ສະຫະຣັຖຈະກໍາຈັດ ໂຣຄປາກເປື່ອຍ

ໂຣຄລົງເລັບ ແລະ ປາກເປື່ອຍ ໃນ ສະຫະຣັຖ ອະເມຣິກາ ຈະຖືກ ກໍາຈັດ ໃຫ້ໝົດ ພາຍໃນ 10 ປີ.
ສົມເນ
2010.11.19

ກົດຟັງສຽງ

ສະຫະຣັຖ ອະເມຣິກາ ຈະກໍາຈັດ ໂຣກລົງເລັບ ແລະ ປາກເປື່ອຍ ໃຫ້ໝົດກ່ອນ 10 ປີ. ຕາມການເປີດເຜີຽ ຂອງຫົວໜ້າ ອົງການ ສຸຂພາລານາໄມ ສັດໂລກ ທ່ານ Bernard Vallat ໃນວັນ ພຣະຫັດນີ້.

ທ່ານ Vallat ກ່າວຕໍ່ ສື່ມວນຊົນ ຢູ່ທີ່ ກອງປະຊຸມ ພູມີພາກ ອະເມຣິກາ ຄັ້ງທີ່ 12 ວ່າ ເປັນທີ່ແນ່ນອນ ແລ້ວວ່າ ພາຍໃນບໍ່ເຖິງ 10 ປີ ອະເມຣິກາ ຈະບໍ່ມີ ເຊື້ອໂຣກ ລົງເລັບ ແລະ ປາກເປື່ອຍ ອີກແລ້ວ ໂດຍບໍ່ຕ້ອງ ການສັກຢາ ປ້ອງກັນເຊື້ອໂຣກ. ທ່ານວ່າ ອະເມຣິກາ ຕໍ່ສູ້ກັບ ເຊື້ອໂຣກນີ້ ຢ່າງເອົາຈິງເອົາຈັງ ແລະ ເປັນແບບຢ່າງ ແກ່ຫລາຍປະເທດ ໃນທະວີບ ອະເມຣິກາ ທີ່ມີສັດຕິດ ເຊື້ອໂຣກນີ້.

ເຊື້ອໂຣກລົງເລັບ ແລະ ປາກເປື່ອຍ ຈະມີຢູ່ໃນ ຝູງ ງົວ ຄວາຍ ໝູ ກວາງ ແລະ ສັດເດັຍຣະສານ ອື່ນໆ. ລາຍງານເຕືອນວ່າ ເຊື້ອໂຣກນີ້ ຍັງແພ່ຫລາຍ ຢູ່ປະເທດ Ecuador ແລະ ເວເນຊູເອລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.