ຄົນຕິດເຊື້ອເອສ ຢູ່ລາວຫລາຍຂື້ນ

ໃນປັດຈຸບັນ ຈໍານວນ ຄົນຕິດເຊື້ອ HIV ເອສ ຢູ່ ສປປລາວ ມີທ່າອ່ຽງ ເພີ້ມຂຶ້ນຫລາຍ.
ຈໍາປາທອງ
2010.12.21

ກົດຟັງສຽງ

ໃນລະຍະ ທຳອິດ ແຕ່ທ້າຍປີ 2005 ຫາທ້າຍປີ 2007, ໂຄງການ ລາວ-ສະວິຊ ເພື່ອສະກັດກັ້ນ ການຕິດເຊື້ອ ໂຣຄຕິດຕໍ່ ທາງເພດສຳພັນ ແລະ ເຊື້ອ HIV ໄດ້ກວດພົບ ຜູ້ຕິດເຊື້ອ HIV ຫລາຍ ຄືເທົ່າກັບ 0,66%
ໃນຈຳນວນ ທີ່ຖືພາມານ 2,800 ຄົນ ແລະ ໄດ້ກວດພົບ ຜູ້ຕິດເຊື້ອ ພຍາດດັ່ງກ່າວ ຫລາຍເຖິງ 1% ໃນຈຳນວນ ແມ່ຍິງ ທີ່ໄດ້ໄປກວດ ພຍາດຕິດຕໍ່ ທາງເພດສຳພັນ. ຕາມຄໍາເວົ້າຂອງ ດຣ. ບົວວັນ ແສນສະຖິດ ຜູ້ອຳນວຍການ ໂຮງໝໍ ແມ່ແລະເດັກ, ກະຊວງ ສາທາຣະນະສຸຂ ຂອງລາວ.

ໃນລະຍະ ທີ 2, ແຕ່ຕົ້ນປີ 2008 ຫາທ້າຍ ປີ 2009 ໂຄງການດັ່ງກ່າວ ໄດ້ກວດພົບ ຜູ້ຕິດເຊື້ອ HIV 0,86% ໃນຈຳນວນ ທີ່ຖືພາມານ 5,400 ຄົນ ແລະໄດ້ກວດ ພົບຜູ້ຕິດເຊື້ອ ພຍາດດັ່ງກ່າວ ຫລາຍເຖິງ 1.2% ໃນຈຳນວນ ແມ່ຍິງ 1,900 ຄົນ ທີ່ໄດ້ໄປກວດ ພຍາດຕິດຕໍ່ ທາງເພດສຳພັນ ແລະ ຍັງກວດພົບເຊື້ອ HIV 1.6% ໃນຈຳນວນ ຄົນງານເຄື່ອນທີ່ ທີ່ມາຈາກ ຕ່າງປະເທດ 300 ກວ່າຄົນ. ປັດຈຸບັນນີ້ ແມ່ນກຳລັງ ດຳເນີນ ໂຄງການ ລະຍະທີ 3 ຄືແຕ່ຕົ້ນປີ 2010 ຫາປີ 2012.

ທີ່ຜ່ານມາ ໂຄງການນີ້ ໄດ້ໃຫ້ ບໍຣິການ ແກ່ແມ່ຍິງ ທີ່ຕິດເຊື້ອ HIV 50 ກວ່າຄົນ ແລະ ໄດ້ຊ່ວຍເຫລືອ ເດັກນ້ອຍ ຜູ້ເກີດຈາກແມ່ ທີ່ຕິດເຊື້ອນັ້ນ 30 ກວ່າຄົນ. ບັນຫາໂຣຄເອສ ເປັນບັນຫາ ທີ່ມີຄວາມສ່ຽງ ໃນປະເທດ ລາວ ຊຶ່ງ ດຣ. ໄຊຍະມັງ ວົງສັກ ຮອງປະທານ ສູນກາງ ແນວລາວສ້າງຊາດ ເວົ້າວ່າ ໃນລະຍະຜ່ານມາ ການເຄື່ອນໄຫວ ຂອງຄນະກັມມະການ ຕ້ານເອສ ແຕ່ລະຂັ້ນ ຍັງບໍ່ເຂັ້ມແຂງ, ຍັງບໍ່ທັນມີ ກິຈກັມ ສະເພາະລົງເລິກ ໃນບາງກຸ່ມ ທີ່ສ່ຽງ, ການເຂົ້າເຖິງ ປະຊາຊົນ ຍັງບໍ່ກວ້າງຂວາງ, ການຮ່ວມມື ຈາກພາກ ເອກກະຊົນ ຍັງຈຳກັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.