຈະເປັນຄົນລາວ ຮ່ວມກັບຄົນ ວຽດນາມ ຈາກການສຳປະທານ ຫລື ບໍ່ສຳປະທານ ຈົນປ່າໄມ້ ໃນແຂວງເກືອບ ຈະຫມົດແລ້ວ ດັ່ງທ່ານເວົ້າວ່າ:

"ມັນຮ້ອນແຮງ ອີ່ຫລີຈົນ ປະມານ 39-40 ອົງສາ ແຕ່ລະມື້ ກ່ຽວຂ້ອງກັບ ຕັດໄມ້ເອົາໄປ ຂາຍນີ້ແຫລະ ພວກນັກ ທຸຣະກິດ ພຸ້ນນະ ບໍ່ແມ່ນ ພວກຣັດດອກ ມັນບໍ່ຜິດມັນມີ ໂກຄາ ຄົນລາວເຮົາ ເປັນຜູ້ແລ່ນໃຫ້ ແລ້ວ ບາດນີ້ ມັນເປັນຜູ້ຕັດ".

ຄົນລາວ ຄົນນັ້ນ ກ່າວຕໍ່ໄປວ່າ ການຕັດໄມ້ ໃນແຂວງສາຣະວັນ ໄດ້ດຳເນີນ ກັນມາ ເປັນເວລາກວ່າ 10 ປີ ແລ້ວເທົ່າເຖິງ ປັດຈຸບັນ ຍັງບໍ່ສີ້ນສຸດເທື່ອ ນອກຈາກການ ລັກຕັດຫລືໄດ້ ໂຄຕາຕັດແລ້ວ ຍັງມີໂຄງການ ປູກຢາງພາລາ ແລະ ໂຄງການ ພັທນາອື່ນໆ ຂອງຣັຖບານ ນຳອີກ ທີ່ຕ້ອງມີການ ຕັດໄມ້ ອອກຈາກພື້ນທີ່ ເຫມືອນກັນ ຈົນປ່າໄມ້ ເກືອບຈະຫມົດແລ້ວ ໃນແຂວງ ສາຣະວັນ.

ທ່ານວ່າ ການຕັດໄມ້ ນອກຈາກຈະສ້າງ ຄວາມເຊື່ອມເສັຽ ຕໍ່ສະພາບແວດລ້ອມ ແມ່ນ້ຳລຳທານ ແລະ ຊິວິດການເປັນຢູ່ ຂອງ ປະຊາຊົນ ທ້ອງຖີ່ນແລ້ວ ຍັງເຮັດໃຫ້ ສະພາບອາກາດ ອົບເອົ້າ ແລະ ພັຍແຫ້ງແລ້ງ ເກີດຂື້ນນຳອີກ. ລາວວ່າ ນອກຈາກ ແຂວງສາຣະວັນແລ້ວ ໃນແຂວງອື່ນໆ ທົ່ວປະເທດ ກໍມີການ ຕັດໄມ້ຫລາຍ ເຫມືອນກັນ ບາງແຂວງ ພູຫມົດຫນ່ວຍ ກໍຈະກາຍເປັນ ພູຫົວໂຫລ້ນ ໄປແລ້ວ ຖ້າບໍ່ມີການ ປູກຕົ້ນໄມ້ ແທນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 05, 2012 04:45 AM

ສະລາດນຳພາ,ສ່ອງໃສບໍລິຫານ,ຈຳນຳວິນຍານໃຫ້ຕ່າງຊາຕ,ຂາຍຊັບພະຍາກອນທຳມະຊາຕໃຫ້ພວກນາຍທຶນສາມານ,ອູ້ມຊູພວກພ້ອງຈົນທ້ອງປຸ້ງພຸງຫນາ,ຊາວປະຊາເດືອດຮ້ອນໄປ ທົ່ວທຸກບ່ອນ,ອອນຊອນເດ!ປະຊາທິປະໄຕຍຸກໃໝ່ຂອງລາວ, ຊົມເຊີຍ!!!

Anonymous
May 07, 2012 12:04 PM

ເກີດໄພທັມມະຊາຕລົນແຜ່ນດິນຍ້ອນຕັນຫາແຫ່ງຄວາມຢາກ ບໍ່ຮູ້ພໍຂອງຄົນບາບ.