ການຜລິດເຂົ້າສານໃນໂລກ ຈະໄດ້ດີຕາມຄາດໝາຍ
2012.02.02

ກົດຟັງສຽງ
ຣະດູການ ປູກເຂົ້າ ໃນຊີກໂລກ ເໜືອ ກໍາລັງ ຈະສຸດຊິ້ນລົງ ແລະໃນ ຊີກໂລກໃຕ້ ກໍາລັງ ຈະເລີ້ມຂຶ້ນ ອົງການ ອາຫານ ແລະ ການກະເສຕ ສະຫະປະຊາຊາດ ກະຕວງວ່າລາຍງານ ຜົນການຜລິດ ເຂົ້າສານ ສໍາລັບ ໄຕຣມາດທີ 4 ອາດຈະໄດ້ຮັບ ປະຣິມານ ຜົນຜລິດ ຈາກການເກັບກ່ຽວ ເພີ້ມຂຶ້ນ 3 ສ່ວນຮ້ອຍ ຂອງລະດັບ ໃນປີກາຍນີ້.
ສະພາບ ດິນຟ້າອາກາດ ທີ່ປັ່ນປ່ວນ ຮຸນແຮງ ຢູ່ກໍາພູຊາ ຟິນລິບປິນ ແລະ ປາກິສຖານ ເຮັດໃຫ້ຜົນ ຜລິດເຂົ້າ ໄດ້ໜ້ອຍກວ່າ ທີ່ຄາດໝາຍໄວ້.
ເອເຊັຍ ເປັນແຫລ່ງຜລິດ ເຂົ້າສານ ທີ່ໃຫຍ່ທີ່ສຸດ ຂອງໂລກ ຄາດວ່າຈະ ສາມາດຜລິດເຂົ້າສານ ໄດ້ເພີ້ມຂຶ້ນ 3 ສ່ວນຣ້ອຍ ເປັນທັງໝົດ 653 ລ້ານຕັນ. ສ່ວນຢູ່ ອາຝຣິກກາ ຄາດວ່າ ຈະສາມາດຜລິດ ເຂົ້າສານ ເພີ້ມຂຶ້ນໄດ້ 1 ສ່ວນຮ້ອຍ ເປັນ 25.5 ລ້ານຕັນ.
ອົງການ ອາຫານ ແລະ ການກະເສຕ ສະຫະປະຊາຊາດ ກະຕວງວ່າ ຣາຄາ ເຂົ້າສານຈະຫລຸດ ຕໍ່າລົງເລື້ອຍໆ ພາຍໃນ ບໍ່ເທົ່າໃດ ເດືອນຂ້າງໜ້ານີ້ ຍ້ອນວ່າມີ ເຂົ້າສານໃນຕລາດ ຫລາຍເພີ້ມຂຶ້ນ ແລະ ການນໍາເຂົ້າ ເຂົ້າສານ ກໍຫລຸດລົງ ແລະ ການຊື້ຂາຍເຂົ້າສານ ໃນຕລາດໂລກ ຈະຫລຸດລົງຮອດ 1 ລ້ານຕັນ ຍ້ອນການ ເກັບກ່ຽວ ແລະຜລິດໄດ້ດີ ຂອງປະເທດ ທີ່ນໍາເຂົ້າ.