ບໍຣິສັດຕ່າງປະເທດ ລ່ວງລ້ຳປ່າສງວນ

ຣະບຽບ ກົດໝາຍ ຂອງລາວ ບົ່ງໄວ້ວ່າ ທາງການລາວ ຈະ ອະນຸຍາດ ໃຫ້ນັກລົງທຶນ ຕ່າງປະເທດ ເຊົ່າທີ່ດິນ ຕອນທີ່ ບໍ່ມີຕົ້ນໄມ້ ເທົ່ານັ້ນ ເພື່ອປູກພືດ ສິນຄ້້າ ແລະ ຫ້າມແຕະຕ້ອງ ປ່າສງວນ ໂດຍເດັດຂາດ.
ອະວາຣີ
2012.04.20
F-Nam-ha-forestry-preservation ໃນເຂດປ່າສງວນ ແຂວງ ຫຼວງນໍ້າທາ
travel-world

ກົດຟັງສຽງ

ໃນສະພາບ ຄວາມເປັນຈິງ ຕົງກັນຂ້າມ ບໍຣິສັດ ປູກຢາງພາຣາ ຂອງ ຕ່າງປະເທດ ຫລາຍ ບໍຣິສັດ ໄດ້ຂຍາຍການ ປູກຢາງພາຣາ ເຂົ້າໄປ ໃນປ່າສງວນ ແຫ່ງຊາດ ດັ່ງເຈົ້າໜ້າທີ່ ປ່າໄມ້ ທ່ານນຶ່ງ ເວົ້າວ່າ:

“ກໍມີຢູ່ ເປັນເນື້ອທີ່ ປ່າໄມ້ ປ່າສງວນ ເຮົາເນາະ ທີ່ເຂົາ ລ່ວງລ້ຳເຂົ້າ ໄປນ່ອຍນຶ່ງ ອະນະ ເຂົາເຮັດເກີນໄປ ເວລາ ປູກຢູ່ຈຸດໃດໆ ເຂົາອ້ອມຮົ້ວ ເຂດ ເຂົາຈະຂຍາຍ ພື້ນທີ່ອີກ".

ນັກສຶກສາ ຜູ້ນຶ່ງຈາກ ມະຫາວິທະຍາໄລ George Washington ຢູ່ນະຄອນຫລວງ ວໍຊິງຕັນ ໄດ້ໄປສຳຣວດ ເບິ່ງການ ປູກຢາງພາຣາ ຂອງ ບໍຣິສັດ ຕ່າງປະເທດ ຢູ່ລາວ ເມື່ອປີກາຍ ແລະ ເມື່ອບໍ່ດົນ ຜ່ານມາ ນາງຣາຍງານ ວ່າ ບໍຣິສັດ ຢາງພາຣາ ວຽດນາມ ທີ່ລົງທຶນ ປູກຢາງພາຣາ ຢູ່ເຂດບ້ານ ຫ້ວຍຊາຍ ແຂວງ ສວັນນະເຂດ ລະເມີດສັນຍາ ຂຍາຍ ສວນຢາງໄປກວມ ເອົາທົ່ງໄຮ່ທົ່ງນາ ຂອງ ປະຊາຊົນ ແລະເລິກເຂົ້າ ໄປໃນປ່າສງວນ ແຫ່ງຊາດນຳ. ນັກສຶກສາ ຜູ້ນີ້ເວົ້າ ອີກວ່າ ບໍຣິສັດ ວຽດນາມ ສາມາດ ຂຍາຍການປູກ ຢາງພາຣາ ໄປກວມເອົາ ທີ່ດິນ ຂອງ ປະຊາຊົນ ແລະ ປ່າສງວນໄດ້ ເພາະວ່າ ບໍຣິສັດ ດັ່ງກ່າວ ໃຫ້ເງິນສິນ ບົນ ແກ່ພໍ່ບ້ານ ແລະ ເຈົ້າໜ້າທີ່ອື່ນໆ.

ໃນຣະຍະ ຫ້າຫົກປີ ທີ່ຜ່ານມາ ຣັຖບານລາວ ໄດ້ອະນຸຍາດ ໃຫ້ຕ່າງປະເທດ ເຊົ່າທີ່ດິນ ຫລາຍ ແສນ ເຮັກຕາຣ໌ ແລ້ວ ເພື່ອປູກພືດ ອຸດສາຫະກັມ ການຄ້າ ຊຶ່ງສ່ວນຫລາຍ ກໍແມ່ນ ຢາງພາຣາ. ປະກົດວ່າ ວຽດນາມ ໄດ້ສັມປະທານ ທີ່ດິນ ຫລາຍທີ່ສຸດ ຢູ່ພາກໃຕ້ ຂອງລາວ ສ່ວນຈີນ ຈະລົງທຶນ ຢູ່ພາກເໜືອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.