ລາວຈະໃຊ້ນໍ້າມັນ ເພີ່ມຂຶ້ນ
2012.04.30
ກົດຟັງສຽງ
ເມື່ອທ້າຍ ສັປດາ ຜ່ານມາ ປະທານ ສະມາຄົມ ນໍ້າມັນເຊື້ອເພີງ ແລະ ແກັສແຫ່ງຊາດ ລາວ ກ່າວຕໍ່ ສື່ມວລຊົນ ວ່າ ປີ 2011 ສປປ ລາວ ໄດ້ຊື້ນໍ້າມັນ ເຊື້ອເພີງ ເຂົ້າປະເທດ ປະມານ 750 ລ້ານລິດ ແລະໃນ 5 ປີຂ້າງໜ້າ ຄາດວ່າຈະໄດ້ ນໍາເຂົ້າເພີ່ມຂຶ້ນ ເປັນ 920 ລ້ານ ລິດຕໍ່ປີ.
ສປປ ລາວ ຕ້ອງໄດ້ຊື້ ນໍ້າມັນເຊື້ອເພີງ ຈາກຕ່າງປະເທດ ເພີ່ມຂຶ້ນ ໃນອັດຕຣາ ສະເລັ່ຍ ເຖິງ 10% ນັ້ນ ກໍຍ້ອນວ່າ ຍວດຍານ ພາຫະນະ ໄດ້ເພີ່ມຂຶ້ນ. ພຽງ 5 ປີ ຜ່ານມາ ຍວດຍານ ພາຫະນະ ໄດ້ເພີ່ມຂຶ້ນ 2 ເທົ່າຕົວ ຄືປີ 2007 ມີຍານ ພາຫະນະ ຈົດທະບຽນ ຖືກຕ້ອງ 641 ພັນກວ່າຄັນ ແຕ່ມາເຖິງ ທ້າຍປີ 2011 ເພີ່ມຂຶ້ນເປັນ 1 ລ້ານ 2 ແສນກວ່າຄັນ. ພ້ອມດຽວກັນ ການລົງທຶນ ຂອງຕ່າງປະເທດ ກໍໃຊ້ນໍ້າມັນ ຫລາຍຂຶ້ນ. ທັງ ປະຣິມານ ແລະ ຣາຄາ ນໍ້າມັນ ເຊື້ອເພີງ ເພີ້ມຂື້ນ ທາງການລາວ ກໍປັບໂຕນໍາ ເຊັ່ນກັນ. ການປັບຣາຄາ ຄັ້ງຫລ່າສຸດ ໃນວັນທີ 7 ມິນາ ທີ່ຜ່ານມາ ຣາຄານໍ້າມັນ ແອັດຊັງພິເສດ ໃນນະຄອນຫລວງ ວຽງຈັນ ຕົກເປັນ 12,230 ກີບ ຕໍ່ລິດ ນໍ້າມັນ ກາຊວນ 9,910 ກີບ ຕໍ່ລີດ ຖ້າທຽບໃສ່ ທ້າຍປີ 2011 ຣາຄາ ເພີ່ມຂຶ້ນ 19%.
ການປັບຣາຄາ ນໍ້າມັນ ເຊື້ອເພີງ ຢູ່ລາວ ຂຶ້ນກັບຣາຄາ ໃນຕລາດໂລກ ໃນປີ 2011 ມີການປັບ ຣາຄາເຖິງ 17 ເທື່ອ ແລະ ສະເພາະຣະຍະ ບໍ່ເຖິງ 3 ເດືອນຕົ້ນປີ 2012 ນີ້ ກໍໄດ້ປັບ 5 ເທື່ອ ມາແລ້ວ. ປະທານ ສະມາຄົມ ນໍ້າມັນ ເຊື້ອເພີງ ແລະ ແກັສແຫ່ງຊາດລາວ ຈຶ່ງຮຽກຮ້ອງ ໃຫ້ມີການ ປະຢັດນໍ້າມັນ.