ກຸ່ມທີ່ເປັນມິຕ ກັບແມ່ນໍ້າຂອງ
2012.07.13
ໂຄງການນີ້ ມີເປົ້າໝາຍ ສ້າງຄວາມເຂົ້າໃຈ ອັນດີຕໍ່ກັນ ຣະຫວ່າງ 5 ປະເທດ ໃນເຂດ ລຸ່ມແມ່ນໍ້າຂອງ ຄື ລາວ ໄທ ວຽດນາມ ກໍາພູຊາ ແລະ ພະມ້າ ຍ້ອນວ່າ ທີ່ຜ່ານມາ ສື່ມວລຊົນ ແລະ ຂ່າວສານຕ່າງໆ ມັກເຮັດໃຫ້ເກີດ ຜົນສະທ້ອນ ໄປໃນທາງ ທີ່ບໍ່ດີ ອັນເປັນ ອຸປສັກຕໍ່ການ ຮ່ວມມື ຣະຫວ່າງກັນ. ດັ່ງທ່ານ ສເລີມພົນ ທັນຈິດ ຮອງຫົວໜ້າ ຫ້ອງການ ກະຊວງການ ຕ່າງປະເທດໄທ ເວົ້າວ່າ:
" ທ່ານວ່າ ໂຄງການນີ້ ຄວາມຄາດຫວັງ ກໍຄື ພາບແຫ່ງຄວາມ ສາມັກຄີ ຂອງປະເທດ ທີ່ໃຊ້ແມ່ນໍ້າຂອງ ຮ່ວມກັນ ມີເຍົາວະຊົນ ທີ່ຮູ້ຈັກກັນ ຄືແທ້ໆແລ້ວ ການທູດ ມັນຕ້ອງເລີ່ມຈາກ ພວກເດັກນ້ອຽ ".
ທ່ານວ່າ ໂຄງການນີ້ ຈະເປັນການ ປູກຝັງໃຫ້ ເຍົາວະຊົນ ແຕ່ລະປະເທດ ມີຄວາມ ສາມັກຄີ ແລະ ຄວາມເຂົ້າໃຈ ອັນດີຕໍ່ກັນ ຕລອດຈົນສ້າງ ທັສນະຄະຕິ ທີ່ຖືກຕ້ອງ ຣະຫວ່າງ ປະຊາຊົນທັງ 5 ປະເທດ. ນໍາໃຊ້ ເຍົາວະຊົນ ເປັນພື້ນຖານ ໄປສູ່ການ ຮ່ວມມື ໃນອະນາຄົດ.
ກ່ຽວກັບ ໂຄງການ ທີ່ວ່ານີ້ ນັກຮຽນຍິງລາວ ຄົນນຶ່ງ ໃຫ້ຄວາມເຫັນວ່າ ເປັນໂອກາດ ດີທີ່ຕົນ ແລະໝູ່ ເພື່ອນ ຈະໄດ້ປະສົພການ ແລະຄວາມຮູ້ ກ່ຽວກັບ ປະເທດຕ່າງໆ ຫລາຍຂຶ້ນ:
" ກໍຢາກໃຫ້ ສົ່ງເສີມຫລາຍ ບໍ່ວ່າຈະເປັນ ການຮຽນບໍ ຄວາມຮູ້ ມີບາງສ່ວນ ບາງຈຸດ ກໍໜ້າຈະຍັງ ບໍ່ໄດ້ ເຕັມຮ້ອຍ ປານໃດ ".
ໂຄງການ ເພື່ອນມິຕ ລຸ່ມແມ່ນໍ້າຂອງ ມີນັກຮຽນ ນັກສຶກສາ ເຂົ້າຮ່ວມ 34 ຄົນ ໃນນັ້ນມີລາວ 5 ຄົນ ຍິງ 3 ຊາຍ 2 ກິຈກັມ ນີ້ຈະດໍາເນີນໄປ ເປັນເວລາ 9 ມື້ ຈະປິດລົງ ວັນທີ 19 ກໍຣະກະດາ ຊຶ່ງໃນນັ້ນ ຈະໄດ້ໄປ ທັສນະສຶກສາ ຢູ່ ສປປລາວ ໃນວັນທີ 15 ນີ້.