ໄຟຟ້າຫົງສາລິກໄນຕ໌ ໄປຕາມເປົ້າໝາຍ

ໂຄງການ ພະລັງງານ ໄຟຟ້າ ຫົງສາ ລິກໄນຕ໌ ຢູ່ລາວ ເປັນໄປຕາມ ເປົ້າໝາຍ ທີ່ ໄດ້ວາງໄວ້.

0:00 / 0:00

ເຖິງແມ່ນວ່າ ຈະມີການ ດໍາເນີນ ຄະດີ ຟ້ອງຮ້ອງ ຄູ່ຮຸ້ນສ່ວນ ຜູ້ສໍາຄັນ ຂອງໂຄງການ ນີ້ກໍຕາມ ໂຄງການ ຜລິດໄຟຟ້າ ພະລັງງານ ທ່ານຫີນ ຫົງສາ ລິກໄນຕ໌ ກໍຍັງຢູ່ໃນ ກໍານົດການຂາຍ ກະແສໄຟຟ້າ ໃນປີ 2015.

ບໍຣິສັດ ຖ່ານຫີນ ທີ່ໃຫຍ່ທີ່ສຸດ ບໍຣິສັດນຶ່ງ ໃນພູມີພາຄ ບ້ານປູ ໄດ້ຖືກສານແພ່ງ ຂອງໄທ ຕັດສິນ ໃຫ້ຈ່າຍຄ່າ ເສັຍຫາຍ ໃຫ້ ທ່ານ ຊີວາ ຫຍັດທະວີ 33 ຕື້ບາດ ເປັນຄ່າ ສູນເສັຍ ໂອກາດ ໃນໂຄງການ ພະລັງງານໄຟຟ້າ 1,878 ເມັກກະວັດ ໃນລາວ.

ບໍຣິສັດ ບ້ານປູ ຖືຮຸ້ນ ໃນໂຄງການ ພະລັງງານ ໄຟຟ້າ ຫົງສາ 40 ສ່ວນຮ້ອຍ ເທົ່າກັບ ບໍຣິສັດໄຟຟ້າ ຣາຊບຸຣີ ຂອງໄທ ສ່ວນທີ່ເຫລືອ ເປັນຂອງ ຣັຖວິສາຫະກິຈ ລາວ.
ທ່ານ ວໍຣະວຸດ ລີນານັນດາ ຜູ້ບໍຣິຫານ ບໍຣິສັດ ພະລັງໄຟຟ້າ ຫົງສາ ກ່າວວ່າ ການຕັດສີນ ຂອງສານ ແມ່ນພຽງສະເພາະ ໂຄງການນຶ່ງ ຂອງຮຸ້ນສ່ວນ ຈຶ່ງບໍ່ສົ່ງຜົນ ກະທົບ ໂດຍກົງຕໍ່ ບໍຣິສັດຫົງສາ ແລະ ບໍຣິສັດ ພະລັງໄຟຟ້າ ຫົງສາ ລົງທະບຽນ ໃນລາວ ຈຶ່ງບໍ່ຂຶ້ນກັບ ການຄຸ້ມຄອງ ຂອງສານໄທ ຊື່ງທາງ ຣັຖບານລາວ ກໍບໍ່ໄດ້ ວິຕົກກັງວົນ ກ່ຽວກັບ ຄະດີນີ້.

ທ່ານ ຊີວາ ແລະຮຸ້ນສ່ວນ ໄດ້ດໍາເນີນຄະດີ ກ່າວຫາວ່າ ບໍຣິສັດ ຜລິດຖ່ານຫີນ ບ້ານປູ ໄດ້ໃຫ້ຂໍ້ມູນ ທີ່ບໍ່ຖືກຕ້ອງ ບິດເບືອນ ຄວາມຈິງ ຕໍ່ຣັຖບານລາວ ຈົນເຮັດໃຫ້ ຣັຖບານ ລາວ ຍົກເລີກສັນຍາ ການຮ່ວມລົງທຶນ ໂຄງການ ຜລິດໄຟຟ້າ ພະລັງງານ ຖ່ານຫີນ ຫົງສາ ລິກໄນຕ໌ ໃນລາວ.

ສ່ວນບໍຣິສັດ ຜລິດຖ່ານຫີນ ບ້ານປູ ກໍໄດ້ ປະຕິເສດ ຕໍ່ທຸກຂໍ້ກ່າວຫາ ແລະ ຢືນຢັນວ່າ ຈະອຸທອນ ຕໍ່ຄໍາຕັດສິນ ຂອງສານ.