ຊົນເຜົ່າຄືຜູ້ຮັບເຄາະ ຈາກໂຄງການພັທນາ
2012.07.03

ເຈົ້າໜ້າທີ່ ອົງການ ສາກົນ ທີ່ເຮັດວຽກ ຊ່ວຍເຫລືອ ຊຸມຊົນເຜົ່ານ້ອຍ ໃນລາວ ເປີດເຜີຍວ່າ ບັນດາຊົນເຜົ່າ ໄດ້ຮັບຜົນ ກະທົບ ຈາກໂຄງການ ພັທນາໃຫຍ່ໆ ເຊັ່ນການ ຂຸດຄົ້ນບໍ່ແຮ່ ປູກຕົ້ນໄມ້ ອຸດສາຫະກັມ ຢາງພາຣາ ກໍ່ສ້າງເຂື່ອນ ແລະອື່ນໆ ຫລາຍກວ່າ ຊຸມຊົນອື່ນໆ. ດັ່ງທ່ານ ອະທິບາຍ ວ່າ:
"ຄົນຊົນເຜົ່ານີ້ ຂະເຈົ້າ ຂາດສິດທິ ໃນການມີ ສ່ວນຮ່ວມ ວາງແຜນຕັດສິນ ບັນຫາ ນີ້ນ໋ະ ເປັນຜົນກະທົບຕໍ່ ວິຖີຊີວິດ ຂອງຂະເຈົ້າ ຫັ້ນນ໋າ ເຮັດໃຫ້ ຂະເຈົ້າ ມີການໂຍກຍ້າຍ ຖິ່ນຖານ ແລ້ວກໍສູນເສັຍ ທາງດ້ານວັທນະທັມ ປະເພນີ ການດໍາຣົງ ຊີວິດ ກ່ຽວກັບເຣື່ອງ ການສໍາປະທານ ນີ້ ເຂື່ອນໄຟຟ້າ".
ທ່ານເວົ້າ ຕໍ່ໄປວ່າ ບັນຫາ ດັ່ງກ່າວນີ້ ເກີດຂຶ້ນ ໃນທຸກໆແຂວງ ທີ່ມີໂຄງການ ພັທນາ. ຄົນຊົນເຜົ່າ ຈະໄດ້ຮັບ ຜົນກະທົບ ຍ້ອນບໍ່ມີ ຄວາມຮູ້ ອ່ານບໍ່ອອກ ຂຽນບໍ່ໄດ້ ບໍ່ຮູ້ກົດໝາຍ ຈຶ່ງຖືກນາຍທຶນ ເອົາລັດເອົາປຽບ. ທ່ານເວົ້າອີກວ່າ ສິ່ງທີ່ຊົນເຜົ່າ ຕ້ອງການ ເມື່ອໄດ້ຖືກ ໂຍກຍ້າຍ ແທ້ໆນັ້ນແມ່ນ ເຄື່ອງຈໍາເປັນ ໃນຊີວິດ ປະຈໍາວັນຄື ບ້ານເຮືອນ ບ່ອນຢູ່ອາສັຍ, ໂຮງໝໍ, ໂຮງຮຽນ ແລະລະບົບ ສາທາຣະນຸປະໂພຄ ຕ່າງໆ ເພື່ອການ ດໍາຣົງຊີວິດ ບໍ່ແມ່ນພຽງ ແຕ່ຈ່າຍເງິນ ຊົດເຊີຍໃຫ້ ແຕ່ຢ່າງດຽວ. ສໍາລັບໃນເຂດ ພາກເໜືອ ເຈົ້າໜ້າທີ່ ອົງການ ສາກົນທີ່ ເຮັດວຽກ ຊ່ວຍເຫລືອ ຊຸມຊົນ ເຜົ່າອາຄ່າ ກໍເວົ້າວ່າ:
"ກະສິກັມນີ້ ກໍເປັນບັນຫາຫລັກ ທີ່ວ່າ ເຂົາຕ້ອງອາສັຍ ເຣື່ອງ ຜົລປູກ ເຣື່ອງການລ້ຽງ ຊີວິດ ຂອງເຂົານ໋ະ ຖ້າວ່າ ກະສິກັມ ບໍ່ເດີນນ໋ະ ເຣື່ອງການສຶກສາ ເຣື່ອງ ທຸກສິ່ງທຸກຢ່າງ ຈະບໍ່ເດີນ ເພາະວ່າ ບໍ່ມີໃຜໄປຮຽນ ນັ່ງຮຽນໜັງສື ໂດຍບໍ່ໄດ້ ກິນເຂົ້າ ກິນນໍ້າ".
ທ່ານເວົ້າຕື່ມວ່າ ພື້ນທີ່ ກະສິກັມ ເປັນສິ່ງຈໍາເປັນ ທີ່ສຸດ ສໍາລັບ ຊາວບ້ານ ທີ່ຖືກໂຍກຍ້າຍ ຍ້ອນວ່າ ຫາກບໍ່ມີ ບ່ອນປູກຝັງ ພຽງແຕ່ຄ່າ ຊົດເຊີຍ ທີ່ທາງບໍລິສັດ ຈ່າຍໃຫ້ ນັ້ນຈະບໍ່ ພຽງພໍ ສໍາລັບການດໍາຣົງ ຊີວິດ ໃນລະຍະຍາວ.