ຂົວແຫ່ງທີ 4 ມີບັນຫາເຣື່ອງງົປ
2012.01.05

ກົດຟັງສຽງ
ເຈົ້າໜ້າທີ່ ທາງກາຣ ສປປລາວ ແລະ ໄທຽ ໄດ້ແຈ້ງຕໍ່ ທາງ ສື່ມວລຊົນ ວ່າ ໂຄງກາຣ ສ້າງຂົວ ມິຕພາບ ຂ້າມແມ່ນໍ້າຂອງ ທາງພາຄເໜືອ ໄດ້ຫລ້າຊ້າ ມາກວ່າ 6 ເດືອນແລ້ວ ເນື່ອງຈາກ ບັນຫາດ້ານ ງົບປະມານ.
ທ່ານຖາວອນ ວໍຣະບຸຕ ຮອງຫົວໜ້າ ໂຄງກາຣ ສ້າງຂົວ ຂ້າມແມ່ນໍ້າຂອງ ໄດ້ແຈ້ງວ່າ ເທົ່າເຖີງ ປັຈຈຸບັນ ຍັງບໍ່ໄດ້ ລົງມືເທື່ອ ຍ້ອນຂາດ ງົບປະມານ ພາຍຫລັງ ທີ່ມີ ວິກິຕກາຣ ເສຖກິຈ ຕົກຕໍ່າ ໃນທົ່ວໂລກ.
ຂົວ ມິຕພາບ ລາວ-ໄທຽ ຂ້າມແມ່ນໍ້າຂອງ ແຫ່ງທີ່ 4 ຈະມີຄວາມຍາວ ທັງໝົດ 480 ແມ໊ຕ ຢູ່່ພາຄເໜືອ ຣະຫວ່າງ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍ ໃນມູລຄ່າ 44 ລ້ານ ດອລລາຣ໌ ສະຫະຣັຖ ໂດຽແມ່ນ ຣັຖບາລໄທຽ ແລະ ສປຈີນ ເປັນຜູ້ອອກຄ່າ ກາຣກໍ່ສ້າງ ຝ່າຍລະເຄີ່ງ ຫລືຜູ້ລະ 50%.
ໂຄງກາຣ ສ້າງຂົວ ຂ້າມແມ່ນໍ້າຂອງ ແຫ່ງທີ 4 ນີ້ ເປັນສ່ວນໜຶ່ງ ຂອງໂຄງກາຣ ພັທນາ ເຂຕເສຖກິຈ ໃນລຸ່ມ ແມ່ນໍ້າຂອງ ເພື່ອເຊື່ອມໂຍງ ເຂຕພາຄເໜືອ ຂອງໄທຽ ເຂົ້າທາງຫລວງ ເລຂ 3 (R3) ໃນລາວ ຂຶ້ນໄປເຖີງ ເມືອງຂຸນໝິງ ແຄວ້ນຢູນນານ ພາຄໃຕ້ຂອງ ປະເທສຈີນ ຊື່ງຈະສ້າງ ຄວາມສະດວກ ທາງດ້ານກາຣ ຄົມມະນາຄົມ ແລກປ່ຽນ ສິນຄ້າ ຢ່າງຫລວງຫລາຍ ໃນຂັ້ນຕໍ່ໆໄປ.