ບ່ອນການພະນັນເປີດໃໝ່ ສົ້ນຂົວແຫ່ງທີ 3

ສະຖານທີ່ ຫລີ້ນ ການພະນັນ ເປີດຂື້ນ ອີກແລ້ວ ໃນເຂດ ສົ້ນຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ຄໍາມ່ວນ ນະຄອນພະນົມ.
ສົມເນ
2012.01.20

ກົດຟັງສຽງ

ບໍຣິສັດ ຮ່ວມທືນ ລາວ-ໄທ ໄດ້ເປີດບ່ອນ ການພະນັນ ຂນາດນ້ອຍ ຊື່ງໃນ ອານາຄົດ ກໍຈະສ້າງ ໃຫ້ເປັນ ກາຊີໂນ ຂນາດໃຫ່ຽ. ຕາມການເປີດເຜີຽ ຂອງພນັກງານ ນໍາທ່ຽວ ຂອງໄທ:

"ເຂົາເປີດພ້ອມ ຂົວ ນະຄອນພະນົມ ປະມານ 2 ເດືອນ ເປີດເປັນ ບ່ອນດຽວ ແຕ່ວ່າຈະມີ ຂນາດນ້ອຍ ມີໂຕະເກມ ປະມານ 10 ກ່ວາໂຕະ ເຂົາເປີດ ແຕ່ຍັງ ບໍ່ແນ່ໃຈວ່າ ເຂົາເປີດເປັນ ທາງການ ຫລືບໍ່? ເຂົາອາດ ຈະເປີດໃຫ້ ລອງຫລີ້ນຊື່ໆ ຫລືວ່າຈັ່ງໃດ ອັນນີ້ກໍຍັງ ບໍ່ຢືນຢັນໄດ້".

ນາງ ອະທິບາຍ ຕໍ່ໄປວ່າ ບ່ອນຫລິ້ນ ການພະນັນ ດັ່ງກ່າວ ມີຕູ້ຫລິ້ນ ການພະນັນ slot machine ແລະ baccarat ບໍ່ທັນໄດ້ ເປີດຫລິ້ນໄພ້ ຄືກັນກັບ ກາຊີໂນ ມີຊາວໄທ ເດີນທາງ ເຂົ້າໄປຫລິ້ນ ການພະນັນ ເພາະວ່າ ດຽວນີ້ ການເດີນທາງ ມັນສະດວກ ຂື້ນຫລາຍ. ຊາວລາວ ກໍມີ ບາງຈໍາພວກ ທີ່ເຂົ້າໄປຫລິ້ນ. ຕັ້ງແຕ່ ເປີດຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 3 ແຂວງຄໍາມ່ວນ ໄດ້ກາຍເປັນ ຈຸດສົນໃຈ ຂອງ ປະເທດເພື່ອນ ບ້ານ ຫລາຍຂື້ນ ໃນດ້ານ ການລົງທືນ ແລະ ການທ່ອງທ່ຽວ.

ໃນເວັບໄຊທ Thai PBS ໃນວັນທີ່ 19 ມົກກະຣາ ກໍລາຍງານ ກ່ຽວກັບ ບ່ອນ ການພະນັນ ໃນ ບໍຣິເວນ ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ໃນອະນາຄົດ ຈະຍ້າຍໄປຢູ່ ອີກດ້ານນື່ງ ຂອງດ່ານກວດ ຄົນເຂົ້າເມືອງ ເຂດເມືອງ ທ່າແຂກ ແລະຈະສ້າງເປັນ ກາຊີໂນ ຂະນາດໃຫ່ຽ ສູນການຄ້າ ໂຮງແຮມ ອາຄານ ຫ້ອງການ ຮວມທັງ ກຸດັງເກັບ ສິນຄ້າ.

ຕັ້ງແຕ່ ສປປລາວ ໄດ້ ອະນຸຍາດ ໃຫ້ ຕ່າງປະເທດ ຕັ້ງບ່ອນຫລິ້ນ ການພະນັນ ໃນຫຼາຍແຫ່ງ ມານີ້ ຍັງບໍ່ມີ ອົງການ ອິສຣະ ອົງການໃດ ສືກສາ ຜົນກະທົບ ດ້ານສັງຄົມ ທີ່ຜ່ານມາ ກໍມີ ກາຊີໂນ ບໍ່ເຕັນ ແຂວງ ຫລວງນໍ້າທາ ທີ່ເກີດມີ ໂຮງໂສເພນີ ຕາມມາ ສິ່ງແວດລ້ອມ ກໍຖືກທໍາລາຍ ແລະໄດ້ສ້າງ ບັນຫາ ສັງຄົມ ໃນກຸ່ມ ຊາວຈີນ ທີເດີນທາງ ເຂົ້າມາຫລິ້ນ ການພະນັນ ຈົນເຖິງຂັ້ນ ປິດລົງ ເກືອບໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 26, 2012 06:44 AM

ເປັນການກະທຳທີ່ພິດພາດຢ່າງນັກຫນາສາຫັດຕໍ່ແຜ່ນດິນ ຂອງຊາດ ແລະ ປະຊາຊົນແທ້ໆ.ເພາະການລົງທຶນແບບນີ້ ເປັນການແກ່ດຶງ ເອົາໄພສັງຄົມແບບຮອບດ້ານ ມາສູ່ແຜ່ນດິນແລະປະຊາຊົນລາວທຸກໆລຸ້ນ ຕໍ່ໆໄປໄນອານາຄົດໂດຍບໍ່ມີທາງຈະແກ້ໄຂ ແລະປາບປາມໄດ້.ປະຊາຊົນຕາດຳໆ ມີແຕ່ທາງເສຍບໍ່ໄດ້ຮັບປະໂຍດໄດໆທັງຊິ້ນ.